ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ສຳປະທານການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດຈີນ ຍັງສືບຕໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນລາວ ຢ່າງກວ້າງຂວາງ


ໂຄງການຂຸດຄົ້ນແຮ່ທາດເຫຼັກທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນເກະາ ວາວອນນີ ໃນພາກຕາເວັນອອກສຽງໃຕ້ ຂອງເກາະຊູລາເວສີ.
ໂຄງການຂຸດຄົ້ນແຮ່ທາດເຫຼັກທີ່ບໍລິສັດຈີນ ໄດ້ຮັບສຳປະທານ ຢູ່ໃນເກະາ ວາວອນນີ ໃນພາກຕາເວັນອອກສຽງໃຕ້ ຂອງເກາະຊູລາເວສີ.

ສຳປະທານການຂຸດຄົ້ນແຮ່ທາດຂອງບັນດາບໍລິສັດຈີນ ຍັງສືບຕໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນລາວຢ່າງກວ້າງຂວາງ ໂດຍສະເພາະການຮົ່ວໄຫລຂອງສານເຄມີສູ່່ແຫລ່ງນ້ຳທຳມະຊາດນັ້ນ.

ຜູ້ປະສານງານອົງການພັດທະນາທາງສັງຄົມໃນລາວ ຢືນຢັນວ່າ ການຂຸດຄົ້ນແຮ່ທາດແບບທົດລອງເລັ່ງດ່ວນທີ່ໄດ້ດຳເນີນການຂຸດຄົ້ນ ນັບແຕ່ປີ 2021 ເປັນຕົນມາ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງ ແລະຮຸນແຮງຂຶ້ນນັບມື້ ເພາະນອກຈາກຈະເປັນການຂຸດຄົ້ນແຮ່ທາດທີ່ບໍ່ມີການສຶກສາ-ສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດແຕ່ຢ່າງໃດແລ້ວ ກໍຍັງປາກົດມີການຂຸດຄົ້ນຢ່າງຊະຊາຍ ໂດຍທີ່ບັນດາພະນັກງານລັດທີ່ກ່ຽວຂ້ອງນັ້ນ ບໍ່ໄດ້ດຳເນີນມາດຕະການໃດເລີຍຕໍ່ບັນດາບໍລິສັດທີ່ໄດ້ຮັບສຳປະທານດັ່ງກ່າວ ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດທີ່ເປັນສຳປະທານຂອງບັນດາບໍລິສັດຈີນນັ້ນ ຄືພາກສ່ວນທີ່ສົ່ງຜົນກະທົບຢ່າງກວ້າງຂວາງທີ່ສຸດໃນເວລານີ້ ດັງກໍລະນີທີ່ເກີດການຮົ່ວໄຫລຂອງສານເຄມີຈາກບໍ່ແຮ່ເຫຼັກລົງສູ່ແຫລ່ງນ້ຳທຳມະຊາດ ແລະກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນເຂດເມືອງກ້ວນ ແຂວງຫົວພັນ ໂດຍທີ່ບໍ່ມີພາກສ່ວນໃດຮັບຜິດຊອບ ນັບແຕ່ວັນທີ 29 ເມສາ 2024 ເປັນຕົ້ນມາ ດັ່ງທີ່ຜູ້ປະສານງານການພັດທະນາທາງສັງຄົມ ຢືນຢັນວ່າ:

“ຕົ້ນເຫດແທ້ແມ່ນມື້ວັນທີ 29 ເນາະ ແຕ່ວ່າ ມາຮອດວັນທີ 30 ທີມງານຂອງເມືອງຈັ່ງລົງໄປກວດ ຢູ່ເຂດບ້ານກໍຫຸງ ບ້ານບວບ ບ້ານຄັນຄູນ ແລ້ວກະບ້ານທ່າຄວາຍ ຂຶ້ນກັບເມືອງກ້ວນ ສະພາໂດຍລວມແທ້ ຍັງບໍ່ທັນຮູ້ລະອຽດເນາະ ເພາະວ່າ ທາງທີມງານພາກສ່ວນທີ່ກ່ຽວຂ້ອງຈະລົງໄປ ແລ້ວເອົາເຄື່ອງໄປກວດເບິ່ງນ້ຳ ເພາະວ່າ ຢູ່ເຂດນັ້ນ ຈະມີແຫລ່ງຂຸດຄົ້ນແຮ່ເຫຼັກແຕ່ດົນແລ້ວ ແຕ່ວ່າ ບໍ່ທັນໄດ້ເຄື່ອນໄຫວເທື່ອຫັ້ນເນາະ.”

ໂດຍການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດໃນໄລຍະຜ່ານມານັ້ນ ກໍແມ່ນບັນດາບໍລິສັດຈາກຈີນ ທີ່ໄດ້ຮັບອະນຸຍາດສຳປະທານຫຼາຍທີ່ສຸດ ຈຶ່ງສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວ ຫຼາຍທີ່ສຸດ ເພາະຢ້ານວ່າ ຈະສົ່ງຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງ ໂດຍສະເພາະແມ່ນການອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນທີ່ໃຫ້ແກ່ບໍລິສັດຈີນ 98 ລາຍ ນັບຈາກປີ 2021 ເປັນຕົ້ນມານັ້ນ ກໍຄືໂຄງການສຳປະທານທີ່ປະຊາຊົນລາວ ມີຄວາມກັງວົນໃຈຫຼາຍທີ່ສຸດເພາະເປັນການອະນຸຍາດໂດຍຂາດການປະສານງານກັນລະຫວ່າງຂັນສູນກາງ ກັບທ້ອງຖິ່ນ ແລະບໍ່ໄດ້ປະຕິບັດຕາມລະບຽບກົດໝາຍຢ່າງແທ້ຈິງ ທັງຍັງບໍ່ມີການສຶກສາ-ສຳຫຼວດເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ແລະບໍ່ມີກວດກາການຈັດຕັ້ງປະຕິບັດໂຄງການຕົວຈິງອີກດ້ວຍ ດັ່ງທີ່ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ການຍອມຮັບວ່າ:

“ເຮົາເຮັດທົດລອງໂຄງການແຮ່ນີ້ໜະ ກະມີໝົດເນາະ ຕ້ອງເຮັດໝົດປະເມີນຜົນສິ່ງແວດລ້ອມແນວໃດ ພາຍຫຼັງສຳເລັດການຂຸດຄົ້ນແລ້ວ ການເປີບໍ່ແນວໃດ ການຕິດຕາມກວດກາແນວໃດ ເວລາຢາກໄດ້ໂຄງການ ກະເຫັນດີໝົດ ແຕ່ວ່າ ອະຍຸມັດໂຄງການໄປແລ້ວ ບໍ່ເຮັດ ເອົາແຕ່ແຮ່ໄປຢ່າງດຽວ ສິ່ງແວດລ້ອມບໍ່ໄດ້ສົນ ສິ່ງເສດເຫຼືອຕ່າງໆກະຊະຊາຍ ຍ້ອນແນວນັ້ນລະ ເງິນກະສິໃຫ້ໜ້ອຍນຶ່ງ ເປັນຕົ້ນແມ່ນຄ່າຄ້ຳປະກັນສັນຍາ ຊື້ສິດສຳປະທານ ຖອກພັນທະລ່ວງໜ້າ ທ້ອງຖິ່ນໄດ້ຮັບຜົນກະທົບ 2 ອັນ ກະທົບຕໍ່ປະຊາຊົນ ແລະໄຮ່ນາຮົ້ວສວນ ທຳມາຫາກິນບໍ່ສະດວກ.”

ໃນປັດຈຸບັນ ທາງການລາວ ໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດໃຫ້ແກ່ບໍລິສັດເອກະຊົນລາວ ແລະບໍລິສັດຕ່າງຊາດໄປແລ້ວ 942 ໂຄງການ ໂດຍບ9ລວມເຖິງການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນຈຳນວນ 98 ໂຄງການແຕ່ຢ່າງໃດ ແຕ່ເນື່ອງຈາກວ່າ ເປັນການອະນຸຍາດໃຫ້ສຳປະທານໂດຍທີ່ບໍ່ມີການສຳຫຼວດ ແລະກວດກາພື້ນທີ່ຕົວຈິງນັ້ນ ຈຶ່ງເຮັດໃຫ້ມີໂຄງການທີ່ຈັດຕັ້ງປະຕິບັດບໍ່ເປັນໄປຕາມສັນຍາຈຳນວນຫຼາຍ ທັງຍັງມີໂຄງການຂຸດຄົ້ນແຮ່ທາດຜິດກົດໝາຍເກີດຂຶ້ນຢ່າງກວ້າງຂວາງອີກດ້ວຍ.

ໂດຍອີງຕາມແຜນຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາອຸດສາຫະກຳການຂຸດຄົ້ນແຮ່ທມດ ເຖິງປີ 2030 ລັດຖະບານລາວໄດ້ວາງເປົ້າໝາຍຈະສ້າງລາຍຮັບໃຫ້ໄດ້ໃນມູນຄ່າລວມເຖິງ 2,800 ລ້ານໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະແປຮູບແຮ່ທາດເພື່ອຈຳໜ່າຍທັງພາຍໃນປະເທດ ແລະສົ່ງອອກໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 23,400 ລ້ານໂດລາໃນຊ່ວງປີ 2021-2030 ໂດຍເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທຽບກັບໃນຊ່ວງປີ 2011-2020 ແຕ່ການທີ່ຈະບັນລຸເປົ້າໝາຍໃຫ້ໄດ້ຢ່າງແທ້ຈິງນັ້ນ ຈະຕ້ອງສ້າງໂຮງງານຫຼອມເຫຼັກໃຫ້ໄດ້ 1 ແຫ່ງໃນປີ 2025 ສ້າງຕັ້ງໂຮງງານຜະລິດ Alumina ໃຫ້ໄດ້ 1 ແຫ່ງໃນປີ 2026 ສ້າງໂຮງງານແຮ່ຫາຍາກແຍກເປັນທາດດຽວໃຫ້ໄດ້ 1 ແຫ່ງກ່ອນປີ 2030 ແຕ່ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ປາກົດວ່າ ມີຄວາມຄືບໜ້າໃນໂຄງການໃດເລີຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG