ໃນການໃຫ້ຄວາມເຫັນຂອງທ່ານເປັນເທື່ອທຳອິດ ເພື່ອອະທິບາຍເລື້ອງການເສຍ ຊີວິດຂອງທ່ານນາວາລນີ ນັ້ນ ທ່ານປູຕິນ ໄດ້ກ່າວເຖິງເຫດການມໍລະນະກຳ ຂອງຜູ້ຄັດຄ້ານດັ່ງກ່າວວ່າ: “ມັນເກີດຂຶ້ນ. ບໍ່ມີຫຍັງທີ່ເຈົ້າສາມາດເຮັດກ່ຽວກັບ ມັນ. ມັນແມ່ນຊີວິດ”
ການເລືອກຕັ້ງເປັນເວລາ 3 ວັນ ທີ່ໄດ້ເລີ້ມຂຶ້ນ ໃນວັນສຸກແລ້ວນີ້ ເພື່ອຂະຫຍາຍເວລາການປົກຄອງປະເທດຂອງ ທ່ານ ປູຕິນ ເປັນເວລາ 24 ປີແລ້ວ ຕື່ມອີກ 6 ປີ
ກອງທັບຢູເຄຣນລາຍງານໃນວັນຈັນມື້ນີ້ວ່າ ໄດ້ຍິງເຮືອບິນບໍ່ມີຄົນຂັບ 17 ລໍາ ໃນຈຳນວນ 22 ລຳ ຕົກ ທີ່ຣັດເຊຍ ໄດ້ສົ່ງຂຶ້ນ ໃນການໂຈມຕີຊ່ວງຂ້າມຄືນ ທີ່ແນເປົ້າໃສ່ເຂດຕ່າງໆ ໃນທົ່ວປະເທດ
ພາຍຫຼັງການບຸກໂຈມຕີຢູເຄຣນຂອງຣັດເຊຍ, ສະຫະລັດ ແລະ ຢູໂຣບ ໄດ້ດຳເນີນການລົງໂທດທາງດ້ານເສດຖະກິດທີສຳຄັນຕໍ່ຣັດເຊຍ. ແຕ່ສົງຄາມກ້າວເຂົ້າປີທີສອງ, ເສດຖະກິດຂອງ ມົສກູ ຍັງຄົງບຸກບືນຕໍ່ໄປຢູ່. ລີລີຢາ ອານີຊີໂມວາ ມີລາຍງານກ່ຽວກັບເລື່ອງນີ້, ເຊິ່ງ ອາດນະສັກ ມີລາຍລະອຽດ ມາສະເໜີທ່ານ
ກຸ່ມສື່ມວນຊົນກຸ່ມນຶ່ງ ແລະ ອົງການຄົ້ນຄວ້າຕ່າງໆ ກຳລັງກວດສອບລາຍງານຂອງການກໍ່ອາຊະຍາກຳສົງຄາມທັງຫຼາຍໂດຍຣັດເຊຍ ນັບຕັ້ງແຕ່ການບຸກລຸກເຂົ້າເຮັດສົງຄາມເຕັມຮູບແບບໃນ ຢູເຄຣນ. ໃນບາງເຫດການ, ທີມງານທັງຫຼາຍນຳໃຊ້ເຄື່ອງມືເທັກໂນໂລຈີທີ່ມີເອກະລັກພິເສດບາງຢ່າງເພື່ອຊອກຫາຫຼັກຖານ
ໃນຂະນະທີ່ຊາວປາແລັສໄຕນ໌ ພາກັນລຽນແຖວເພື່ອຮັບເອົາການຊ່ວຍເຫຼືອຢູ່ໃນ ກາຊາ ເມື່ອຕອນເຊົ້າວັນສຸກມື້ນີ້ ພວກເຈົ້າໜ້າທີ່ຂອງປາແລັສໄຕນ໌ ໄດ້ກ່າວວ່າ ມີການໂຈມຕີຂອງອິສຣາແອລສອງຄັ້ງ
ການເລືອກຕັ້ງນີ້ ເກີດຂຶ້ນທ່າມກາງຂອງການປາບປາມຢ່າງໂຫດຮ້າຍທີ່ໄດ້ເຮັດ ໃຫ້ສື່ມວນຊົນອິດສະຫຼະ ແລະກຸ່ມສິດທິມະນຸດທີ່ມີຊື່ສຽງທັງຫຼາຍພິການ ແລ້ວ ເຮັດໃຫ້ທ່ານປູຕິນ ໄດ້ຄວບຄຸມລະບົບການເມືອງຢ່າງເຕັມສ່ວນ
ເຮືອບິນບໍ່ມີຄົນຂັບຫຼາຍລຳ ແລະລູກສອນໄຟຂອງຣັດເຊຍ ໄດ້ໂຈມຕີໂຄງລ່າງພື້ນຖານດ້ານໂທລະຄົມມະນາຄົມ ໃນພາກຕາເວັນອອກສຽງເໜືອຂອງຢູເຄຣນ ໃນວັນພະຫັດວານນີ້ ໃນອັນທີ່ປາກົດວ່າ ເປັນຄວາມພະຍາຍາມ ທີ່ຈະສະກັດກັ້ນການເຂົ້າເຖິງຂໍ້ມູນຂ່າວສານ, ເຈົ້າໜ້າທີ່ໃນນະຄອນຫຼວງ ກີຢິບ ກ່າວ
ກະຊວງປ້ອງກັນປະເທດຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ທຳລາຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງຢູເຄຣນ 15 ລຳ ແລະລູກສອນໄຟ 8 ລູກ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພຸດວານນີ້ວ່າ ອິສຣາແອລ ຕ້ອງເຮັດໃຫ້ສະຫວັດດີການຂອງພົນລະເຮືອນ ປາແລັດສະໄຕນ໌ ເປັນ “ວຽກງານອັນດັບນຶ່ງ” ໃນການເຮັດສົງຄາມກັບກຸ່ມຮາມາສ ໃນເຂດ ກາຊາ.
ບັນດາເອກອັກຄະລັດຖະທູດຈາກປະເທດສະມາຊິກຂອງອີຢູ 27 ປະເທດ ໄດ້ຕົກລົງທີ່ຈະປັບປຸງຄືນໃໝ່ ກອງທຶນເພື່ອສິ່ງອຳນວຍຄວາມສະດວກດ້ານສັນຕິພາບຂອງຢູໂຣບ ຫຼື EPF ຢູ່ທີ່ກອງປະຊຸມໃນນະຄອນຫຼວງບຣັສເຊີລສ໌ ຫຼັງຈາກມີເລື້ອງຄັດຄ້ອງກັນມາຫຼາຍເດືອນແລ້ວ ໂດຍ ສະຫະພາບຢູໂຣບ ທີ່ເປັນລຸ້ນໃຫຍ່ກວ່າ ຝຣັ່ງ ແລະເຢຍຣະມັນ ຢູ່ໃນໃຈກາງຂອງການໂຕ້ຖຽງກັນນັ້ນ
ປະຕິບັດການໃນຫຼາຍຮູບແບບ ນັບຈາກການຂ້າພວກນັກການເມືອງຝ່າຍຄ້ານ ທີ່ມີຫ້ອງການຕັ້ງຢູ່ຕ່າງປະເທດ ຕະຫຼອດເຖິງການແຊກແຊງເຂົ້າໃນການເລືອກ ຕັ້ງຂອງຕ່າງປະເທດ ໂດຍແນໃສ່ ເພື່ອເຮັດໃຫ້ເກີດຄວາມເສຍຫາຍທາງດ້ານ ຄວາມສາມັກຄີຂອງປະເທດຕາເວັນຕົກ ແລະການສະໜັບສະໜຸນແກ່ຢູເຄຣນ
ໂຫລດຕື່ມອີກ
No live streaming currently available