ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ປະ​ເທດ ລາວ ຂາດ​ແຄນ​ພະ​ນັກ​ງານ​ທີ່​ມີ​ສີ​ມື ແລະ ມີ​ແຮງ​ງານ​ລາວ​ໄປ​ເຮັດ​ວຽກ​ໃນ​ຕ່າງ​ປະ​ເທດຫຼາຍ​ຂຶ້ນ


ພວກແມ່ຍິງພາກັນຊື້ເຄື່ອງກິນຈາກແມ່ຄ້າຢູ່ທ່າເຮືອແຄມຝັ່ງແມ່ນ້ຳຂອງໃນຫຼວງພະບາງ, ວັນທີ 30 ມັງກອນ 2024. (Photo by TANG CHHIN SOTHY / AFP)
ພວກແມ່ຍິງພາກັນຊື້ເຄື່ອງກິນຈາກແມ່ຄ້າຢູ່ທ່າເຮືອແຄມຝັ່ງແມ່ນ້ຳຂອງໃນຫຼວງພະບາງ, ວັນທີ 30 ມັງກອນ 2024. (Photo by TANG CHHIN SOTHY / AFP)

ລາວ​ປະ​ເຊີນ​ກັບ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຂາດ​ດຸນສິນ​ຄ້າ​ນຳ​ເຂົ້າ​ຕໍ່​ການ​ສົ່ງ​ອອກ​ກັບ​ບັນ​ດາ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ ໂດຍ​ສະ​ເພາະ ໄທ ແລະ ຈີນ ບ່ອນ​ທີ່​ຜະ​ລິດ​ຕະ​ພັນ​ທີ່​ຈຳ​ເປັນແມ່ນ​ຖືກ​ນຳ​ເຂົ້າ ເຊິ່ງ​ຮຽກ​ຮ້ອງ​ໃຫ້​ໃຊ້​ເງິນ​ຕາ​ຕ່າງ​ປະ​ເທດ​ເພື່ອ​ຈ່າຍ​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ທຸກ​ຢ່າງ​ທີ່​ວ່າ​ນັ້ນ ຈຶ່ງ​ໄດ້​ກໍ່​ໃຫ້​ເກີດ​ພາ​ວະ​ເງິນ​ເຟີ້​ຮຸນ​ແຮງ​ນັບ​ຕັ້ງ​ແຕ່​ປີ 2021 ເປັນ​ຕົ້ນ​ມາ ໃນ​ຂະ​ນະ​ທີ່​ຄ່າ​ຄອງ​ຊີບ​ຢູ່​ໃນ​ລາວ ໄດ້​ເພີ່ມ​ສູງ​ຍິ່ງ​ຂຶ້ນ ແລະ ຄ່າ​ຈ້າງ​ລະ​ດັບ​ຕ່ຳ​ສຳ​ລັບ​ກຳ​ມະ​ກອນ​ລາວແມ່ນ 1 ລ້ານ 5 ແສນ​ກີບ​ຕໍ່​ເດືອນ ເຊິ່ງ​ຕ່ຳ​ກວ່າ 100 ໂດ​ລາຕໍ່​ເດືອນ, ດັ່ງ​ນັ້ນ, ຊາວ​ໜຸ່ມ​ຄົນ​ລາວ​ໃນ​ແຂວງຫຼວງ​ນ້ຳ​ທາ ຈຶ່ງ​ໄດ້​ເດີນ​ທາງ​ໄປ​ເຮັດ​ວຽກ​ໃນ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ ໃນ​ປະ​ເທດ ຈີນ ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ເຊິ່ງ ພຸດ​ທະ​ສອນ ມີ​ລາຍ​ງານ​ຈາກ​ນັກ​ຂ່າວ​ຂອງ​ວີ​ໂອ​ເອ​ໃນ​ນະ​ຄອນຫຼວງ ວຽງ​ຈັນ ມາ​ສະ​ເໜີ​ທ່ານ.

ມັນ​ມີ​ຂໍ້​ມູນ​ທີ່​ຖືກ​ບັນ​ທຶນ​ໄວ້​ພຽງ​ໜ້ອຍ​ດຽວ ກ່ຽວ​ກັບ ແຮງ​ງານ​ຕ່າງ​ດ້າວ​ລາວ ທີ່​ເຮັດ​ວຽກ​ໃນ ຈີນ. ແຕ່​ແນວ​ໃດ​ກໍ​ຕາມ ມັນ​ມີ​ລາຍ​ງານ​ວ່າ ຄົນ​ລາວ​ຈຳ​ນວນ​ນຶ່ງ​ໄດ້​ຂ້າມ​ເຂດ​ຊາຍ​ແດນເພື່ອໄປ​ເຮັດ​ວຽກ​ເປັນ​ອາ​ທິດ ແລະ ວຽກ​ງານ​ຕາມ​ລະ​ດູ​ການ​ໃນ ຈີນ ຈາກ​ບາງ​ເມືອງ​ໃນ​ແຂວງ ຫຼວງ​ນ້ຳ​ທາ, ອີງ​ຕາມ​ໂຄ​ສົກ​ຄົນ​ນຶ່ງ​ສຳ​ລັບ​ອົງ​ການເພື່ອການ​ຍົກ​ຍ້າຍ​ຖິ່ນ​ຖານສາ​ກົນ ຫ້ອງ​ການ​ປະ​ຈຳ​ພາກ​ພື້ນ ເອ​ເຊຍ ແລະ ປາ​ຊີ​ຟິກ ໃນ​ບາງກອກ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

ໂຄງ​ສົກ​ຄົນ​ນັ້ນ​ ໄດ້​ກ່າວ​ວ່າ “ແຮງ​ງານ​ຕ່າງ​ດ້າວ​ທີ່​ວ່າ​ນັ້ນ​ ໃຊ້​ໜັງ​ສື​ຜ່ານ​ແດນ ແລະ ໜັງ​ສື​ຂ້າ​ມຊາຍ​ແດນ​ເພື່ອ​ຂ້າມ​ເຂດ​ຊາຍ​ແດນ ແຕ່​ຊອກ​ຫາ​ວຽກ​ທີ່ບໍ່​ຖືກ​ລະ​ບຽບ​ໃນ ຈີນ ຜ່ານ​ນາຍ​ໜ້າ​ລາວ ແລະ ຈີນ. ອຳ​ນາດ​ການ​ປົກ​ຄອງ​ຈາກ​ສອງ​ປະ​ເທດດັ່ງ​ກ່າວ, ພ້ອມ​ກັບ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ແມ່ນບໍ່​ຮູ້​ຈັກ ກ່ຽວ​ກັບສະ​ຖາ​ນະ​ພາບ​ການ​ເຮັດ​ວຽກ ແລະ ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ ຈີນ ຂອງ​ເຂົາ​ເຈົ້າເລີຍ.”

ທ່ານກ່າວອີກວ່າ “ເຂົາ​ເຈົ້າ​ແມ່​ນບໍ່​ສາ​ມາດ​ລະ​ບຸ​ໄດ້​ແມ່ນ​ກະ​ທັ້ງ​ວ່າ​ ຢູ່​ເຂດ​ໃດ​ທີ່​ສະ​ເພາະ​ເຈາະ​ຈົງ ບ່ອນ​ທີ່​ເຂົາ​ເຈົ້າ​ເຮັດ​ວຽກ ແລະ ອາ​ໄສ​ຢູ່. ສິ່ງນີ້​ໄດ້​ສ້າງ​ຄວາມ​ສ່ຽງ​ຕໍ່​ເຂົາ​ເຈົ້າ​ເປັນ​ສອງ​ເທົ່າ ​ໃນ​ການ​ຖືກ​ລ່ວງ​ລະ​ເມີດ ແລະ ການ​ເອົາ​ລັດ​ເອົາ​ປຽບ.”

ທ່ານ​ໄດ້​ກ່າວ​ວ່າ, ພວກ​ຄ້າ​ມະ​ນຸດ, ໃຊ້​ຊ່ອງ​ທາງ​ສື່​ມວນ​ຊົນ​ເຊັ່ນ TikTok ເພື່ອ​ລໍ້​ລວງ​ເອົາ​ກຳ​ມະ​ກອນ ແລະ ໃຊ້​ການ​ຕົວະ, ນາຍ​ໜ້າ, ແລະ ເພື່ອນ​ກົດ​ດັນ​ເພື່ອ​ຍົວະ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ແຜນ​ການ​ສໍ້​ໂກງ​ຕ່າງໆ. ແຮງ​ງານ​ຕ່າງ​ດ້າວ​ລາວ ແມ່ນ​ໄດ້​ຮັບ​ສັນ​ຍາ​ຄ່າ​ຈ້າງ​ທີ່​ດີ​ຢ່າງ​ເປັນ​ປະ​ຈຳ​ ໃນ​ການ​ບໍ​ລິ​ການ​ທາງອອນ​ໄລ​ນ໌ ຫຼື ໃນ​ສະ​ກຸນ​ເງິນ​ຄ​ຣິບ​ໂຕ.

ໃນ​ຂະ​ນະ​ດຽວ​ກັນ, ສິ່ງ​ທ້າ​ທາຍ​ຕົ້ນ​ຕໍ​ ສຳ​ລັບ​ການ​ເຮັດ​ວຽກຢູ່​ຕ່າງ​ປະ​ເທດ​ໃນ ເກົາຫຼີ​ໃຕ້ ກໍ​ແມ່ນ​ວ່າ ກຳ​ມະ​ກອນ​ຕ່າງ​ດ້າວ​ລາວ ຕ້ອງ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ທຸກ​ຢ່າງ​ກ່ອນ​ການ​ອອກ​ເດີນ​ທາງ, ລວມ​ທັງ​ການ​ເດີນ​ທາງ​ພາຍ​ໃນ​ປະ​ເທດ, ໜັງ​ສື​ເດີນ​ທາງ​ໃໝ່, ເຊິ່ງ​ອາດ​ໃຊ້​ເວ​ລາຫຼາຍ​ເດືອນ​ຈົນ​ກວ່າ​ຈະ​ໄດ້, ແລະ ຄ່າ​ທຳ​ນຽມ​ສຳ​ລັບ​ອົງ​ການ​ຮັບ​ຄົນໄປ​ເຮັດ​ວຽກໃໝ່. ພວກ​ກຳ​ມະ​ກອນ​ຍັງ​ຕ້ອງ​ໄດ້​ຈ່າຍ​ເງິນ​ຄືນ​ໃຫ້​ອົງ​ການ​ຕ່າງໆ, ເຊິ່ງ​ຈະ​ຕັດ​ຄ່າ​ທຳ​ນຽມ​ຕ່າງໆ​ຈາກ​ເງິນ​ເດືອນ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ການ​ກ່າວ​ຂອງ​ໂຄ​ສົກ​ອົງ​ການ​ເພື່ອ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ສາ​ກົນຕໍ່​ວີ​ໂອ​ເອ.

ນັກ​ຮຽນ​ທີ່​ຫາ​ກໍ​ຈົບ​ຊັ້ນ​ມັດ​ທະ​ຍົມ ​ເມື່ອບໍ່​ດົນ​ມານີ້ ອາ​ຍຸ 19 ປີ​ ຈາກຫຼວງ​ພະ​ບາງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ລາ​ວ​ສາ​ມາດ​ຫາ​ເງິນ​ໄດ້​ປະ​ມານ 560 ໂດ​ລາ​ຕໍ່​ເດືອນ​ໃນເກົາຫຼີ​ໃຕ້, ເຊິ່ງຫຼາຍກວ່າ​ ທີ່​ລາວ​ສາ​ມາດ​ຫາ​ໄດ້​ໃນ​ປະ​ເທດ ລາວ ຫຼາຍກວ່າ 2 ເທົ່າ.

ລາວ​ໄດ້​ເວົ້າ​ວ່າອ້າຍ​ຂອງ​ລາວ, ເຊິ່ງ​ທັງ​ໝົດ​ມີ​ປະ​ລິນ​ຍາ​ຕີ, ແມ່ນ​ຫາ​ເງິນໄດ້​ເກືອບບໍ່​ເຖິງ 375 ໂດ​ລາ​ຕໍ່​ເດືອນ ແລະ ໄດ້​ແນະ​ນຳ​ໃຫ້​ລາວ ບໍ່​ເຂົ້າ​ສຶກ​ສາ​ຢູ່​ວິ​ທະ​ຍາ​ໄລ ແລະ ຫາ​ວຽກ​ເຮັດ​ຢູ່​ຕ່າງ​ປະ​ເທດແທນ. ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ, ລັດ​ຖະ​ບານ ລາວ ໄດ້​ຂຶ້ນ​ເງິນ​ເດືອນ​ຂັ້ນ​ຕ່ຳ​ຂອງ​ເຂົາ​ເຈົ້າ​ຈາກ 61 ໂດ​ລາ​ຕໍ່​ເດືອນ​ເປັນ 75 ໂດ​ລາ​ຕໍ່​ເດືອນ​ຍ້ອນ​ພາ​ວະ​ເງິນ​ເຟີ້, ເຊິ່ງ​ກະ​ທົບ 40 ເປີ​ເຊັນ​ໃນ​ປີ​ກາຍນີ້ ແລະ ປະ​ມານ 25 ເປີ​ເຊັນ​ໃນ​ສາມ​ເດືອນ​ທຳ​ອິດ​ຂອງ​ປີນີ້.

ກຳ​ມະ​ກອນ​ລາວ​ໃນ​ຕ່າງ​ປະ​ເທດ​ໄດ້​ສົ່ງ​ເງິນ​ກັບ​ໄປ ລາວ ສະ​ເລ່ຍ 35.5 ລ້ານ​ໂດ​ລາ​ ໃນ​ແຕ່​ລະ​ເດືອນ, ລວມ​ທັງ​ໝົດ 426 ລ້ານ​ໂດ​ລາ​ໃນ​ແຕ່​ລະ​ປີ, ອີງ​ຕາມ​ລາຍ​ງານ​ຈາກ​ລັດ​ຖະ​ບານ​ລາວ​ ຈາກ​ກາງ​ປີ 2023.

ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານ ສອນ​ໄຊ ສີ​ພັນ​ດອນ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ໂອນ​ເງິນ​ກັບ​ບ້ານ​ສຳ​ລັບ​ລັດ​ຖະ​ບານ​ລາວ, ໂດຍ​ໄດ້​ປະ​ກາດ​ໂຄງ​ການ​ລິ​ເລີ່ມ​ຕ່າງໆ​ເພື່ອ​ສົ່ງ​ເສີມ​ໂອ​ກາດ​ການ​ຈ້າງ​ງານ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໂດຍ​ກະ​ຈາຍ​ອຳ​ນາດ​ໃຫ້​ສູນ​ກາງ, ​ອົງການຈັດ​ຫາ​ງານ​ຕ່າງໆ, ປັບ​ປຸງ​ການ​ບໍ​ລິ​ການ​ຊອ​ກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ທັນ​ສະ​ໄໝ ແລະ ສົ່ງ​ເສີມ​ການ​ເຮັດ​ວຽກ​ອິດ​ສະຫຼະ.

ທ່ານ ສອນ​ໄຊ ໄດ້​ກ່າວ​ຕໍ່​ສະ​ພາ​ແຫ່ງ​ຊາດ​ວ່າ “ພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ຈຸດ​ບໍ​ລິ​ການ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ 18 ແຫ່ງ​ ຢູ່​ລະ​ດັບ​ແຂວງ, 36 ແຫ່ງ​ຢູ່​ລະ​ດັບ​ເມືອງ ແລະ ພົວ​ພັນ​ບັນ​ດາ​ບໍ​ລິ​ສັດ​ໃຫ້​ບໍ​ລິ​ການ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ 4 ແຫ່ງ.”

ທ່ານ​ໄດ້​ກ່າວ, ໂດຍ​ອີງ​ໃສ່​ລະ​ບົບ​ເກັບ​ພາ​ສີ​ຂອງ​ລັດ​ຖະ​ບາ​ນ​ວ່າ “ຄວາມ​ພະ​ຍາ​ຍາມ​ຕ່າງໆມີ​ການລວມ​ເອົາ​ກົນ​ໄກ​ການ​ບໍ​ລິ​ການ​ຊອ​ກ​ຫາ​ວຽກ​ເຮັດ​ງານ​ທຳ​ທີ່​ທັນ​ສະ​ໄໝ, ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ຂອງ ລາວ ແລະ ກຳ​ມະ​ກອນ​ຕ່າງ​ປະ​ເທດ, ແລະ ປະ​ສົ​ມ​ປະ​ສານ​ຂໍ້​ມູນ​ເງິນ​ເດືອນ​ກຳ​ມະ​ກອນ​ກັບ​ລະ​ບົບ​ຕ່າງໆ​ຄື TaxRis.`

ນອກ​ຈາກ​ນັ້ນ, ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ, ລາວ ແລະ ເກົາຫຼີ​ໃຕ້ ໄດ້​ລິ​ເລີ່ມ​ໂຄງ​ການ​ນຶ່ງ​ເພື່ອ​ປັບ​ປຸງ​ການ​ໂອ​ນ​ເງິນ​ຂ້າ​ມຊາຍ​ແດນ, ດ້ວຍ​ແຜນ​ການ​ທີ່​ຈະ​ຂະ​ຫຍາຍ​ໄປ ໄທ ແລະ ຍີ່​ປຸ່ນ, ເຊິ່ງ​ນຳ​ໜ້າ​ໂດຍ​ກະ​ຊວງ​ແຮງ​ງານ​ລາວ, ທະ​ນາ​ຄານ​ແຫ່ງ​ປະ​ເທດ​ລາວ, ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ, ແລະ ບໍ​ລິ​ສັດ Global oyalty Network ຂອງ ເກົາຫຼີ​ໃຕ້.

ແນວ​ໃດ​ກໍ​ຕາມ, ຜົນ​ປະ​ໂຫຍດ​ທີ່​ວ່ານີ້​ຕໍ່ ລາວ ມີ​ຜົນ​ກະ​ທົບ​ໃນ​ທາງ​ລົບ.

ເຖິງ​ແມ່ນ​ຈະ​ມີ​ສັນ​ຍາ​ຄ່າ​ຈ້າງ​ທີ່​ສູງກວ່າ​ສຳ​ລັບ​ການ​ເຮັດ​ວຽກ​ໃນ​ຕ່າງ​ປະ​ເທດ​ກໍ​ຕາມ, ການ​ປະ​ຕິ​ບັດ​ການ​ຮັບ​ເອົາ​ຄົນ​ດ້ວຍການຫຼອກ​ລວງ ​ມັກ​ຈະ​ນຳ​ໄປ​ສູ່​ການ​ເອົາ​ລັດ​ເອົາ​ປຽບ ແລະ ພັນ​ທະ​ໜີ້​ສິນ ຍ້ອນ​ຄ່າ​ທຳ​ນຽມ​ລ່ວງ​ໜ້າ ແລະ ຂໍ້​ຕົກ​ລົງ​ທີ່ບໍ່​ຊັດ​ເຈນ, ທ່ານ ແມັດ​ທິວ ຟ​ຣາຍດ​ແມນ, ຫົວ​ໜ້າ​ອົງ​ການ Mekong Club ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່ ຮົງ​ກົງ, ເຊິ່ງ​ແມ່ນ​ອົງ​ການ​ຕໍ່​ຕ້ານ​ຂ້າ​ທາດ, ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.

ທ່ານ ຟ​ຣາຍດ​ແມນ ໄດ້​ກ່າວ​ຈາກ​ຕຳ​ແໜ່ງ​ທີ່​ຢູ່​ຊົ່ວ​ຄາວ​ຂອງ​ທ່​ານ​ໃນ​ປະ​ເທດ ສິງ​ກະ​ໂປ ວ່າ “ເຂົາ​ເຈົ້າ​ມັກ​ຈະ​ບໍ່​ຮູ້​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເຂົ້າ​ຮ່ວມ​ຫຍັງ​ແທ້. ເຂົາ​ເຈົ້າ​ຕໍ່​ມາ​ຈະ​ເຊັນ​ຂໍ້​ຕົກ​ລົງ​ຕ່າງໆ​ໂດຍ​ປາ​ສະ​ຈາກ​ການ​ເຂົ້າ​ໃຈ​ຢ່າງ​ເຕັມ​ທີ່ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຊັນ ຫຼື ອັດ​ຕາ​ພາ​ສີ ແລະ ຄ່າ​ທຳ​ນຽມ​ຕ່າງໆ.”

ທ່ານ​ກ່າວ​ວ່າ ໃນ ເກົາຫຼີ​ໃຕ້, ໂດຍ​ສະ​ເພາະ​ໃນ​ນະ​ຄອນຫຼວງ ໂຊ​ລ໌ ແລະ ເມືອງ ບູ​ຊານ, ກຳ​ມະ​ກອນ​ໄດ້​ຕົກ​ໃນ​ຂຸມ​ໜີ້​ສິນ, ບໍ່​ສາ​ມາດ​ທີ່​ຈະ​ເດີນ​ທາງ​ອອກ​ໄດ້​ຈົນ​ກວ່າ​ໜີ້​ສິນ​ຂອງ​ເຂົາ​ເຈົ້າ​ຈະ​ໝົດ.

ກຳ​ມະ​ກອນ​ລາວ, ເຊິ່ງ​ສ່ວນ​ຫຼາຍ​ແມ່ນ​ຜູ້​ໃຫຍ່ ຫຼື ໄວ​ລຸ້ນ​ ຜູ້​ທີ່​ໄດ້​ຍ້າຍ​ໄປ​ຢູ່​ ໄທ ຫຼາຍ​ຂຶ້ນ ເພື່ອ​ຊອກ​ຫາ​ວຽກ​ທີ່​ມີ​ຄ່າ​ຈ້າງ​ສູງ​ດັ່ງ​ກັບ​ກຳ​ມະ​ກອນ​ກໍ່​ສ້າງ, ພະ​ນັກ​ງານ​ເສີບ​ອາ​ຫານ ຫຼື ແມ່​ບ້ານ, ມັກ​ຈະ​ປະ​ເຊີນ​ກັບ​ການ​ເອົາ​ລັດ​ເອົ​າ​ປຽບ ແລະ ສະ​ພາບ​ທີ່ບໍ່​ປອດ​ໄພ, ອີງ​ຕາມ​ອົງ​ການ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ສາ​ກົນ.

ເຖິງ​ແມ່ນ​ຈະ​ມີ​ຂໍ້​ຕົກ​ລົງ​ການ​ຈ້າງ​ງານ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ລະ​ຫວ່າງ ໄທ ແລະ ລາວ ກໍ​ຕາມ, ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຢ່າງ​ຜິດ​ກົດ​ໝາຍ​ຍັງ​ສືບ​ຕໍ່​ໄປ ໃນ​ຂະ​ນະ​ທີ່​ຈຸດ​ອ່ອນ​ຢູ່​ພາຍ​ໃນ​ຂອບ​ນິ​ຕິ​ບັນ​ຍັດ ແລະ ລະ​ບົບ​ການ​ຕິດ​ຕາມ​ຂອງ​ທັງ​ສອງ​ປະ​ເທດ ໄດ້​ອຳ​ນວຍ​ຄວາມ​ສະ​ດວກໃນ​ການ​ເຂົ້າ​ໄປ​ຂອງ​ພວກ​ກຳ​ມະ​ກອນ​ທີ່ບໍ່​ມີ​ໜັງ​ສື.

ໃນ​ກໍ​ລະ​ນີຫຼ້າ​ສຸດນີ້, ໃນ​ວັນ​ທີ 3 ມີ​ນາ​ທີ່​ຜ່ານ​ມາ, ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຈັງ​ຫວັດ ອຸ​ດອນ ທາ​ນີ, ຕຳຫຼວດ​ໃນ​ທ້ອງ​ຖິ່ນ​ໄດ້​ຊ່ວຍ​ເຫຼືອ​ແມ່​ຍິງ​ລາວອາ​ຍຸ 18 ປີ​ທີ່​ເຮັດ​ວຽກ​ເປັນ​ແມ່​ເຮືອນ ຈາກ​ການ​ຖືກ​ລະ​ເມີດ​ຢ່າງ​ຮຸນ​ແຮງ​ໂດຍ​ຜູ້​ຈ້າງ​ງານ​ຂອງ​ລາວ.

There is little recorded data available on Lao migrant workers in China. However it is reported that some Laotians cross the border for weekly and seasonal jobs in China from some districts in the northern Luang Namtha province, according to a spokesperson for the International Organization for Migration Regional Office for Asia and the Pacific in Bangkok told VOA.

"Such migrant workers use passports and border passes to cross borders but find irregular work in China through Lao and Chinese brokers. The authorities of both countries, as well as their families, are unaware of their status of working and living in China," the spokesperson said.

"They cannot even locate the specific areas where they are employed and residing. This doubles their vulnerability to the risk of abuse and exploitation."

Traffickers, he said, use media channels such as TikTok to lure workers and use deception, brokers, and peer pressure to entice them into fraudulent schemes. Many Lao migrant workers are routinely promised good-paying jobs in online services or in cryptocurrency. .

Meanwhile, the primary challenge for work migration to South Korea is that Laotian migrant workers must pay all the costs before departure, including domestic travel, new passports, which can take months to obtain, and recruitment agency fees. Workers also must pay back the agencies, which deduct extra fees from their monthly salaries, the IOM spokesperson told VOA.

A 19-year-old recent high school graduate from Luang Prabang told VOA he could make about $560 a month in South Korea, more than twice what he could make in Laos.

He said his brothers, all with bachelor’s degrees, are barely making $375 a month and had advised him to skip college and find a job abroad. In October, Laos raised its minimum wage from $61 per month to $75 in the face of inflation, which hit 40% last year and was around 25% in this year’s first quarter.

Government’s financial gains from migrant workers

Lao workers abroad send back to Laos an average of over $35.5 million monthly, totaling $426 million annually, according to government reports from mid-2023.

In July, Lao Prime Minister Sonexay Siphandone highlighted the importance of remittances for the Lao government, announcing initiatives to promote employment opportunities domestically and internationally by decentralizing job placement centers, modernizing job search services, and promoting self-employment.

“We've established 18 job placement service points at the provincial level, 36 at the district level, and engaged four domestic and foreign job placement service enterprises," Sonexay told the National Assembly

"Efforts include modernizing the job search service mechanism, connecting databases of Lao and foreign workers, and integrating worker salary information with systems like TaxRis," he said, referring to the government’s tax collection system.

Additionally, in October, Laos and South Korea initiated a project to streamline cross-border money transfers, with plans for expansion to Thailand and Japan, led by the Lao Labor Ministry, the Bank of Laos, Lao Foreign Commercial Bank, and South Korea’s Global Loyalty Network Company.

Not cost-free

These benefits to Laos come at a cost, though.

Despite promised higher pay for work abroad, deceptive recruitment practices often lead to exploitation and debt bondage because of upfront fees and unclear agreements, Matthew Friedman, head of the Hong Kong-based Mekong Club, an antislavery organization, told VOA.

“They often don't really know what they're getting into. They then sign agreements without fully understanding what they're signing or interest rates and fees,” Friedman said from his temporary location in Singapore.

In South Korea, typically Seoul or Busan, workers become ensnared by debt, unable to leave until debts are cleared, he said.

Lao workers, mostly young adults or teenagers who are increasingly migrating to Thailand in search of higher-paying jobs as construction workers, waiters, or maids, often face exploitation and unsafe conditions, according to the IOM.

Despite legal employment agreements between Thailand and Laos, illegal migration continues as loopholes within the legislative frameworks and tracking systems of both countries facilitate the entry of undocumented workers.

The most recent case, on March 3, unfolded in Udon Thani, in northeast Thailand about 75 kilometers from the Laotian border, where local police rescued an 18-year-old Lao woman working as a maid from alleged severe abuse by her employer.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG