ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຄວາມ​ຮຸນ​ແຮງທີ່​ເຢ​ເມັນ


ບັນດາ​ເຈົ້າ​ໜ້າ​ທີ່​ເຢ​ເມັນ​ແລະ​ອັງກິດ​ກ່າວ​ວ່າເອກ​ອັກຄະລັດຖະທູດ​ອັງກິດ​ປະຈຳ​ເຢ​ເມັນບໍ່​ໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດຈາກ​ການວາງ​ລະ​ເບີດ​ໂຈມ​ຕີທີ່ແນ​ໃສ່​ຂະ​ບວນລົດ​ຂອງ​ທ່ານ​ໃນ​ນະຄອນຫລວງຊາ​ນາ​ອາຂອງເຢ​ເມັນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທuj​ເຢ​ເມັນ​ແລະ​ອັງກິດ​ກ່າວ​ວ່າເອກ​ອັກຄະລັດຖະທູດ​ອັງກິດ​ປະຈຳ​ເຢ​ເມັນບໍ່​ໄດ້​ຮັບ​ບາດ​ເຈັບ​ແຕ່​ຢ່າງ​ໃດຈາກ​ການວາງ​ລະ​ເບີດ​ໂຈມ​ຕີ ທີ່ແນ​ໃສ່​ຂະ​ບວນລົດ​ຂອງ​ທ່ານ​ໃນ​ນະຄອນຫລວງຊາ​ນາ​ອາຂອງເຢ​ເມັນ​ນັ້ນ.

ທ່ານ Timothy Trolot ​ເອກ​ອັກຄະລັດຖະທູດ​ອັງກິດ​ກຳລັງເດີນທາງ​ໄປ​ຍັງ​ສະຖານທູດ​ອັງກິດ​ເວລາ​ທີ່​ລະ​ເບີດແຕກ​ຂຶ້ນຊຶ່ງ​ທາງ​ເຈົ້າ​ໜ້າ​ທີ່​ເຢ​ເມັນ​ກ່າວ​ວ່າລະ​ເບີດ​ໄດ້​ແຕກ​ຂຶ້ນ​ຢູ່​ໃກ້ໆກັບ​ລົດ​ຂອງ​ທ່ານ.

ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ທີ່​ກຸງ​ລອນ​ດອນ​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າເວລາ​ນີ້​ສະຖານທູດໄດ້​ອັດ​ລົງແລະ​ທາງ​ການ​ອັງກິດ​ໄດ້​ແນະນຳໃຫ້​ພວກ​ຊາວ​ອັງກິດ​ໃນ​ເຢ​ເມັນ​ບໍ່​ໃຫ້​ໄປສະ​ແດງ​ໂຕ​ໂດດ​ເດ່​ນອອກ​ໜ້າ​ອອກ​ຕາ​ຫລາຍຢູ່​ໃນ​ເຢມັນນັ້ນ.

ພວກ​ທີ່ເຫັນ​ເຫດການ​ກ່າວ​ວ່າການ​ໂຈມ​ຕີຄັ້ງ​ນີ້​ເປັນ​ການວາງ​ລະ​ເບີດ​ສະລະ​ຊີ​ບ. ​ເຈົ້າ​ໜ້າ​ທີ່ເຢັນທ່ານ​ນຶ່ງ​ກ່າວ​ວ່າຜູ້ວາງ​ລະ​ເບີດ​ສະລະ​ຊີບ​ໄດ້​ເສຍ​ຊີວິດໃນການລະ​ເບີດ​. ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ​ໃນ​ການວາງລະ​ເບີດ​ຄັ້ງ​ນີ້ແຕ່​ກະຊວງ​ພາຍ​ໃນ​ຂອງ​ເຢ​ເມັນ​ກ່າວ​ວ່າມີຫລາຍ​ຢ່າງ​ທີ່​ສໍ່​ສະ​ແດງ​ວ່າເປັນ​ນ້ຳມື​ຂອງ​ພວກal-Qaida.

XS
SM
MD
LG