ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມະຫາອໍານາດ ແລະ ອີຣ່ານ ປະຊຸມກັນ ເລື່ອງອາວຸດນິວເຄລຍ


ບັນດາສະມາຊິກຜູ້ແທນອີຣ່ານ ນໍາໂດຍ ເລຂາທິການໃຫຍ່ ດ້ານຄວາມປອດໄພຂອງປະເທດ ແລະຫົວໜ້າເຈລະຈາ ອາວຸດນິວເຄລຍ ທ່ານ Saeed Jalili (ທີ່ສອງຈາກຂວາມື)
ບັນດາສະມາຊິກຜູ້ແທນອີຣ່ານ ນໍາໂດຍ ເລຂາທິການໃຫຍ່ ດ້ານຄວາມປອດໄພຂອງປະເທດ ແລະຫົວໜ້າເຈລະຈາ ອາວຸດນິວເຄລຍ ທ່ານ Saeed Jalili (ທີ່ສອງຈາກຂວາມື)
ບັນດາ​ເຈົ້າ​ໜ້າ​ທີ່​ຈາກ 6 ປະ​ເທດ​ມະຫາ​ອໍານາດຂອງ​ໂລກ ​ແລະ​
ອີ​ຣ່ານ ກຳລັງປະຊຸມ​ກັນ ​ເພື່ອ​ສົນທະນາ​ກ່ຽວ​ກັບໂຄງການ​ນິວ
​ເຄລຍທີ່​ເປັນ​ບັນ ຫາ​ຖົກ​ຖຽງ​ໂຕ້​ແຍ້​ງຂອງ​ອີຣ່ານ ​ໃນ​ການ​ເຈລະ
ຈາຄັ້ງ​ຫລ້າ​ສຸດ ​ເພື່ອ​ແກ້​ໄຂ ຄວາມ​ເປັນ​ຫ່ວງ​ທີ່​ມີ​ມາ​ເປັນ​ທົດ
​ສະ​ວັດນຶ່ງ​ທົດ​ສະ​ວັດທີ່​ວ່າອີຣ່ານກໍາ ​ລັງ​ປະຕິບັດ​ງານ​ເພື່ອ​ສ້າງ
ອາວຸດ​ນິວ​ເຄລຍ.

ການ​ປະຊຸ​ມ​ໃນ​ວັນ​ອັງຄານມື້​ນີ້ ​ທີ່​ນະຄອນ Almaty ປະ​ເທດ Kazakhstan ​ແມ່ນ​ທັງ​ອັນ​ທີ່​ຮ້ອງ​ວ່າ ກຸ່ມ​ປະ​ເທດ P5+1 ປະກອບ​ມີ ສະຫະລັດ ອັງກິດ ຝຣັ່ງ ຣັດ​ເຊຍ ຈີນ ​ແລະ​ເຢຍຣະມັນ ​ແລະ​ຄາດ​ວ່າ​ຈະ​ບໍ່​ມີ​ຄວາມ​ກ້າວໜ້າ​ທີ່ສໍາຄັນ​ແຕ່​ຢ່າງ​ໃດ.

ບັນດາ​ປະ​ເທດ​ມະຫາ​ອໍານາດ ຄາດ​ວ່າ​ ຈະ​ສະ​ເໜີ​ໃຫ້​ມີ​ການ​ຜ່ອນຜັນ​ການ​ລົງ​ໂທດ​ຕໍ່ອີຣ່ານ ຖ້າ​ຫາກ​ວ່າລັດຖະບານປະ​ເທດ​ດັ່ງກ່າວ​ຕົກລົງ ທີ່ຍຸຕິການ​ກັ່ນ​ທາດ​ຢູເຣນຽມ​ຈຳນວນ​ນຶ່ງ.

ອີຣ່ານກ່າວ​ວ່າ​ ​ໂຄງການ​ນິວ​ເຄລຍຂອງຕົນ ມີ​ຈຸດປະສົງ​ໃນ​ທາງ​ສັນຕິ ​ແຕ່​ຫລາຍໆ​ປະ​ເທດ​ທົ່ວ​ໂລກພາກັນ​ເປັນ​ຫ່ວງ​ວ່າທີ່​ຈິງ​ແລ້ວ​ແມ່ນແນ​ໃສ່​ການ​ສ້າງ​ລູກ​ລະ​ເບີດນິວ​ເຄລຍ.

​ໃນ​ການ​ຖະ​ແຫຼງຢູ່​ທີ່​ກຸງ​ລອນ​ດອນ​ໃນ​ວັນ​ຈັນ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ
ສະຫະລັດ ທ່ານ John Kerry ກ່າວ​ວ່າ “ອີຣ່ານ ທີ່​ມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ຂົງເຂດ ​ແລະພ້ອມ​ກັບ​ສິ່ງຕ່າງໆ ​ທີ່​ເກີດ​ຂຶ້ນນັ້ນ ມັນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.”
XS
SM
MD
LG