ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ພຶດສະພາ ໒໐໒໔

UNDP ໄດ້ເລື່ອນເປົ້າໝາຍການລົບລ້າງຄວາມຍາກຈົນຂອງປະຊາຊົນລາວ ຈາກເດີມ ໃນປີ 2024 ໄປເປັນໃນປີ 2026


ແມ່ຄ້າຂາຍມັນເພົາໂດຍມີລູກນ້ອນສອງຄົນຕິດຕາມໄປນຳ ຢູ່ໃນນະຄອນວຽງຈັນ ເມື່ອວັນທີ 25 ກຸມພາ. (Photo by HOANG DINH NAM / AFP)
ແມ່ຄ້າຂາຍມັນເພົາໂດຍມີລູກນ້ອນສອງຄົນຕິດຕາມໄປນຳ ຢູ່ໃນນະຄອນວຽງຈັນ ເມື່ອວັນທີ 25 ກຸມພາ. (Photo by HOANG DINH NAM / AFP)

ອົງການ UNDP ໄດ້ເລື່ອນເປົ້າໝາຍການລົບລ້າງຄວາມຍາກຈົນຂອງປະຊາຊົນລາວ ຈາກເດີມໃນປີ 2024 ໄປເປັນໃນປີ 2026 ເພາະຖືກກະທົບຢ່າງໜັກໜ່ວງຈາກວິກິດການທາງເສດຖະກິດ-ການເງິນໂລກ.

ເຈົ້າໜ້າທີ່ກະຊວງແຜນການແລະການລົງທຶນ ເປີດເຜີຍວ່າ ດ້ວຍສະພາບການທີ່ປະຊາຊົນລາວ ຕ້ອງປະເຊີນກັບພາວະເງິນເຟີ້ໃນອັດຕາສູງແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງນັບຈາກປີ 2020 ເປັນຕົ້ນມາ ຊຶ່ງເຮັດໃຫ້ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງຂຶ້ນເກີນກວ່າ 220 ເປີເຊັນ ກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວສ່ວນໃຫຍ່ ຍັງຄົງເດີມໃນປັດຈຸບັນ ຈຶ່ງບໍ່ພຽງແຕ່ຈະສົ່ງຜົນກະທົບຕໍ່ສະພາບການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ອົງການສະຫະປະຊາຊາດເພື່ອການພັດທະນາ ຫຼື UNDP ໄດ້ເລື່ອນເປົ້າໝາຍການລົບລ້າງຄວາມຍາກຈົນໃນລາວ ຈາກປີ 2024 ອອກໄປເປັນປີ 2026 ທັງຍັງຈະມີການປະຊຸມຮ່ວມກັບລັດຖະບານລາວ ໃນກາງປີ 2024 ນີ້ ເພື່ອພິຈາລະນາວ່າ ຄວນຈະເລື່ອນເປົ້າໝາຍການລົບລ້າງຄວາມຍາກຈົນໃນລາວ ອອກໄປອີກຫຼືບໍ່ອີກດ້ວຍ ໂດຍຈະພິຈາລະນາຈາກຜົນຂອງການແກ້ໄຂບັນຫາເສດຖະກິດ-ການເງິນທີ່ດຳເນີນການໂດຍລັດຖະບານລາວ ໃນໄລຍະທີ່ຜ່ານມາເປັນສຳຄັນ ດັ່ງທີ່ເຈົ້າໜ້າທີ່ ກະຊວງແຜນການແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ການຫລຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນານີ້ ກະເປັນອີກວຽກນຶ່ງທີ່ພວກເຮົາຈະໄດ້ສືບຕໍ່ ເຖິງວ່າຈະມີການປະເມີນຈາກຄະນະກຳມະການຂອງອົງການສະຫະປະຊາຊາດແລ້ວວ່າ ພວກເຮົາມີເງື່ອນໄຂທີ່ຈະຫລຸດພົ້ນ ແຕ່ເຖິງຢ່າງໃດກໍຕາມ ຍ້ອນວ່າ ຄວາມຫຍຸ້ງຍາກຫຼາຍອັນ ອົງການສະຫະປະຊາຊາດ ເພິ່ນກະໄດ້ເລື່ອນໄລຍະການຫລຸດພົ້ນຈາກ 2024 ເປັນ 2026 ແຕ່ວ່າ ທັງນີ້ ທັງນັ້ນ ເພິ່ນກະສິໄດ້ມາປະເມີນຄືນຄວາມສາມາດຕົວຈິງຂອງພວກເຮົາ ສິເປັນຄືແນວໃດ ກໍຄືສິ່ງທ້າທາຍທີ່ພວກເຮົາໄດ້ປະສົບພົບພໍ້.”

ທັງນີ້ ໂດຍເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວລົດລົງຢ່າງຕໍ່ເນື່ອງ ກໍຄືຈາກລະດັບສູງສຸດທີ່ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.92 ເປີເຊັນ ເມື່ອເດືອນເມສາ 2024 ນັ້ນ ກໍບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບໃນລາວລົດລົງແຕ່ຢ່າງໃດ ຊຶ່ງເຫັນໄດ້ຈາກດັດຊະນີລາຄາສິນຄາຍັງປັບຕົວສູງຂຶ້ນເກີນກວ່າ 220 ເປີເຊັນ ໂດຍສະເພາະແມ່ນໃນດ້ານການຄົມມະນາຄົມແລະຂົນສົ່ງ ທີ່ປັບຕົວສູງຂຶ້ນ 232.48 ເປີເຊັນ ຕາມດ້ວຍອາຫານແລະເຄື່ອງດື່ມ ໝວດຮັກສາສຸຂະພາບແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານແລະບໍລິການຕ່າງໆນັ້ນ ລ້ວນແຕ່ປັບຕົວສູງຂຶ້ນເກີນກວ່າ 220 ເປີເຊັນ ໂດຍລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າເປັນສິນຄ້າທີ່ລາວ ຜະລິດໄດ້ບໍ່ພຽງພໍ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດເຫປັນດ້ານຫຼັກ.

ໂດຍບັນຫາອັດຕາເງິນເຟີ້ສູງແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວ ໃນທົ່ວປະເທດ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນເຂດນະຄອນວຽງຈັນ ຊຶ່ງເຄີຍມີລາຍໄດ້ສະເລ່ຍ 64 ລ້ານກີບ ຫຼື 6,379 ໂດລາຕໍ່ຄົນໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 2,991 ໂດລາຕໍ່ຄົນເທົ່ານັ້ນໃນປັດຈຸບັນ ຊຶ່ງລົດລົງເກີນກວ່າ 53 ເປີເຊັນທຽບໃສ່ປີ 2022 ສ່ວນປະຊາຊົນລາວ ທີ່ຢູ່ເຂດຕ່າງແຂວງທີ່ມີລາຍໄດ້ຕ່ຳກວ່າເຂດນະຄອນວຽງຈັນ ເຊັ່ນປະຊາຊົນໃນແຂວງບໍລິຄຳໄຊ ທີ່ມີລາຍໄດ້ສະເລ່ຍບໍ່ເຖິງ 1,300 ໂດລາຕໍ່ຄົນນັ້ນ ກໍມີທ່າອ່ຽງທີ່ຈະຍາກຈົນເພີ້ມຂຶ້ນອີກ ໂດຍລວມເຖິງກຸ່ມປະຊາຊົນລາວເພດຍິງ ທີ່ໄດ້ພົ້ນຈາກຄວາມທຸກຍາກໄປແລ້ວນັ້ນ ກໍຍັງມີທ່າອ່ຽງທີ່ຈະກັບຄືນສູ່ສະພາບຍາກຈົນອີກເທື່ອໃໝ່ດ້ວຍເຊັ່ນກັນ ຍ້ອນວ່າ ມີລາຍໄດ້ບໍ່ໝັ້ນຄົງ ຊຶ່ງເຮັດໃຫ້ຈະຕ້ອງດຳເນີນການສະເສີມສ້າງບົດບາດແມ່ຍິງເຂົ້າໃນໃນການພັດທະນາເສດຖະກິດ ແລະສົງຄົມໃຫ້ຫຼາຍຂຶ້ນ ຊຶ່ງທາງການລາວໄດ້ວາງແຜນປະຕິບັດການໃນ 3 ດ້ານໃນປີ 2024 ດັ່ງເຈົ້າໜ້າທີ່ກະຊວງແຜນການແລະການລົງທຶນ ຢືນຢັນວ່າ:

“ໃນປີ 2024 ນີ້ ກະຊວງແຜນການໄດ້ຄົ້ນຄວາມແລ້ວ ກະເຫັນຄວາມສຳຄັນຕິດພັນກັບຄວາມກ້າວໜ້າຂອງແມ່ຍິງ 3 ໂຄງການ ສຳລັບໂຄງການທີ 1 ສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳພາ-ຄຸ້ມຄອງ ເພດຍິງ ສອງ-ໂຄງການປູກຈິດສຳນຶກໃນການສ້າງຄ່ານິຍົມອັນຖືກຕ້ອງແລະວິຖີຊີວິດໃໝ່ຂອງແມ່ຍິງ-ຄອບຄົວ ສາມ-ໂຄງການຊຸກຍູ້ປະເມີນຜົນການຈັດຕັ້ງປະຕິບັດແຜນການພັດທະນາແມ່ຍິງລາວ 5 ປີ ແຕ່ປີ 2021 ຫາ 2025.”

ທາງດ້ານກອງທຶນຫລຸດຜ່ອນບັນຫາທຸກຍາກໃນລາວ ກໍລາຍງານວ່າ ເຂດທີ່ມີບັນຫາຂາດແຄນດ້ານໂພຊະນາການສຳລັບແມ່ແລະເດັກຮຸນແຮງທີ່ສຸດ ກໍຄື ແຂວງຜົ້ງສາລີ ຫົວພັນ ອຸດົມໄຊ ແລະຊຽງຂວາງ ຊຶ່ງກວມເອົາເຖິງ 465 ບ້ານໃນ 12 ເມືອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG