ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລີເບຍ ຍຶດກຳປັ່ນ ລຳລຽງ ນ້ຳມັນດິບ ຈາກ ທະຫານບ້ານ ໄດ້ແລ້ວ (ວີດີໂອ)


LIBYA SOTVO
please wait
Embed

No media source currently available

0:00 0:01:17 0:00
ເຈົ້າ​ໜ້າ​ທີ່​ຂອງ​ລີ​ເບຍກ່າ​ວວ່າ ກອງ​ກຳລັງ​ຂອງ​ຕົນໄດ້ສະກັດ
ກັ້ນ​ກຳ​ປັ່ນ​ບັນທຸກ​ນ້ຳມັນ​ດິບ ທີ່ພວກ​ທະຫານ​ບ້ານ ຫົວແບ່ງ
ແຍກ​ພະຍາຍາມ​ສົ່ງ​ອອກ ຊຶ່ງເປັນການຝ່າຝືນ ຕໍ່ຄຳສັ່ງຫ້າມ
ຂອງ​ລັດຖະບານນັ້ນ.

ລັດຖະມົນຕີ​ວັດທະນະທຳ ​ແລະ​ໂຄສົກ​ລັດຖະບານ​ລີ​ເບຍ
ທ່ານ Habib Al-Ameen ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
ກອງ​ທັບ​ເຮືອ​ຂອງ​ລີເບຍ ​ຍຶດ​ເອົາ​ກຳປັ່ນລຳ​ດັ່ງກ່າວ​ ໄດ້
ຢ່າງ​ປອດ​ໄພແລ້ວ.

ທ່ານ Al-Ameen ​ໄດ້​ກ່າວ​ວ່າ: “ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້​
ບັນດາເຈົ້າ​ໜ້າ​ທີ່ ​ແມ່ນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ໄດ້​ເຂົ້າຄວບ​ຄຸມກຳ​ປັ່ນ​ບັນທຸກ
ນ້ຳມັນລຳນັ້ນ ​ແລະ​ວ່າ​ມັນປອດ​ໄພແລະ​ກໍຢູ່​ໃນ​ການ​ຄຸ້ມຄອງຂອງກອງ​ທັບ​
ເຮືອລີເບຍ ບໍ່​ມີ​ຜູ້​ໃດ​ຈາກຝ່າຍກົງກັນຂ້າມສາມາດ​ເຂົ້າ​ມາ​ໃກ້​ກຳ​ປັ່ນລຳ​ນີ້​ໄດ້.”


ກຳປັ່ນ​ບັນທຸກນ້ຳລຳ​ດັ່ງກ່າວ​ໄດ້​ຈອດ​ຢູ່​ເມືອງ​ທ່າ As-Sidra ທາງພາກຕາເວັນອອກ
ຂອງປະເທດ ທີ່ຄວບຄຸມໂດຍພວກທະຫານ​ບ້ານ ນັບແຕ່ວັນເສົາແລ້ວນີ້ເປັນຕົ້ນມາ.

ນາຍົກລັດຖະມົນຕີລີ​ເບຍ ທ່ານ Ali Zeidan ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກອງທັບ
ເຮືອ ອງລີເບຍໄດ້​ນຳພາ​ກຳ​ປັ່ນ​ບັນທຸກນ້ຳມັນລຳນີ້ ​ໄປ​ຍັງ​ທ່າກຳປັ່ນໃນພາກຕາ​ເວັນ​
ຕົກຂ​ອງ​ປະ​ເທດ ທີ່​ຄວບ​ຄຸມ​ໂດຍ​ລັດຖະບານ​.

​ໂຄສົກ​ຂອງ​ພວກ​ກະບົດ​ໄດ້​ປະຕິ​ເສດ​ວ່າ​ ຕົນໄດ້ສູນ​ເສຍ​ການ​ຄວບ​ຄຸມ​ກຳ​ປັ່ນ​ລຳນີ້ແລ້ວ.

ກຳປັ່ນ Morning Glory ແມ່ນປັກ​ທຸງ​ເກົາຫຼີ​ເໜືອ ແຕ່​ຍັງ​ບໍ່​ທັນເປັນ​ທີ່​ແຈ້ງ​ຂາວເທື່ອວ່າ
​ ຜູ້​ໃດ​ແທ້​ເປັນ​ເຈົ້າ​ຂອງກຳປັ່ນລຳນີ້. ​ແຫຼ່ງ​ຂ່າວ​ດ້ານ​ການ​ຂົນ​ສົ່ງກ່າວ​ວ່າ ມັນ​ເປັນການປັກ
ທຸງເພື່ອເຫັນແກ່ຄວາມ​ສະດວກສະບາຍ ຍ້ອນບໍ່​ຢາກເປີ​ດ​ເຜີຍ​ວ່າ ​ຜູ້​ໃດ​ເປັນ​ເຈົ້າ​ຂອງ​.

​ໃນວັນຈັນ​ວານ​ນີ້ ​ເຊັ່ນ​ດຽວ​ກັນ ​ສະພາ​ລີ​ເບຍ ​ໄດ້​ສັ່ງ​ໃຫ້ກອງ​ກຳລັງ​ພິ​ເສດ​ໄປ​ປະຕິບັດງານ
​ພາຍ​ໃນ​ນຶ່ງ​ອາທິດ ​ເພື່ອ​ປົດ​ປ່ອຍ ທ່າກຳປັ່ນທັງໝົດທີ່ພວກກະບົດຄວບຄຸມຢູ່ໃນເຂດພາກ
ຕາເວັນອອກທີ່ມີຄວາມຫຼໍ່ແຫຼມຂອງປະເທດ.
XS
SM
MD
LG