ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ສະຫະລັດ ​ແລະ​ອີຣ່ານ ​ເຈລະຈາ​ ໂດຍກົງ ເປັນ​ມື້​ທີ 2


ສະຖານທີ່ນິວເຄລຍ ຂອງອີຣ່ານ
ສະຖານທີ່ນິວເຄລຍ ຂອງອີຣ່ານ
ສະຫະລັດ​ແລະ​ອີຣ່ານ ​ໄດ້​ເຈລະຈາ​ໂດຍກົງເປັນ​ມື້​ທີ 2 ໃນ​ວັນ​
ອັງຄານ​ມື້​ນີ້ ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງອີຣ່ານ ຊຶ່ງ​ທັງ​ສອງ
ຝ່າຍກ່າວ​ວ່າ ມັນເປັນທາງເລືອກ​ທີ່​ຍາກ​ລຳບາກ​ທີ່ຈຳ​ເປັນຈະ
ຕ້ອງ​ໄດ້​ເຮັດ ​ເພື່ອ​ຈະ​ບັນລຸ​ຂໍ້​ຕົກລົງ​ໃນຂອບເຂດທີ່​ກ້ວາງຂວາງ
ກ່ອນກຳນົດ​ເສັ້ນ​ຕາຍ ໃນວັນທີ 20 ກໍ​ລະ​ກົດ ຈະມາເຖິງ​ນີ້.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Marie
Half
ໄດ້ກ່າວເຖິງ​ການ​ພົບ​ປະກັນ ທີ່ນະຄອນເຈ​ນີວາ ວ່າ“​ເປັນ​ການ
​ປຶກສາ”
​ເພື່ອ​ສົນທະນາຫາລື ກ່ຽວກັບ​ບັນຫາ​ຕ່າງໆ​ທີ່​ຍັງຄົງ​ຄ້າງ
​ກ່ອນ​ການ​ເຈລະຈາ​ກັນ ​ໃນ​ອາທິດ​ໜ້າ ລະຫວ່າງອີຣ່ານກັບ​ກຸ່ມ
6 ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ. ທ່ານ​ນາງ ກ່າວ​ວ່າ“ການເຈ
ລະຈາກັນນີ້ ແມ່ນໄດ້ມາຮອດທາງລ້ຽວທີ່ສຳຄັນ.”


ສື່ທາງການຂອງອີຣ່ານ ອ້າງເອົາຄຳເວົ້າຂອງຮອງລັດຖະມົນຕີການຕ່າງປະເທດ ທ່ານ
Abbas Araqchi ທີ່ກ່າວວ່າ ເສັ້ນ​ຕາຍ ໃນວັນທີ 20 ກໍ​ລະ​ກົດນີ້ ອາດຈຳເປັນທີ່ຈະຕ້ອງ
ໄດ້ເລື່ອນເວລາອອກໄປອີກ 6 ເດືອນ.

ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ຕ້ອງການທີ່ຈະໃຫ້ມີຂອບເຂດຈຳ
ກັດ ແລະໂປ່ງໃສ ເພື່ອຄ້ຳປະກັນວ່າໂຄງການ​ນິວ​ເຄລຍຂອງອີຣ່ານແມ່ນເປັນໂຄງການ​ໃນທາງສັນຕິ ໃນຂະນະທີ່ອີຣ່ານ ຕ້ອງການຢາກໃຫ້ຍົກເລີກການລົງໂທດ​ ທີ່ໄດ້ສ້າງ
ຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຕົນນັ້ນ.

ເຈົ້າໜ້າທີ່ອີຣ່ານ ມີກຳນົດຈະພົບປະກັບບັນດາເຈົ້າໜ້າທີ່ຂອງຝຣັ່ງໃນວັນພຸດມື້ອື່ນນີ້ ແລະ ຫຼັງຈາກນັ້ນ ກໍຈະພົບປະກັບເຈົ້າໜ້າທີ່ຣັດເຊຍ.
XS
SM
MD
LG