ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ກອງ​ປະຊຸມ ​​ຊ່ວຍ​ເຫຼືອນາໆ​ຊາດ ຫາເງິນເຂົ້າກອງທຶນ ຊ່ວຍອົບພະຍົບ ຊີເຣຍ


Syria
please wait
Embed

No media source currently available

0:00 0:01:47 0:00

ກອງ​ປະຊຸມ​ຂອງ​ພວກ​ໃຫ້​ຄວາມ​ຊ່ວຍ​ເຫຼືອນາໆ​ຊາດ ​ໄດ້​ເລີ້ມ
​ຂຶ້ນ​ໃນ​ນະຄອນ​ລອນ​ດອນ ທີ່​ມີເປົ້າ​ໝາຍ​ຈະຫາ​ເງິນ ​ເຂົ້າ​ກອງ​
ທຶນມະນຸດສະທຳໃຫ້​ໄດ້​ຢ່າງ​ນ້ອຍ 7 ພັນ​ລ້ານ​ໂດ​ລ່າ ສຳຫຼັບ​
ຊີ​ເຣຍ ທີ່​ໄດ້​ຮັບ​ຜົນ​ກະທົບຍ້ອນ​ສົງຄາມ​ກາງ​ເມືອງເປັນ​ເວລາ
5 ປີນັ້ນ.

ກອງ​ປະຊຸມ​ພາຍ​ໃຕ້​ການ​ນຳພາ​ຂອງອົງການ​ສະຫະ​ປະຊາ​ຊາດ ຈະ​ນຳເອົາ​ລັດຖະບານ​ຂອງ ປະ​ເທດ​ຕ່າງໆ ອົງການ​ໃຫ້​ຄວາມ​ຊ່ວຍ​ເຫ​ລື​ອທາງ​ດ້ານ​ມະນຸດສະທຳ ​ແລະ​ກຸ່ມສັງຄົມ​ພົນລະ​ເຮືອນ ມາປຶກສາ​ຫາລື​ກັນ ​ເພື່ອຊອກ​ຫາ​ການ​ຊ່ອຍ​ເຫຼືອ​ຢ່າງ​ຮີບ​ດ່ວນ ມາ​ໃຫ້​ຊາວອົບ​ພະຍົບ​ຊີ​ເຣຍ ​ເກືອບ 5 ລ້ານ​ຄົນ ທີ່ຫລົບ​ໜີ​ເຂົ້າ​ໄປ​ຍັງ​ປະ​ເທດ Jordan Lebanon Turkey ​ແລະ​ປະ​ເທດ​ອື່ນໆ ​ແລະເພື່ອ​ສ້າງຍຸດ​ທະ​ສາດ​ໄລຍະ​ຍາວ ໃນ​ການ​ໃຫ້​ຄວາມ
ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າ ​ໃຫ້​ໄດ້​ເລີ້ມ​ຕົ້ນ​ຊີວິດ​ໃໝ່​ຄືນ ຊຶ່ງ​ຮວມມີ ການ​ສຶກສາ ​ແລະ​ສ້າງ​ວຽງ​ເຮັດ​ງານ​ທຳ. ມີ​ຈຳ​ນວນ​ຫຼາຍ​ສິບ​ພັນ​ຄົນ ​ໄດ້​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ຢູ​ໂຣບ ​ເພື່ອ​ຂໍ​ລີ້​ໄພ ​ເຮັດ​ໃຫ້​ເປັນ​ຄື້ນຟອງ​ຂອງວິ​ກິດ​ການ​ພວກ​ອົບ​ພະຍົບທີ່​ໃຫຍ່​ຫຼວງ ນັບ​ຕັ້ງ​ແຕ່ສົງຄາມ​ໂລກ​ຄັ້ງ​ທີ 2 ​ເປັນຕົ້ນມາ.

ເຊີນຊົມ: ວີດີໂອກ່ຽວກັບກອງປະຊຸມ

$9 Billion Target Ahead Of London Syria Donors’ Conference
please wait

No media source currently available

0:00 0:02:30 0:00

ອົງການ​ສະຫະ​ປະຊາ​ຊາດ ກຳລັງ​ຫາ​ງົບປະມານ​ຈຳນວນ 1 ພັນ 2 ຮ້ອຍ​ລ້ານ​ໂດລ່າ
​ໃນ​ການ​ຊ່ອຍ​ເຫຼືອ​ບັນດາ​ປະ​ເທດ​ທັງຫຼາຍ​ທີ່​ໄດ້​ຮັບ​ຜົນ​ກະທົບວາງ​ແຜນການ​ຮັບຜິດຊອບ ຊ່ອຍ​ເຫຼືອພວກ​ຊາວ​ອົບ​ພະຍົບທີ່​ມີ​ຈຳ​ນວນ​ຫຼວງ​ຫຼາຍ​ນັ້ນ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ໄດ້​ກ່າວ​ວ່າ ການ​ໃຫ້​ເງິນ​ບໍລິຈາກ​ນີ້
ຈະ​ຊ່ອຍ​ເຫຼືອ​ຊາວ​ຊິ​ເຣຍ “ດ້ວຍ​ຄວາມ​ຫວັງທີ່​ວ່າ ​ບໍ່ເຮັດ​ໃຫ້ພວກ​ເຂົາ​ເຈົ້າ​ຄິດ​ວ່າ​ມັນ​ບໍ່​ມີ​ທາງ​ເລືອກ​ໃດໆ ​ແຕ່​ວ່າ​ສ່ຽງ​ຊີວິດ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ການ​ເດີນ​ທາງ​ທີ່​ເປັນ​ອັນຕະ
ລາຍ​ເຂົ້າ​ໄປ​ຍັງ​ຢູ​ໂຣບນັ້ນ.”
ທ່ານ Cameron ​ໄດ້​ປະກາດ​ອອກ​ໄປ ​ກ່ອນ​ກອງ​ປະຊຸມ​ດັ່ງກ່າວນີ້​ວ່າ ອັງກິດ ຈະ​ໃຫ້ການ​ຊ່ອຍ​ເຫຼືອ ​ເປັນ​ເງິນ​ຈຳນວນ​ 1 ພັນ 7 ຮ້ອຍ 5 ສິບລ້ານ​ໂດ​ລ່າ ໃນ​ ຄວາມ​ພະຍາຍາມ​ທີ່​ວ່າ​ນີ້.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ກ່າວຕໍ່ກອງປະຊຸມ ໃນຂະນະທີ່ນາຍົກລັດຖະມົນຕີ ນໍເວ ທ່ານ Erna Solberg, ນຍ. Angela Merkel, ປະມຸກ Kuwait, Sheikh Sabah al-Ahmad al-Sabah ແລະ ນຍ. David Cameron (ຊ້າຍຈາກຂວາ) ຮັບຟັງທີ່ກອງປະຊຸມ.
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon (ຂວາ) ກ່າວຕໍ່ກອງປະຊຸມ ໃນຂະນະທີ່ນາຍົກລັດຖະມົນຕີ ນໍເວ ທ່ານ Erna Solberg, ນຍ. Angela Merkel, ປະມຸກ Kuwait, Sheikh Sabah al-Ahmad al-Sabah ແລະ ນຍ. David Cameron (ຊ້າຍຈາກຂວາ) ຮັບຟັງທີ່ກອງປະຊຸມ.

ການ​ເລີ້ມ​ຕົ້ນ​ຂອງ​ກອງ​ປະຊຸມ​ທີ່​ວ່າ​ນີ້ ມີ​ຂຶ້ນພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ອົງການ​ສະຫະ​ປະຊາຊາ​ດ ໄດ້ໂຈະການ​ເຈລະຈາ​ສັນຕິພາບ ກ່ຽວ​ກັບ​ພັກ​ຝ່າຍ​ຕ່າງໆ​ໃນ​ຊິ​ເຣຍ ​ຢູ່​ນະຄອນເຈນີວາ ​ໄປ​ຈົນຮອດທ້າຍ​ເດືອນກຸມພາ​ນີ້.

ທູດ​ພິ​ເສດ​ປະ​ຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Staffan de Mistura ຜູ້​ຊຶ່ງໄດ້​ສົນ ທະລະຫວ່າງຕົວ​ແທນ​ຂອງ​ປະທານາທິບໍດີຊິ​ເຣຍ ທ່ານ Bashar al-Assad ​ແລະ​ກຸ່ມ​ຕໍ່ ຕ້ານທີ່​ພະຍາຍາມ​ໂຄ່ນ​ລົ້ມ​ທ່ານ​ນັ້ນ ​ໄດ້ຮຽກຮ້ອງ​ໃຫ້​ເລື່ອນ​ເວ​ລາ​ອອກ​ໄປ​ຈົນເທົ່າວັນ​ທີ 25 ​ກຸມພາ​ນີ້ ຄື​ແບບ​ວ່າ “​ໂຈະ​ເປັນ​ການ​ຊົ່ວ​ຄາວ” ​ແລະ​ບໍ່​ແມ່ນ​ຍົກ​ເລີກ​ການເຈລະຈາ ໃນ​ອັນ​ທີ່ເອີ້ນ​ວ່າ ຄວາມ​ພະຍາຍາມເພື່ອ​ສ້າງສັນຕິພາບ​ໃນຊິ​ເຣຍ ​ໃນ​ຮອບ 2 ປີນັ້ນ.

ທ່ານ de Mistura ​ໄດ້​ກ່າວ​ວ່າ “ນີ້​ບໍ່​ແມ່ນ​ການ​ສິ້ນ​ສຸດ​ລົງ ​ແລະ​ນີ້​ບໍ່​ແມ່ນ​ການ​ລົ້ມ​ແຫຼວ​ຂອງ​ການ​ເຈລະຈາ​ແຕ່​ຢ່າງ​ໃດ.”

XS
SM
MD
LG