ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ເທີກີ ຕອບໂຕ້ ຕໍ່ການຍິງປືນຄົກ ໂຈມຕີ ຂອງຊີເຣຍ (ສະໄລດ໌)


ຊາຍຄົນນຶ່ງກໍາລັງຫອບເດັກຍິງ ຍ່າງຜ່ານບ້ານທີ່ຖືກທໍາລາຍໂດຍ ປືນຄົກຊີເຣຍ
ຊາຍຄົນນຶ່ງກໍາລັງຫອບເດັກຍິງ ຍ່າງຜ່ານບ້ານທີ່ຖືກທໍາລາຍໂດຍ ປືນຄົກຊີເຣຍ
ຂະນະ​ນີ້​ເທີ​ກີ​ກໍາລັງ​ສືບ​ຕໍ່ ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ປືນ​ຄົກ​ຂອງ​ຊີ​ເຣຍ ​ໂດຍ​ການ​ລະດົມ​ຍິງ​ປືນ​ໃຫຍ່​ໃສ່​ຊີ​ເຣຍ​ເປັນ​ມື້​ທີ່​ສອງ ​ໃນຂະນະ​ທີ່​ລັດຖະສະພາ​ເທີ​ກີ ພິຈາລະນາ​ກ່ຽວ​ກັບ​ມາດ​ຕະການສະບັບ​ນຶ່ງ​ເພື່ອ​ອະນຸມັດການປະ ຕິບັດ​ການ​ທາງທະຫານ​ໃນຕ່າງປະ​ເທດ.

ຜູ້​ຊ່ວຍ​ໃກ້ຊິດ​ຂອງ​ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີ ​ເທີ​ກີ ກ່າວ​ວ່າ ​ເທີ​ກີ ບໍ່​ສົນ​ໃຈ​ຢາກ​ທໍາ​ສົງ​ຄາມ​ກັບ​ຊີ​ເຣຍ ​ແຕ່​ຈະ​ຕອບ​ໂຕ້​ຄືນ​ຖ້າ​ເວລາ​ໃດ​ເຫັນ​ວ່າ​ຈໍາ​ເປັນ.

ການ​ລະດົມ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເມື່ອ​ວັນ​ພະຫັດ​ມື້​ນີ້​ໄດ້​ແນ​ເປົ້າໝາຍ​ໃສ່​ເຂດ​ດຽວ​ກັບ​ທີ່​ກໍາລັງ​ທະຫານ​ຂອງ​ເທີ​ກີລະບຸ​ວ່າ ​ເປັນ​ແຫຼ່ງທີ່​ມາຂອງປືນ​ຄົກ​ຂອງ​ຊີ​ເຣຍ. ພົນລະ​ເຮືອນ​ຊາວ​ເທີ​ກີ​ຫ້າ​ຄົນ​ເສຍ​ຊີວິດ​ຈາກ​ເຫດ​ຮ້າຍ​ດັ່ງກ່າວ​ເມື່ອ​ວັນ​ພຸດວານ​ນີ້ ​ເວລາ​ລູກປືນ​ຄົກ​ຕົກ​ໃສ່​ຄຸ້ມບ້ານ​ເຮືອນທີ່​ຄົນ​ຢູ່​ອາໄສ​ທີ່​ເມືອງ Akcakale.

​ເຈົ້າໜ້າ​ທີ່​ເທີ​ກີ ​ແລະ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ​ຊີ​ເຣຍ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ ກ່າວ​ວ່າ ການ​ໂຈມຕີ​ຕອບ​ໂຕ້​ທີ່​ວ່າ​ນີ້ ມີ​ຂຶ້ນ​ໃກ້​ເມືອງ Tel Abyad ທີ່ຢູ່​ຕິດ​ຊາຍ​ແດນ​ຂອງ​ຊີ​ເຣຍ ​ຊຶ່ງໄດ້​ສັງຫານ​ທະຫານ​ຊີ​ເຣຍຫຼາຍຄົນ ​ແຕ່​ບໍ່​ຮູ້​ຈໍານວນ​ເທົ່າ​ໃດ​ແທ້.

ມາດ​ຕະການທີ່​ນຳ​ສະ​ເໜີ​ຕໍ່​ສະພາ​ເທີ​ກີ ​ເວົ້າ​ວ່າ ຊີ​ເຣຍ​ໄດ້​ທໍ​າການ​ປະຕິບັດ​ການ​ແບບ​ຮຸ​ກຮານຕໍ່​ດິນ​ແດນ​ຂອ​ງ​ເທີ​ກີ ທັງໆ​ທີ່​ມີ​ການ​ຕັກ​ເຕືອນຊໍ້າ ​ແລະ​ການ​ລິ​ເລີ່​ມທາງ​ການ​ທູດ​ກັນ​ຫຼາຍບັ້ນ​. ສະພາ​ເທີ​ກີ​ກ່າວ​ອີກ​ວ່າ ບັດ​ນີ້ ມັນ​ມີ​ຄວາມ​ຈໍາ​ເປັນ ​ທີ່​ຈະ​ປະຕິບັດ​ການ​ຢ່າງໄວ​ໃນ​ການ​ປະ​ເຊີນ​ກັບ​ຄວາມສ່ຽງ​ ແລະ​ໄພ​ຂົ່ມຂູ່​ເພີ່ມ​ຂຶ້ນອີກ​ນັ້ນ.

​ເທີ​ກີ ​ໄດ້​ມີ​ກົດໝາຍ​ຂໍ້​ນຶ່ງ​ ທີ່​ອະນຸຍາດໃຫ້​ມີ​ການ​ແຊກ​ແຊງ​ໂດຍ​ຝ່າຍ​ທະຫານ​ໄດ້ ​ເພື່ອຕໍ່ຕ້ານກະບົດ​ຊາວ​ເຄິດ​ແບ່ງ​ແຍກ​ດິນ​ແດນ ທີ່​ມີ​ຖານ​ປະຕິບັດ​ການຢູ່​ໃນ​ພາກ​ເໜືອ​ຂອງ​ອິຣັກ.

ທ່ານ Omran Zoabi ລັດຖະມົນຕີ​ກະ​ຊວງ​ຖະ​ແຫຼງຂ່າວ​ຂອງ​ຊີ​ເຣຍ ​ເວົ້າ​ວ່າ ດາ​ມັສກັສ ກໍາລັງ​ສືບສວນ​ສອບ​ສວນ​ຕົ້ນ​ຕໍຂອງ​ການ​ຍິງ​ປືນ​ຄົກ​ໂຈມ​ຕີ ​ແລະ​ວ່າ​ຊີ​ເຣຍຂໍ​ສະ​ແດງ​ຄວາມ​ເສົ້າສະ​ລົດ​ໃຈ​ຕໍ່​ປະຊາຊົນ​ເທີ​ກີ.

XS
SM
MD
LG