ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ສະຫະລັດ ກ່າວວ່າ ການໂຈມຕີໃນເຢເມນ ສັງຫານນັກລົບ al-Qaida ສາມຄົນ


ພວກເດັກນ້ອຍເຢເມນ ພາກັນເບິ່ງລົດທີ່ຖຶກທຳລາຍ ລະຫວ່າງການບຸກໂຈມຕີຂອງຕຳຫລວດ.
ພວກເດັກນ້ອຍເຢເມນ ພາກັນເບິ່ງລົດທີ່ຖຶກທຳລາຍ ລະຫວ່າງການບຸກໂຈມຕີຂອງຕຳຫລວດ.

ກອງທັບ​ສະຫະລັດ ກ່າວ​ວ່າ ​ພວກເຂົາເຈົ້າໄດ້​ສັງຫານ​ໜ່ວຍ​ປະ​ຕິ​ບັດ​ງານ al-Qaida ສາມ​ຄົນ​ໃນ​ການ​ໂຈມ​ຕີ​ປາບປາມພວກ​ກໍ່​ການ​ຮ້າຍ​ໃນ ​ເຢ​ເມນ.

ກອງ​ບັນຊາ​ການ​ທະຫານ ​ສະຫະລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ບໍ່​ໄດ້​ກ່າວ​ວ່າການ​ປະຕິ ບັດ​ການໂຈມ​ຕີ​ໄດ້​ຖືກດຳເນີນຂຶ້ນແນວ​ໃດ ​ແລະ ​ບໍ່​ໄດ້​ເປີດ​ເຜີຍ​ວ່າ​ພວກ​ທີ່ຖືກ​ສັງຫານ​ນັ້ນ​ແມ່ນ​ໃຜ.

ຢູ່​ໃນ​ຖະ​ແຫລ​ງການ​ໃນ​ວັນ​ສຸກ​ວານ​ນີ້ ກອງ​ບັນຊາ​ການ​ທະຫານ ​ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ເກີດຂຶ້ນ​ຢູ່​ແຂວງ Shabwa ​ໃນ​ພາກ​ກາງຂອງ​ ເຢ​ເມັນ ​ຕໍ່ກັບ​ພວກ​ນັກ​ລົບ al-Qaida ຢູ່​ໃນ​ແຫລມ​ ອາຣາ​ເບຍ ຫລື (AQAP)

ກອງທັບ ​ສະຫະລັດ ​ກ່ອນໜ້ານີ້ໄດ້ປະຕິບັດ​ການໂຈມ​ຕີ​ດ້ວຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບຫລາຍ​ຄັ້ງ​ໃນ​ ເຢ​ເມນ ​ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ອິສລາມ.

ຖະ​ແຫລ​ງການ​ຂອງ​ກອງ​ບັນຊາ​ການ ໄດ້ກ່າວ​ວ່າ "ພວກນັກຮົບ AQAP ຍັງ​ຄົງເປັນໄພ ຂົ່ມຂູ່ທີ່​ສຳຄັນ​ຢູ່​ໃນ​ຂົງ​ເຂດ, ໃນ ສະຫະລັດ ແລະ ​ແຫ່ງ​ອຶ່ນໆ. ການ​ມີໜ້າຂອງກຸ່ມ al-Qaida ​ໄດ້​ສົ່ງຜົນ​ກະທົບທີ່​ບໍ່ໝັ້ນຄົງໃນ ເຢເມນ, ເຊິ່ງພວກ ເຂົາໄດ້​ໃຊ້​ຄວາມ​ບໍ່​ສະ ຫງົບ​ຢູ່​ໃນ​ ເຢ​ເມນ ​ເປັນ​ບ່ອນ​ລີ້​ໄພ​ເພື່ອ​ວາງ​ແຜນ​ການ ໂຈມ​ຕີ​ໃນ​ອານາ​ຄົດ​ຕໍ່ກັບ​ພັນທະ​ມິດ​ຂອງ​ພວກ​ເຮົາພ້ອມ​ກັບ ​ສະຫະລັດ ​ແລະ​ຜົນ​ປະໂຫຍ​ດຂອງພວກເຂົາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG