ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ການຊອກຫາ ເຮືອບິນ ມາເລເຊຍ ຍັງເພັ່ງເລັງ ໃສ່ເຂດໃຕ້ ມະຫາສະມຸດ ອິນເດຍ (ສະໄລດ໌/ວີດີໂອ)


ການຊອກຫາ ເຮືອບິນໂດຍສານຂອງມາເລເຊຍທີ່ຫາຍສາບສູນ
ໄປນັ້ນ ຍັງສືບຕໍ່ເພັ່ງເລັງໃສ່ເຂດສອກຫລີກທາງພາກໃຕ້ຂອງມະ
ຫາສະມຸດອິນເດຍ ຂະນະທີ່ເຈົ້າໜ້າທີ່ອອສເຕຣເລຍກ່າວວ່າ ຍັງ
ບໍ່ມີຫລັກຖານທີ່ແນ່ນອນໃດໆເທື່ອມາຈົນຮອດເວລານີ້ທີ່ວ່າວັດຖຸ
2 ຊິ້ນ ທີ່ແນມເຫັນ ຢູ່ໃນເຂດດັ່ງກ່າວ ຈາກດາວທຽມນັ້ນ ມາຈາກ
ເຮືອບິນມາເລເຊຍ.

ເຮືອບິນຊອກຄົ້ນ 5 ລຳ ໄດ້ພາກັນທຳການຊອກຫາຢ່າງລະອຽດ ຢູ່ໃນເຂດສອກຫລີກຫ່າງໄກດັ່ງກ່າວ ໃນຖານະທີ່ເປັນພາກສ່ວນ
ນຶ່ງຂອງການດຳເນີນຄວາມພະຍາຍາມນາໆຊາດ ເພື່ອຊອກຄົ້ນ ຫາຊາກຫັກພັງທີ່ອາດມາຈາກຖ້ຽວບິນໂດຍສານ MH370 ຂອງ
ມາເລເຊຍ. ເຮືອບິນໂດຍສານລຳນີ້ ໄດ້ຫາຍສາບສູນໄປ ເມື່ອວັນທີ 8 ມີນາຜ່ານມາ ພ້ອມ ດ້ວຍຜູ້ໂດຍສານແລະພະນັກງານທັງໝົດ 239 ຄົນ.

CN Experts: Amateur Terrorists Gain Most from Flight 370 Information
please wait

No media source currently available

0:00 0:02:27 0:00


ບັນດາເຮືອບິນທີ່ເຂົ້າຮ່ວມໃນການຊອກຄົ້ນຄັ້ງນີ້ແມ່ນຮວມທັງເຮືອບິນທີ່ມາຈາກອອສເຕຣ
ເລຍແລະນິວຊີແລນ ແລະເຮືອບິນອີກລຳນຶ່ງ ຂອງກອງທັບເຮືອ ສະຫະລັດ. ຈີນແລະຍີ່ປຸ່ນ ຕ່າງກໍໄດ້ສະໜອງການໃຫ້ຄວາມຊ່ອຍເຫຼືອ.

ມາຮອດປັດຈຸບັນນີ້ ຍັງບໍ່ທັນມີຮ່ອງຮອຍ ຫລືເງື່ອນງຳທີ່ແໜ້ນໜາໃດໆ ຂອງເຮືອບິນໂດຍ
ສານທີ່ຫາຍສາບສູນໄປນັ້ນວ່າ ແມ່ນຫຍັງແທ້ໄດ້ເກີດຂຶ້ນແກ່ເຮືອບິນລຳດັ່ງກ່າວໃນຂະນະ ທີ່ພວມເດີນທາງແກ່ກຸງກົວລາລຳເປີໄປຫານະຄອນຫຼວງປັກກິ່ງ.

ອອສເຕຣເລຍໄດ້ນຳອອກເຜີຍແຜ່ຮູບຖ່າຍທາງດາວທຽມໃນວັນພະຫັດວານນີ້ທີ່ສະແດງ
ໃຫ້ເຫັນວັດຖຸຂະໜາດໃຫຍ່ 2 ປ່ຽງທີ່ພວກນັກສືບສວນເວົ້າວ່າ ອາດຈະເປັນສ່ວນນຶ່ງຂອງ ເຮືອບິນທີ່ຫາຍສາບສູນນັ້ນ. ປ່ຽງນຶ່ງແມ່ນໃຫຍ່ ປະມານ 24 ແມັດ ແລະອີກປ່ຽນນຶ່ງ ແມ່ນ ຍາວ 5 ແມັດ.

MALAYSIA PLANE CNPK
please wait
Embed

No media source currently available

0:00 0:01:59 0:00


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbot ກ່າວຕໍ່ ພວກນັກຂ່າວວ່າ ປະເທດ ຂອງທ່ານໄດ້ນຳໃຊ້ທຸກສິ່ງຢ່າງທີ່ຕົນມີຢູ່ ເຂົ້າໃນຄວາມພະຍາຍາມຊອກຄົ້ນຫາເຮືອບິນລຳ
ນີ້ຊຶ່ງທ່ານກ່າວຕື່ມວ່າ:

“ພວກເຮົາໄດ້ສົ່ງກຳປັ່ນລຳນຶ່ງຂອງກອງທັບເຮືອອອສເຕຣເລຍທີ່ພວມແລ່ນມຸ່ງໜ້າໂດຍໄວ ເທົ່າທີ່ຈະໄວໄດ້ ໄປຍັງບໍລິເວນດັ່ງກ່າວ. ມັນເປັນບໍລິເວນທີ່ຂ້ອນຂ້າງສອກຫລີກ ທາງພາກ ໃຕ້ຂອງມະຫາສະມຸດອິນເດຍ ຊຶ່ງຕັ້ງຢູ່ປະມານ 3 ພັນຫຼັກກິໂລແມັດຫ່າງຈາກເມືອງ Perth ໄປທາງທິດຕາເວັນຕົກສຽງໃຕ້. ມັນເປັນຈຸດທີ່ພວກເຮົາສາມາດເຂົ້າໄປຫາຍາກທີ່ສຸດທີ່ເຮົາ ສາມາດວາດມະໂນພາບໄດ້ ຢູ່ເທິງໜ້າໂລກຂອງເຮົາ ແຕ່ຖ້າຫາກມີ ສິ່ງໃດສິ່ງນຶ່ງ ຢູ່ລຸ່ມນັ້ນ ພວກເຮົາກໍຈະພົບເຫັນມັນ. ພວກເຮົາເປັນໜີ້ບຸນຄຸນ ຕໍ່ບັນດາຄອບຄົວ ຂອງຜູ້ຄົນເຫຼົ່ານັ້ນ ທີີ່ບໍ່ໄດ້ດຳເນີນການ ໜ້ອຍກວ່າພວກເຮົາເລີຍ.”

XS
SM
MD
LG