ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການຕັດສິນລົງໂທດ ຄະນະວົງດົນຕີພັ້ງຄ໌ ໃນຣັດເຊຍ


ນັກຮ້ອງເພັ້ງແບບນັກເລງ ຜູ້ຍິງສາມຄົນ ກໍາລັງຖືກໄຕ່ສວນຢູ່ສານທີກຸງມົສກູ
ນັກຮ້ອງເພັ້ງແບບນັກເລງ ຜູ້ຍິງສາມຄົນ ກໍາລັງຖືກໄຕ່ສວນຢູ່ສານທີກຸງມົສກູ
ຜູ້​ພິພາກສາຣັດ​ເຊຍ ຈະ​ປະກາດ​ຄຳ​ຕັດສິນ​ໃນ​ວັນ​ສຸກ​ນີ້ ຕໍ່​ຜູ້ຍິງ​ສາມ​ຄົນ ທີ່​ຢູ່​ໃນ​ຄະ​ນະ​ວົງ​ດົນຕີ​ພັ້ງ ​ຊື່ວ່າ Pussy Riot ​ທີ່​ໄດ້​ຖືກ​ກ່າວ​ຫາ​ວ່າເປັນ​ນັກ​ເລງ​ ຍ້ອນ​ພາກັນຮ້ອງ​ເພງ​ໆ​ນຶ່ງ​ຢູ່​ໃນ​ວັດ ​ເຍາະ​ເຍີ້ຍປະທານາທິບໍ Vlaimir Putin.

ຄະນະໄອ​ຍະ​ການ ​ໄດ້​ຮ້ອງ​ຂໍ​ໃຫ້​ສານກຸງ​ມົ​ສກູ ລົງ​ໂທດ​ນັກ​ຮ້ອງ​ທັງ​ສາມ​ຄົນ​ໃຫ້​ຕິດ​ຄຸກ​ສາມ​ປີ ​ໃນ​ຖານ​ສູດມົນ​ປະ​ທ້ວງ ​ທີ່​ມີ​ລັກສະນະ​ທາງ​ດ້ານ​ເມືອງ ຢູ່​ທີ່​ພະ​ວິ ຫານ​ໃຫຍ່ ​ໃນ​ນະຄອນຫຼວງຣັດ​ເຊຍ​ .

ໄອ​ຍະ​ການກ່າວ​ໃນ​ການ​ໂຕ້​ແຍ້​ງປິດ​ຄະດີ​ ໃນ​ອາທິດແລ້ວນີ້​ວ່າ ການສະ​ແດງ​ຂອງ​ພວກ​ຜູ້ຍິງ​ທັງ​ສາມ ​ແມ່ນເປັນການ​ໝິ່ນປະ
ໝາດທັງ​ຕໍ່​ວັດ ​ແລະຕໍ່​ບັນດາ​ຜູ້​ທີ່​ເຂົ້າ​ໄປ​ນົບ​ໃຫວ້. ການ​ຕັດສິນ
​ລົງ​ໂທດຈຳ​ຄຸກ​ເປັນ​ເວລາ​ສາມ​ປີ ​ແມ່ນຍັງ​ໜ້ອຍ​ກວ່າ​ໂທດ​ສູງ​ສຸດ
ເຈັດ​ປີ ທີ່​ຜູ້​ຍິງ​ທັງ​ສາມປະ​ເຊີີນໃນ​ຂໍ້ຫາ​ເປັນ​ນັກ​ເລງ.
XS
SM
MD
LG