ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຫີບບັນທຶກການບິນ ຂອງເຮືອບິນໂດຍສານທີ່ຕົກລົງ ໃນຣັດເຊຍ ຖືກເກັບກູ້ມາໄດ້ແລ້ວ


ເຈົ້າໜ້າທີ່ກະຊວງຮັບມືກັບເຫດການສຸກເສີນຂອງຣັດເຊຍ​ ພວມກວດກາເບິ່ງຊາກເຮືອບິນໂດຍສານ ຂອງດູບາຍ ທີ່ປະສົບອຸບັດຕິເຫດຕົກ ຢູ່ສະໜາມບິນ Rostov-on-Don ປະມານ 950 ກິໂລແມັດ ຫ່າງຈາກມົສກູໄປທາງທິດໃຕ້. (19 ມີນາ 2016)
ເຈົ້າໜ້າທີ່ກະຊວງຮັບມືກັບເຫດການສຸກເສີນຂອງຣັດເຊຍ​ ພວມກວດກາເບິ່ງຊາກເຮືອບິນໂດຍສານ ຂອງດູບາຍ ທີ່ປະສົບອຸບັດຕິເຫດຕົກ ຢູ່ສະໜາມບິນ Rostov-on-Don ປະມານ 950 ກິໂລແມັດ ຫ່າງຈາກມົສກູໄປທາງທິດໃຕ້. (19 ມີນາ 2016)

ບັນດານັກສືບສວນ ໄດ້ເກັບກູ້ເອົາ ຫີບບັນທຶກຂໍ້ມູນການບິນ
ຈາກເຮືອບິນໂດຍສານ FlyDubai ທີ່ໄດ້ເກີດອຸບັດຕິເຫດຕົກ
ລົງ ເມື່ອຕອນເຊົ້າວັນເສົາວານນີ້ ຢູ່ທາງພາກໃຕ້ຂອງປະເທດ
ຣັດເຊຍ ເຮັດໃຫ້ພວກໂດຍສານ ແລ ະລູກເຮືອທັງໝົດ 63 ຄົນ
ຢູ່ເທິງເຮືອບິນ ເສຍຊີວິດ.

ຫີບບັນທຶກສຽງ ແລະຂໍ້ມູນການບິນ ຢູ່ໃນຫ້ອງຄວບຄຸມການບິນ
ໄດ້ຖືກນຳສົ່ງໄປຍັງນະຄອນຫຼວງ ມົສກູ ເພື່ອການກວດສອບ.
ທາງການຣັດເຊຍ ກ່າວວ່າ ອັນທີ່ເອີ້ນວ່າ “ພວກຫີບດຳ ຫຼື
black boxes”
ນັ້ນ ຄວນສະແດງໃຫ້ເຫັນວ່າ ແມ່ນຫຍັງເກີດຂຶ້ນ ໃນເວລາ ກ່ອນເຮືອ
ບິນຈະຕົກລົງ ຢູ່ສະໜາມບິນ ໃນເມືອງ Rostov-on-Don.

ສາເຫດຂອງການຕົກລົງນັ້ນ ແມ່ນຍັງບໍ່ຮູ້ຈັກເທື່ອ ແຕ່ລົມແຮງ ແລະກຳລັງຂອງລົມພັດ
ອາດມີບົດບາດສຳຄັນ ທີ່ເຮັດໃຫ້ເຮືອບິນຕົກຢ່າງຮ້າຍແຮງເຖິງແກ່ຊີວິດ.

ນັກບິນ ແລະຜູ້ຊ່ອຍນັກບິນ ແມ່ນມີປະສົບປະການຫຼາຍ ໂດຍໄດ້ມີເວລາການບິນ ເກືອບ
6,000 ຊົ່ວໂມງ.

ເຮືອບິນນັ້ນເອງ ຄື Boing 737 ແມ່ນມີອາຍຸພຽງປະມານ 5 ປີ ແລະ ໄດ້ຮັບການກວດ
ສອບ ບຳລຸງຮັກສາ ຢ່າງເຂັ້ມງວດ ເມື່ອຕົ້ນປີນີ້. ສາຍການບິນດັ່ງກ່າວ ຊຶ່ງໄດ້ເລີ້ມຕົ້ນ
ດຳເນີນການ ໃນປີ 2009 ໄດ້ມີປະວັດຄວາມປອດໄພ ເປັນຢ່າງດີຕະຫຼອດມາ ຈົນມີ
ເຫດການເຮືອບິນຕົກ ທີ່ຮ້າຍແຮງເຖິງແກ່ຊີວິດດັ່ງກ່າວ ໃນວັນເສົາວານນີ້ ອັນເປັນ ປະຫວັດການຄັ້ງທຳອິດ ຂອງສາຍການບິນລາຄາຖືກນີ້.

Russia Plane Crash
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG