ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານນາງ Rousseff ຈະກ່າວຄຳປາໄສ ຕໍ່ສະພາສູງ ກ່ຽວກັບການດຳເນີນຄະດີ ຟ້ອງຜູ້ກ່ຽວ


ສອງຄົນ ຍ່າງຜ່ານຮູບພາບທີ່ເປັນທາງການ ຂອງປະທາ
ນາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ທີ່ໄດ້
ຖືກປົດອອກຈາກໜ້າທີ່ຊົ່ວຄາວ,ໂດຍມີຂໍ້ຄວາມພາສາ Portuguese ຂຽນລົງໃສ່ ທີ່ອ່ານວ່າ "Dilma ປະທານາທິບໍດີ ຂອງພວກເຮົາ," ຢູ່ທີ່ຄ້າຍໃນນະຄອນຫຼວງ Brasilia ຂອງ Brazil, ວັນອາທິດ ທີ 28 ສິງຫາ 2016.
ສອງຄົນ ຍ່າງຜ່ານຮູບພາບທີ່ເປັນທາງການ ຂອງປະທາ ນາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ທີ່ໄດ້ ຖືກປົດອອກຈາກໜ້າທີ່ຊົ່ວຄາວ,ໂດຍມີຂໍ້ຄວາມພາສາ Portuguese ຂຽນລົງໃສ່ ທີ່ອ່ານວ່າ "Dilma ປະທານາທິບໍດີ ຂອງພວກເຮົາ," ຢູ່ທີ່ຄ້າຍໃນນະຄອນຫຼວງ Brasilia ຂອງ Brazil, ວັນອາທິດ ທີ 28 ສິງຫາ 2016.

ປະທານາທິບໍດີ ຂອງບຣາຊີລ ທ່ານນາງ Dilma Rousseff ທີ່ຖືກປົດຕຳແໜ່ງຊົ່ວຄາວ ມີກຳນົດຈະກ່າວຄຳປາໄສຕໍ່ບັນດາສະມາຊິກສະພາສູງ ໃນວັນຈັນມື້ນີ້ ໃນລະຫວ່າງການ ພິຈາລະນາຄະດີຟ້ອງຮ້ອງທ່ານນາງຢູ່ນັ້ນ. ຄາດວ່າ ທ່ານນາງ ຈະໃຊ້ເວລາຖະແຫລງ ປະມານ ເຄິ່ງຊົ່ວໂມງ.

ທັງຝ່າຍສະໜັບສະໜູນ ແລະ ຝ່າຍຄ້ານ ຈະສາມາດສອບຖາມທ່ານນາງໄດ້ ຫຼັງຈາກ ທີ່ທ່ານນາງໄດ້ໃຫ້ການຕໍ່ສະພາສູງແລ້ວ.

ທ່ານນາງ Rousseff ອາຍຸ 68 ປີ ພວມຖືກພິຈາລະນາຄະດີ ໃນຂໍ້ຫາ ກະທຳຄວາມຜິດ ຕໍ່ກົດລະບຽບງົບປະມານ ພາຍໃຕ້ການບໍລິຫານຂອງບລາຊີລ ສຳລັບ ງົບປະມານ ລັດຖະບານກາງ.

ປະທານາທິບໍດີແມ່ຍິງ ຄົນທຳອິດຂອງບຣາຊີລຄົນນີ້ ໄດ້ປະຕິເສດວ່າບໍ່ໄດ້ກະທຳຄວາມ ຜິດຫຍັງ ແລະ ໄດ້ປະນາມຄວາມພະຍາຍາມຂອງຝ່າຍຄ້ານ ວ່າເປັນແຜນການປອງ ໂຄ່ນລົ້ມທ່ານນາງ ແລະ ວ່າເປັນບ່ອນທຳລາຍປະຊາທິປະໄຕຂອງປະເທດຊາດ.

ໃນການກ່າວຖະແຫລງຂອງບັນດາເຈົ້າໜ້າທີ່ ຜູ້ບໍ່ປະສົງອອກຊື່ ໄດ້ບອກບັນດານັກຂ່າວ ວ່າ ທ່ານນາງ Rousseff ຈະຢືນຢັນ ແລະ ຈະເວົ້າ ກ່ຽວກັບການຕໍ່ສູ້ເພື່ອປະຊາທິປະໄຕ ໃນຊີວິດຂອງທ່ານນາງ.

ໃນຕອນແລງວັນເສົາຜ່ານມາ ບັນດາສະມາຊິກສະພາສູງ ໄດ້ສະຫລຸບການໃຫ້ປາກຄຳ ເປັນມື້ທີສາມ ດ້ວຍການສອບຖາມ ສັກຂີພິຍານ 2 ຄົນ ຢ່າງເປັນທາງການ ທີ່ໄດ້ຖືກເອີ້ນ ມາໂດຍຝ່າຍຈຳເລີຍ.

ອະດີດລັດຖະມົນຕີ ກະຊວງການເງິນ ທ່ານ Nelson Henrique Barbosa ແລະ ອາຈານສອນກົດໝາຍ ຢູ່ທີ່ມະຫາວິທະຍາໄລລັດ Rio de Janeiro ທ່ານ Ricardo Lodi ໄດ້ຖືກນຳມາໃຫ້ການ ແລະ ໄດ້ກ່າວວ່າ ທ່ານນາງ Rousseff ບໍ່ໄດ້ທຳຜິດຕໍ່ ກົດໝາຍ.

ທ່ານ Barbosa ເວົ້າວ່າ “ບໍ່ມີຫຍັງເລີຍທີ່ວ່າຜິດກົດໝາຍ. ທ່ານ ບໍ່ສາມາດທີ່ຈະຍ້ອນ ຄືນຫຼັງ ການກະທຳ ໂດຍການຕີຄວາມໝາຍໃໝ່ ຂອງກົດໝາຍ.”

ຫຼັງຈາກສອງສາມມື້ຂອງການພິຈາລະນາຢ່າງຮອບຄອບ ບັນດາສະມາຊິກສະພາສູງ ຈະໄດ້ລົງຄະແນນສຽງ ກ່ຽວກັບວ່າ ຈະປົດຕຳແໜ່ງຂອງທ່ານນາງ Rousseff ຢ່າງ ຖາວອນ ຫຼືບໍ່. ຈາກຈຳນວນ 81 ສຽງຂອງສະມາຊິກສະພາສູງ ຈະຕ້ອງມີ 54 ສຽງ ທີ່ ຕໍ່ຕ້ານທ່ານນາງ ເພື່ອທີ່ຈະເຮັດໃຫ້ການຟ້ອງຮ້ອງປົດຕຳແໜ່ງນັ້ນ ຖາວອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Brazil Impeachment
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG