ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປາກິສຖານ ສັ່ງຈັບ ນາຍົກ ລມຕ (ສະໄລດ໌)


ທ່ານ Raja Pervez Ashraf ນາຍົກລັດຖະມົນຕີ ປາກິສຖານ ທີ່ຖືກສານອອກຄໍາສັ່ງ ໃຫ້ຈັບຕົວ
ທ່ານ Raja Pervez Ashraf ນາຍົກລັດຖະມົນຕີ ປາກິສຖານ ທີ່ຖືກສານອອກຄໍາສັ່ງ ໃຫ້ຈັບຕົວ
ສານສູງສຸດຂອງປາກິສຖານໄດ້ອອກຄໍາສັ່ງໃຫ້ຈັບນາຍົກລັດ
ຖະມົນຕີ Raja Pervez Ashraf ໃນຄະດີສໍ້ລາດບັງຫລວງ ໃນຂະນະທີ່ພວກປະທ້ວງໄດ້ພາກັນໂຮມຊຸມນຸມຢູ່ນະຄອນ
ຫລວງຂອງປະເທດເພື່ອ ຮຽກ ຮ້ອງໃຫ້ມີການຍຸບລັດຖະບານ.

ລາຍງານຂ່າວຂອງໂທລະພາບປາກິສຖານໄດ້ອ້າງອີງຄໍາເວົ້າ
ຂອງພວກເຈົ້າໜ້າທີ່ໃນວັນອັງຄານມື້ນີ້ ທີ່ເວົ້າວ່າ ສານໄດ້ອອກ
ຄໍາສັ່ງໃຫ້ຈັບກຸມນາຍົກລັດຖະມົນຕີ ໃນຄະດີທີ່ພົວພັນກັບສະ
ຖານີໄຟຟ້າເອກະຊົນ. ຂໍ້ກ່າວຫາດັ່ງກ່າວ ແມ່ນເກີດມາຈາກຕໍາ
ແໜ່ງກ່ອນຂອງທ່ານ Ashraf ຕອນທີ່ທ່ານເປັນລັດຖະມົນຕີກະ
ຊວງ ຮັບຜິດຊອບກ່ຽວກັບນໍ້າແລະພະລັງງານ.

ພ້ອມດຽວກັນນັ້ນ ໃນວັນອັງຄານມື້ນີ້ ນັກສອນສາສະໜາ Tahir
-ul Qadri, ທີ່ໄດ້ຮັບຄວາມນິຍົມຈາກປະຊາຊົນໄດ້ແນະນໍາໃຫ້ຜູ້ທີ່ເຫລື້ອມໃສທ່ານ ໃຫ້ ສືບຕໍ່ທໍາການປະ ທ້ວງຕ້ານລັດຖະບານ, ຕ້ານການສໍ້ລາດບັງຫຼວງ ແລະພາກັນຕັ້ງຕູບຜ້າ ເຕັ້ນຢູ່ອ້ອມຕຶກ ສະພາໃນນະຄອນຫຼວງ Islamabad.

ເຮືອບິນເຮລິຄອບເຕີຂອງທະຫານໄດ້ບິນເວີ່ນຢູ່ເທິງຫົວ ໃນຂະນະທີ່ພວກສະໜັບສະ ໜຸນ ທ່ານ Qadri ທີ່ກໍາລັງໂບກທຸງຢູ່ນັ້ນ ພາກັນລົງປະທ້ວງເຕັມຖະໜົນຫົນທາງເປັນມື້ ທີສອງໃນມື້ນີ້.

ກ່ອນໜ້ານັ້ນ ກໍາລັງຮັກສາຄວາມສະຫງົບໄດ້ໃຊ້ລະເບີດນໍ້າຕາຍິງໃສ່ ພວກເດີນຂະບວນ ປະທ້ວງເປັນເວລາອັນສັ້ນໆ ແລະກໍໄດ້ຍິງປືນຂຶ້ນຟ້າ ເພື່ອຮັກສາຄວາມສະຫງົບ.

ປະມວນພາບການປະທ້ວງຢູ່ປາກິສຖານ:

XS
SM
MD
LG