ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ກິລາໂອລິມປິກ Rio ຈົບລົງດ້ວຍ ພິທີປິດ ທີ່ຫຼູຫຼາ


ພິທີປິດກິລາ ໂອລິມປິກ. ທຸງຊາດ ຍີ່ປຸ່ນ ໄດ້ຖືກສ້າງຂຶ້ນໃນລະ
ຫວ່າງພິທີປິດ ໃນສະໜາມກິລາ Maracana ທີ່ກິລາໂອລິມປິກ
ລະດູຮ້ອນ 2016 ໃນນະຄອນ Rio de Janeiro, ບຣາຊິລ. 21 ສິງຫາ, 2016.
ພິທີປິດກິລາ ໂອລິມປິກ. ທຸງຊາດ ຍີ່ປຸ່ນ ໄດ້ຖືກສ້າງຂຶ້ນໃນລະ ຫວ່າງພິທີປິດ ໃນສະໜາມກິລາ Maracana ທີ່ກິລາໂອລິມປິກ ລະດູຮ້ອນ 2016 ໃນນະຄອນ Rio de Janeiro, ບຣາຊິລ. 21 ສິງຫາ, 2016.

ປະເທດເຈົ້າພາບ ບຣາຊິລ ແລະ ຄົນໃນທົ່ວໂລກໄດ້ກ່າວອຳລາ ຕໍ່ກິລາ ໂອລິມປິກຄັ້ງທຳ ອິດທີ່ຖືກຈັດຂຶ້ນໃນທະວີບ ອາເມຣິກາໃຕ້ ເຊິ່ງເປັນການ ແຂ່ງຂັນກິລາ 16 ມື້ທີ່ປະສົມປະ ສານກັບເຫດການທີ່ສຳຄັນຫຼາຍຢ່າງ ພ້ອມກັບສິ່ງບໍ່ສວຍງາມ ແລະ ແມ່ນກະທັ້ງເຫດການ ທີ່ແປກປະຫຼາດ ເຊິ່ງບາງເທື່ອກໍໄດ້ປະກົດໃຫ້ເຫັນຢູ່ໃນການແຂ່ງຂັນດ້ວຍ.

ບັນດາຜູ້ທີ່ມັກຮັກກິລາໄດ້ຢືນຕ້ານລົມທີ່ພັດຢ່າງແຮງ ແລະ ຝົນທີ່ຕົກ ເປັນແຕ່ລະໄລຍະ ເພື່ອຊົມພິທີປິດການແຂ່ງຂັນໃນສະໜາມກິລາ Macarana ທີ່ເປັນສັນຍາລັກຂອງປະ ເທດ. ໃນຕອນຈົບຂອງພິທີປິດ ມັນໄດ້ເປັນທັງໂອກາດສຸຸດທ້າຍທີ່ຈະສະເຫຼີມສະຫຼອງ ແລະ ຕະຫຼອດ ເຖິງການສົ່ງຕໍ່ໄປຫາກິລາໂອລິມປິກລະດູຮ້ອນປີ 2020 ທີ່ຈະຖືກຈັດຂຶ້ນ ຢູ່ໃນປະເທດ ຍີ່ປຸ່ນ.

ໃນມື້ສຸດທ້າຍຂອງການແຂ່ງຂັນກິລາ ໂອລິມປິກນັ້ນ ໄດ້ປະກອບມີການ ຊິງເອົາຫຼຽນຄຳ 12 ລາຍການ, ລວມທັງກິລາ ບາສເກັດບອລ ປະເພດຊາຍ.

ທີມ ສະຫະລັດ ໄດ້ຊະນະຫຼຽນຄຳຢ່າງງ່າຍດາຍ ໃນການແຂ່ງຂັນກັບ ປະເທດ ເຊີເບຍ, ເຊິ່ງຊະນະດ້ວຍຄະແນນ 96 ຕໍ່ 66. ມັນແມ່ນການ ຊະນະຫຼຽນຄຳຄັ້ງທີ 3 ຕິດຕໍ່ກັນຂອງ ທີມ ສະຫະລັດ.

ທ້າວ Kevin Durant ຈາກ ສະຫະລັດ ສະເຫຼີມສະຫຼອງໄຊຊະນະຫຼຽນຄຳ ບາສເກັດບອລ ປະເພດ ຊາຍ ທີ່ກິລາໂອລິມປິກລະດູຮ້ອນໃນນະຄອນ Rio de Janeiro, ບຣາຊິລ. 21 ສິງຫາ 2016.
ທ້າວ Kevin Durant ຈາກ ສະຫະລັດ ສະເຫຼີມສະຫຼອງໄຊຊະນະຫຼຽນຄຳ ບາສເກັດບອລ ປະເພດ ຊາຍ ທີ່ກິລາໂອລິມປິກລະດູຮ້ອນໃນນະຄອນ Rio de Janeiro, ບຣາຊິລ. 21 ສິງຫາ 2016.

ທ້າວ Kevin Durant ຈາກທີມ Golden State Warriors ຂອງ NBA ຍິງໄດ້ 30 ຄະ ແນນ ໃນຂະນະທີ່ທ້າວ DeMarcus Cousins ຈາກທີມ Sacramento Kings ຍິງໄດ້ ເພິີ່ມເຕີມ 13 ຄະແນນ ແລະ ຍິງຊ້ຳ 15 ຄັ້ງ. ໃນການແຂ່ງຂັນນັດນີ້, ທ້າວ Carmelo Anthony ຈາກທີມ New York Knicks ໄດ້ກາຍເປັນຜູ້ຊາຍຄົນທຳອິດທີ່ໄດ້ຊະນະຫຼຽນ ຄຳກິລາ ບາສເກັດບອລ ໂອລິມປິກ 3 ຄັ້ງ.

ສເປນ ໄດ້ຊະນະ ອອສເຕຣເລຍ 89 ຕໍ່ 88 ໃນການຊິງເອົາຫຼຽນ ທອງແດງ.

ໃນການແຂ່ງຂັນປະເພດອື່ນ, ທ້າວ Eliud Kipchoge ຈາກ ເຄັນຢາ ໄດ້ຊະນະຫຼຽນຄຳ ໃນການແຂ່ງແລ່ນ ມາຣາທອນ ປະເພດຊາຍ. ທ້າວ Kipchoge ໄດ້ສຳເລັດການແຂ່ງ ຂັນໃນເວລາ 2 ຊົ່ວໂມງ, 8 ນາທີ 44 ວິນາທີ, ນຳໜ້ານັກແລ່ນຈາກ ອີທິໂອເປຍ ທ້າວ Lilesa ແລະ ທ້າວ Galen Rupp ຂອງ ສະຫະລັດ.

ນາງ Claressa Shields ໄດ້ກາຍເປັນນັກມວຍ ອາເມຣິກັນ ຄົນທຳ ອິດທີ່ໄດ້ຊະນະຫຼຽນ ຄຳໃນການແຂ່ງຂັນກິລາໂອລິມປິກຕິດຕໍ່ກັນ. ໃນ ການຕັດສິນຄະແນນຢ່າງເປັນເອກະ ສັນ, ນາງ Shields ໄດ້ຊະນະ ນາງ Nouchka Fontijin ຈາກ ໂຮນລັງ ສຳລັບຕຳແໜ່ງ ຊະນະເລີດ ໃນລຸ້ນ ນ້ຳໜັກປານກາງ. ນາງ Shields ບໍ່ໄດ້ເສຍການຕໍ່ສູ້ເປັນ ເວລາດົນ ກວ່າ 4 ປີມາແລ້ວ.

ສ່ວນນັກມວຍຂອງ Uzbekistan ທ້າວ Shakhobidin Zoirov ໄດ້ຊະນະຫຼຽນຄຳໃນລຸ້ນ ນ້ຳໜັກຕ່ຳສຸດ ດ້ວຍການຕັດສິນຄະແນນຢ່າງ ເປັນເອກະສັນ ສູ້ກັບທ້າວ Misa Aloian ຈາກ ຣັດເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG