ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເກົາຫຼີເໜືອ ຂູ່ວ່າ ຈະໂຈມຕີ ຖານທັບ ສຫລ ຢູ່ເກາະກວມ ແລະຍີ່ປຸ່ນ (ວີດິໂອ)


ເຮືອບິນຖີ້ມລະເບີດ B-52 ທີ່ສະຫະລັດສົ່ງໄປຍັງແຫລມເກົາຫລີ ໃນເດືອນນີ້
ເຮືອບິນຖີ້ມລະເບີດ B-52 ທີ່ສະຫະລັດສົ່ງໄປຍັງແຫລມເກົາຫລີ ໃນເດືອນນີ້
ເກົາຫຼີເໜືອໄດ້ເຕືອນວ່າ ຕົນອາດຈະໂຈມຕີຖານທັບຂອງ
ສະຫະລັດຢູ່ເກາະ Guam ແລະຍີ່ປຸ່ນເພື່ອເປັນການຕອບ
ໂຕ້ຕໍ່ການໃຊ້ເຮືອບິນຖິ້ມລະເບີດຂອງສະຫະລັດ ເຂົ້າສົມທົບ ໃນການຊ້ອມລົບຮ່ວມ ລະຫວ່າງສະຫະລັດແລະເກົາຫຼີໃຕ້.

ໂຄສົກປະຈໍາກອງບັນຊາການຂອງກອງທັບເກົາຫຼີເໜືອເວົ້າ
ໃນວັນພະຫັດມື້ນີ້ວ່າ ຖານທັບອາກາດຂອງສະຫະລັດຢູ່ເກາະ
Guam ແລະຖານທັບເຮືອ ຢູ່ເກາະໃຫຍ່ແລະເກາະ
Okinawa ຂອງຍີ່ປຸ່ນ ລ້ວນແຕ່ຢູ່ໃນຂອບເຂດລັດສະໝີ “ການ
ໂຈມຕີຢ່າງແມ້ນຢໍາ” ຂອງພຽງຢາງ.

ສະຫະລັດ ໄດ້ເລີ້ມການປະຕິບັດງານຊ້ອມລົບສອງຄັ້ງດ້ວຍການສົ່ງເຮືອບິນຖີ້ມລະເບີດ
B-52 ໄປຍັງແຫລມເກົາຫລີ ໃນເດືອນນີ້ ເພື່ອສະແດງກໍາລັງທາງທະຫານ ຊຶ່ງໄດ້
ເຮັດໃຫ້ມີການຕອບໂຕ້ແບບໃຈຮ້າຍຈາກເກົາຫຼີເໜືອ. ນຶ່ງມື້ ກ່ອນໜ້ານີ້ ກຸງພຽງຢາງໄດ້
ທຳການຂົ່ມຂູ່ວ່າຈະ “ທໍາການຕອບໂຕ້ທາງທະຫານ ຢ່າງແຮງ” ຖ້າຫາກການບິນຂອງ
ເຮືອບິນຖິ້ມລະເບີດດັ່ງກ່າວ ຍັງດໍາເນີນໄປຢູ່.

ເກົາຫຼີເໜືອໄດ້ຂູ່ວ່າ ຈະ “ທໍາການໂຈມຕີ ແບບບໍ່ມີການເຕືອນລ່ວງໜ້າດ້ວຍອາວຸດນິວ
ເຄລຍ” ຕໍ່ແຜ່ນດິນໃຫຍ່ຂອງສະຫະລັດ ແຕ່ກໍບໍ່ເຊື່ອວ່າ ເກົາຫຼີເໜືອ ມີຄວາມສາມາດ
ຈະເຮັດເຊັ່ນນັ້ນໄດ້. ເຖິງແນວໃດກໍຕາມ ບັນດາພັນທະມິດຂອງສະຫະລັດຢູ່ ໃນຂົງເຂດ
ມີຄວາມກັງວົນໃຈວ່າ ປະເທດເຂົາເຈົ້າອາດຕົກເປັນເປົ້າໝາຍໃນການໂຈມຕີຂອງກຸງ
ພຽງຢາງໄດ້ງ່າຍກວ່າ.

ການຂົ່ມຂູ່ຄັ້ງຫລ້າສຸດ ທີ່ອົງການຂ່າວສູນກາງຂອງເກົາຫຼີ ນໍາອອກມາເຜີຍແຜ່ ແລະປະ
ກາດຜ່ານໂທລະພາບຂອງລັດຖະບານນັ້ນ ແມ່ນເວົ້າຢ່າງເຈາະຈົງ ຫລາຍກວ່າເກົ່າ ແບບ
ບໍ່ເຄີຍມີມາກ່ອນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG