ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ Mattis ກ່າວ​ວ່າ ສະຫະລັດ ​ບໍ່ໄດ້​ເຂົ້າ​ໄປ​​ອີຣັກ ເພື່ອ​ຍຶດ​ເອົາ​ນ້ຳມັນ​ຂອງ​ພວກ​ເຂົາ


ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Jim Mattis (ກາງ), ຖືກ​ຕ້ອນຮັບ​ໂດຍທ່ານ Douglas Silliman ​ໃນ​ຂະນະ​ທີ່​ທ່ານ​ໄປ​ຮອດ​ສະໜາມ​ບິນ​ນາໆ​ຊາດ Baghdad ​ໃນ​ການ​ຢຽ້ມຢາມ​ແບບ​ບໍ່​ໄດ້ປະກາດ​ລ່ວງໜ້າມາ​ກ່ອນ, 20 ກຸມພາ 2017.
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Jim Mattis (ກາງ), ຖືກ​ຕ້ອນຮັບ​ໂດຍທ່ານ Douglas Silliman ​ໃນ​ຂະນະ​ທີ່​ທ່ານ​ໄປ​ຮອດ​ສະໜາມ​ບິນ​ນາໆ​ຊາດ Baghdad ​ໃນ​ການ​ຢຽ້ມຢາມ​ແບບ​ບໍ່​ໄດ້ປະກາດ​ລ່ວງໜ້າມາ​ກ່ອນ, 20 ກຸມພາ 2017.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້ວ່າ
ນັ້ນ​ບໍ່​ແມ່ນ​ເປັນ​ການ​ເຂົ້າ​ຍຍຍຶດ​ນ້ຳມັນ​ໃນ​ອີຣັກ ບາງ​ຢ່າງ​ທີ່​ປະທານາທິບໍດີ​ສະຫະລັດ
ທ່ານ Donald Trump ​ໄດ້​ເວົ້າໄປ​ໃນ​ອະດີດ ວ່າ​ແມ່ນ​ການ ກີດກັນກຸ່ມ​ລັດ​ອິສລາມ​ບໍ່​
ໃຫ້ຂາຍ​ນ້ຳມັນ.

ທ່ານ Mattis ​ໄດ້​ກ່າວ​ກັບ​ພວກ​ນັກ​ຂ່າວ​ທີ່​ເດີນທາງ​ໄປ​ກັບ​ທ່ານ​ໄປ​ຍັງ​ອີຣັກ ​ໂດຍ​ທີ່​ບໍ່​ໄດ້
​ປະກາດ​ໃຫ້​ຊາຍ​ມາ​ກ່ອນ​ລ່ວງ​ໜ້າ ທີ່​ມີ​ຂຶ້ນ​ໃນ​ວັນ​ທີ 2 ຂອງ​ການປ້ອງ​ກັນ​ທາງ​ທະຫານ
ທີ່​ຈະ​ພັກ​ດັນກຸ່ມ​ລັດ​ອິສລາມຈາກ​ທາງ​ພາກຕາ​ເວັນ​ຕົກ​ຂອງ​ນະຄອນ Mosul.

“ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ທັງ​ໝົດ​ໃນ​ຫ້ອງ​ນີ້, ພວກ​ເຮົາ​ທັງ​ໝົດ​ໃນ​ສະຫະລັດ ​
ແມ່ນ​ໂດຍ​ທົ່ວ​ໄປ​ແລ້ວພາກັນ​ຊື້​ແກ໊ສ​ແລະ​ນ້ຳມັນ​ໃຊ້ກັນ ທັງ​ນັ້ນ​ລະ ​ແລະ​ຂ້າພະ​ເຈົ້າ
​ກໍ​ເຊື່ວວ່າ ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່​ເຮັດ​ເຊັ່ນ​ນັ້ນ​ຢູ່​ຕໍ່​ໄປ​ໃນ​ອານາ​ຄົດ,”
ຊຶ່ງ​ທ່ານ Mattis
​ໄດ້​ກ່າວ​ເຊັ່ນ​ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​ເຂົ້າ​ໄປ​ຍັງ​ອີຣັກ ນັ້ນ​ບໍ່​ແມ່ນ​ເພື່ອ​ຍຶດ​ເອົາ​
ນ້ຳມັນ​ຂອງ​ພວກ​ເຂົາ.”

ທ່ານ Mattis ຍັງໄດ້​ປະຕິຍານ​ວ່າ ຈະ​ສົ່ງ​ເສີມ ​ໃນ​ການ​ຕໍ່ສູ້​ກັບກຸ່ມ​ລັດ​ອິສລາມ ຊຶ່ງ​ທ່ານ​
ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄ້ຳປະກັນ​ວ່າ ພວກ​ເຮົາ​ຈະ​ຢືນ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ທ່ານ​
ໃນ​ການຕໍ່ສູ້ຄັ້ງ​ນີ້. ພວກ​ເຮົາ​ຈະ​ຢືນ​ຢູ່​ກັບ​ທ່ານ ​ແລະ​ຄອບຄົວ​ຂອງ​ພວກ​ທ່ານໃນ​
ອານາ​ຄົດ ​ເພື່ອ​ວ່າເຂດ​ນ້ຳ​ແດນ​ດິນ​ຂອງ​ ທ່ານ​ໄດ້​ຖືກ​ປົກ​ປ້ອງ​ຄຸ້ມ​ຄອງ ​ໂດຍ​ກອງ​
ກຳລັງ​ຂອງ​ຊາວ​ອີ​ຣັກ​ເອງຈະ​ບໍ່ແມ່ນຜູ້​ອື່ນ​ໃດ.”

​ເຊີນ​ຊົມ: ທ່ານ Mattis ກ່ຽວ​ກັບ​ນ້ຳມັນ​ອີຣັກ

Mattis: 'We’re not in Iraq to Seize Anybody’s Oil'
please wait

No media source currently available

0:00 0:00:16 0:00

ຕອນ​ທີ່​ທ່ານ​ຖືກ​ຖາມ​ວ່າ ຖ້າ​ຫາກ​ວ່າ ສະຫະລັດ ຍັງ​ຈະ​ສືບ​ຕໍ່​ຢູ່​ໃນ​ອີ​ຮັກ​ຫຼື​ບໍ່ ຫຼັງ​ຈາກ
ທີ່​ການ​ຕໍ່ສູ້​ກັນ​ໃນນະຄອນ Mosul ​ເສັດ​ສິ້ນ​ລົງ​ແລ້ວ. ຊຶ່ງ​ທ່ານ​ໄດ້​ຕອບ​ໄປ​ວ່າ “ຂ້າ
ພະ​ເຈົ້າ​ຈິນຕະນາການ​ໄວ້​ວ່​າ ພວກ​ເຮົາຈະ​ຕໍ່ສູ້​ໄປ​ໃນ​ໄລຍະ​ນຶ່ງ ​ແລະ​ພວກ​ເຮົາ​
ຈະ​ຢືນ​ຄຽງ​ບ່າ​ຄຽງ​ໄຫລ່ ​ໄປ​ດ້ວຍ​ກັນ.”

ພົນ​ໂທ Stephen Townsend ຜູ້​ບັນຊາ​ການ​ໃນ​ກອງ​ກຳລັງປະສົມ ທີ່​ນຳພາ​ໂດຍ​
ສະຫະລັດ ປະຕິບັດ​ເພື່ອ​ເອົາ​ຊະນະກຸ່ມ​ລັດ​ອິສລາມ ນັ້ນວ່າ ​ແມ່ນ​ເປັນ​ການ​ກະຈ່າງ​ແຈ້ງ
“ຂ້າພະ​ເຈົ້າ​ບໍ່​ໄດ້​ຕຽມ​ການ​ທີ່​ວ່າ ລັດຖະບານ​ຈະ​ໃຫ້​ພວກ​ເຮົາ​ອອກ​ຈາກ​ປະ​ເທດ ​
ໂດຍ​ທັນທີ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນນະຄອນ Mosul ​ແລ້ວ.”
ຂ້າພະ​ເຈົ້າ​ຄິດ​ວ່າ
ລັດຖະບານ​ອີຣັກ ຮູ້​ເຖິງ​ສະຖານະ​ການ​ນີ້​ວ່າ ມັນ​ເປັນ​ການ​ຕໍ່ສູ້​ສະ​ລັບ​ສັບ​ຊ້ອນ ​ແລະ
ພວກ​ເຂົາ​ເຈົ້າ​ຈຳ​ເປັນ​ທີ່ຈະ​ຕ້ອງ​ໄດ້​ຮັບການ​ຊ່ອຍ​ເຫຼືອ ຈາກກອງ​ກຳລັງປະສົມ ນອກ​ເໜືອ
​ໄປ​ຈາກນະຄອນ Mosul.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG