ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຢູ່ ຊາອຸດີ ອາຣາເບຍ


ກຸ່ມຫົວຮຸນແຮງລັດອິສລາມອ້າງເອົາຄວາມຮັບຜິດຊອບໃນການ
ໂຈມຕີສະຫລະຊີບທີ່ດ່ານກວດ ຂອງຕຳຫລວດແຫ່ງນຶ່ງ ໃກ້ໆນະ
ຄອນຫຼວງຂອງຊາອຸດີ ອາຣາເບຍ.

ເຈົ້າໜ້າທີ່ຊາອຸດີກ່າວວ່າ ຊາຍໜຸ່ມອາຍຸ 19 ປີຄົນນຶ່ງ ໄດ້ບີບຄະ
ນວນລະເບີດທີ່ຫ້າງໃສ່ລົດໃຫ້ແຕກຂຶ້ນໃນຕອນແລງຂອງວັນພະ
ຫັດວານນີ້ ຫລັງຈາກຖືກສັ່ງໃຫ້ຢຸດ ໂດຍເຈົ້າໜ້າທີ່ຮັກສາຄວາມ
ສະຫງົບ ຢູ່ທາງໃຕ້ນະຄອນຫຼວງ Riyadh.

ຊາຍໜຸ່ມ ທີ່ໄດ້ເສຍຊີວິດໃນການໂຈມຕີຄົນນີ້ ຫາກໍສັງຫານລຸງ
ຂອງລາວ ອີງຕາມລາຍງານຂ່າວໂທລະພາບທີ່ກ່າວວ່າລຸງຂອງ
ຜູ້ກ່ຽວວ່າ ເປັນພັນເອກຢູ່ໃນກະຊວງພາຍໃນ.

ເຈົ້າໜ້າທີ່ສອງຄົນມີອາການຄົງທີ່ແລ້ວ ແລະການສືບສວນ ກໍໄດ້ເລີ້ມຂຶ້ນ ອີງຕາມລາຍ ງານຂອງອົງການຂ່າວທາງການຊາອຸດີ ທີ່ອ້າງຄຳເວົ້າຂອງເຈົ້າໜ້າທີ່ກະຊວງພາຍໃນ.

ການໂຈມຕີດ້ວຍລະເບີດດັ່ງກ່າວ ມີຂຶ້ນໃກ້ໆກັບຄຸກ Ha’er ທີ່ມີການຍາມຮັກສາຄວາມ ປອດໄພຢ່າງເຄັ່ງຄັດ ແລະເປັນບ່ອນຄຸມຂັງພວກນັກໂທດທີ່ໃຫ້ການສະໜັບສະໜຸນ ຫຼື
ບໍ່ກໍເຂົ້າຮ່ວມກິດຈະການເຮັດສົງຄາມສັກສິດ ຈຳນວນຫລາຍ ຮ້ອຍຄົນ.

ໃນການຖະແຫຼງຂ່າວຜ່ານທາງບັນຊີ Twitter ທີ່ເປັນຂອງກຸ່ມລັດອິສລາມໃນເວລາຕໍ່ມາ ໄດ້ກ່າວອ້າງ ໃນອັນທີ່ໝາຍເຖິງ ເປັນ “ການປະຕິບັດງານຊ້ອນ”.

ກຸ່ມດັ່ງກ່າວເວົ້າວ່າ “ພວກນັກໂທດມຸສລິມ ຢູ່ທີ່ຄຸກ Ha’er ແລະແຫ່ງອື່ນໆ ຄວນຮູ້ຈັກວ່າ ພວກເຮົາຈະບໍ່ອິດເມື່ອຍ ແລະຈະບໍ່ຢຸດຢັ້ງ ຈົນກວ່າພວກເຮົາ ຈະຍຸດຕິການຄຸມຂັງຂອງ ພວກເຂົາເຈົ້າ. ຕາມຄຳບັນຊາຂອງພະເຈົ້າ.

XS
SM
MD
LG