ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອີຣັກ ເລີ້ມການປະຕິບັດງານ ຕໍ່ຕ້ານ ກຸ່ມລັດ​ອິສລາມ


Iraq Violence
please wait
Embed

No media source currently available

0:00 0:00:58 0:00

ກອງກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ​ໄດ້​ປະກາດ​ໃນ​ການເລີ້​ມປະຕິບັດ​ງານ ທີ່​ຈະ​ເຂົ້າ ຍຶດ​ ເອົາເມືອງ Ar-Rutbah ​ໃນ​ແຂວງ Anbar ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ທີ່​ເຊື່ອມ​ຕໍ່​ ​ຂົງ​ເຂດ​ທີ່​ຄວບ​ຄຸມໂດຍກຸ່ມ​ລັດ​ອິສລາມທີ່​ນັ້ນ ລະຫວ່າງ​ຊາຍ​ແດນ​ຈໍ​ແດນ ​ກັບຊິ​ເຣຍ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Peter Cook ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ ໃນ​ວັນ​ຈັນ​ວານ​ນີ້ວ່າ “ທ່ານ​ສາມາດ​ເບິ່ງ​ຈາກ​ແຜນ​ທີ່ ​ແລະມອງ​ເຫັນ​ຄວາມ​ສຳຄັນ​ຂອງ​ເຂດ​ດັ່ງ ກ່າວ​ໃນແຂວງ Anbar. ຖ້າ​ຫາກ​ວ່າ ກອງກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກສາ ມາດ ​ເຂົ້າ ຍຶດ​ເອົາເມືອງ Rutbah ​ໄດ້ ມັນ​ຈະ​ເປັນ​ບາດກ້າວ​ອັນ​ສຳຄັນ​ຍິ່ງ ​ໃນ​ການ​ຕໍ່ສູ້ ​ຕ້ານ​ກຸ່ມລັດ​ອິສລາມຫຼື ISIL ​ແລະ​ເປັນ​ບາດກ້າວ​ອັນ​ຍິ່ງ​ໃຫຍ່ ເມື່ອ​ເວົ້າ​ເຖິງ​ການຕັດ​ເສັ້ນ ທາງລຳລຽງ ຈາກ​ ຊາຍ​ແດນ​ຈໍ​ແດນ ​ໃນ​ທາງ​ພາກ​ຕາ​ເວັນ​ຕົກ ​ໄປ​ພາກ​ຕາ​ເວັນອອກສູ່ນະຄອນ​ Baghdad​.”

ກອງກຳລັງຮັກສາຄວາມປອດໄພ ຢືນລໍຖ້າລົດເພື່ອຈະສົ່ງໄປຍັງສະໜາມລົບ ໃນເມືອງ Mosul ເພື່ອຕໍ່ສູ້ກັບກຸ່ມລັດອິສລາມ ໃນຄ້າຍທະຫານ Taji ໃນ Baghdad, 21 ກຸມພາ, 2016.
ກອງກຳລັງຮັກສາຄວາມປອດໄພ ຢືນລໍຖ້າລົດເພື່ອຈະສົ່ງໄປຍັງສະໜາມລົບ ໃນເມືອງ Mosul ເພື່ອຕໍ່ສູ້ກັບກຸ່ມລັດອິສລາມ ໃນຄ້າຍທະຫານ Taji ໃນ Baghdad, 21 ກຸມພາ, 2016.

​ໃນ​ຕົ້ນ​ປີ​ນີ້ ກຸ່ມລັດ​ອິສລາມ ​ໄດ້ສູນ​ເສຍດິນ​ແດນ​ທີ່​ຕົນ​ຍຶດຄອງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊິ​ເຣຍ ແລະ​ໃນ​ບໍລິ​ເວນ​ຊາຍ​ແດນກົງກັນຂ້າມ​ໃກ້ໆ​ກັບພູ Sinjar ຂອງ​ອິຣັກ ຊຶ່ງ​ໄດ້ລົບ​ກວນ ​ເສັ້ນທາງ​ຄວບ​ຄຸມ​ທີ່​ເນັ່ງ​ຈາກແຂວງ Deir Ezzor ຂອງ​ຊິ​ເຣຍ ​ໄປສູ່​ເມືອງ Mosul ​ແລະ​ຫຼາຍ​ໆ​ເຂດ​ທີ່ຢູ່ໃຕ້​ລົງ​ໄປຂອງ​ອີຣັກ.

ແຂວງ Anbar, ອີຣັກ
ແຂວງ Anbar, ອີຣັກ

ການ​ສູນ​ເສຍ​ເສັ້ນທາງ​ເຊື່ອມ​ຕໍ່​ທາງ​ພາກ​ຕາ​ເວັນ​ຕົກ ​ໃນ​ເຂດ​ອ້ອມ​ແອ້ມເມືອງ Rutbah ຈະປ່ອຍ​ໄວ້​ພຽງ​ແຕ່​ເສັ້ນທາງ​ດຽວ​ໃນເຂດ​ເມືອງ Qaim ​ແລະ​ໃນແຂວງ Anbar ​ເຊັ່ນ​ກັນ ຊຶ່ງເປັນ​ເສັ້ນທາງ​ສາຍ​ຫຼັກ ​ທີ່​ເນັ່ງ​ຕົງ​ຈາກ​ຊິ​ເຣຍ ສູ່​ອິຣັກ ທີ່​ຄວບ​ຄຸມ​ໂດຍກຸ່ມລັດ​ອິສລາມ. ເສັ້ນ ທາງ​ດັ່ງກ່າວ​ແມ່ນ​ສຳຄັນ​ຍິ່ງ ສຳ​ຫຼັບ​ການ​ທະຫານ ໃນ​ເມື່ອ​ວ່າ​ມັນ​ໄດ້ຕັດຜ່ານ​ເມືອງ​ຫຼວງ Raqqa ຂອງ​ກຸ່ມ​ລັດ​ອິສລາມ ​ແລະເນັ່ງ​ໄປ​ຫາ​ດ່ານ​ຂ້າມ​ຊາຍ​ແດນ​ເທີ​ກີ ທີ່​ສາມາດ​ລຳລຽງ​ອຸບປະກອນ​ແລະພວກ​ນັກ​ລົບ​ເຂົ້າມາ​ນັ້ນ.

ທ່ານ Cook ​ໄດ້​ລາຍ​ງານ​ການ​ຊັ່ງ​ຊາ​ຫຼ້າ​ສຸດ ​ໃນ​ການ​ຕໍ່ສູ້​ໂດຍທັງ​ໝົດ ກັບ​ກຸ່ມ​ຫົວ​ຮຸນ​ແຮງ ດັ່ງກ່າວ ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວ​ວ່າ ​ໃນ​ປະຈຸ​ບັນ​ນີ້ກຸ່ມ​ດັ່ງກ່າວ​ໄດ້​ສູນ​ເສຍປະມານ 45​ ​ເປີ​ເຊັນ ຂອງ​ດິນ​ແດນ​ທັງ​ໝົດ ຊຶ່ງ​ຄັ້ງ​ນຶ່ງ​ ຕົນ​ເຄີຍ​ຄວບ​ຄຸມໃນ​ອີຣັກ ​ແລະ ລະຫວ່າງ 16 ຫາ 20 ​ເປີ​ເຊັນ ​ໃນ​ຊິ​ເຣຍ.

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG