ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອີຣ່ານ ລົງນາມ ໃນຂໍ້ຕົກລົງ ຊົ່ວຄາວ ກັບ ບໍລິສັດ Boeing ເພື່ອຊື້ເຮືອນບິນ ໂດຍສານ


ເຮືອບິນ Boeing 747 ຂອງສາຍການບິນ IranAir ຢູ່ທີ່ສະໜາມບິນນາໆຊາດ Mehrabad ໃນນະຄອນຫຼວງ Tehran, ມິຖຸນາ 2003.
ເຮືອບິນ Boeing 747 ຂອງສາຍການບິນ IranAir ຢູ່ທີ່ສະໜາມບິນນາໆຊາດ Mehrabad ໃນນະຄອນຫຼວງ Tehran, ມິຖຸນາ 2003.

Boeing ບໍລິສັດ ຜະລິດຍານອະວະກາດ ຍັກໃຫຍ່ ຂອງສະຫະລັດ ໄດ້ລົງນາມ ໃນຂໍ້ຕົກລົງຊົ່ວຄາວ ເພື່ອຂາຍເຮືອບິນໂດຍສານ ອາຍພົ່ນຈຳນວນໜຶ່ງ ໃຫ້ແກ່ ອີຣ່ານ ໃນອັນທີ່ຈະເປັນຂໍ້ຕົກລົງດ້ານທຸລະກິດ ທີ່ໃຫຍ່ທີ່ສຸດ ລະຫວ່າງ ສະຫະລັດ ແລະ ອີຣ່ານ ໃນຮອບ 37 ປີ.

ການຊື້ຂາຍ​ດັ່ງກ່າວ​ນີ້ ຈະມີມູນຄ່າຫຼາຍເຖິງ 25 ຕື້ໂດລາ ໂດຍອີຣ່ານຈະຊື້ເຮືອ ບິນໂດຍສານອາຍພົ່ນຈຳນວນ 100 ລຳໃຫ້ແກ່ສາຍການບິນ ທີ່ລັດເປັນເຈົ້າຂອງ.

​ໂດຍ​ທີ່ສ່ວນໃຫຍ່ຂອງມາດຕະການລົງໂທດ ທາງດ້ານເສດຖະກິດ ຕໍ່ອີຣ່ານ​ໄດ້ຖືກ​ ຍົກເລີກ​ໄປ​ແລ້ວ ຫຼັງຈາກທີ່ປະ​ເທດ​ດັ່ງກ່າວໄດ້ລົງນາມ ໃນຂໍ້ຕົກລົງດ້ານນິວເຄລຍ ເມື່ອບໍ່ດົນມານີ້ ສາຍການບິນອີຣ່ານ Air ແມ່ນພ້ອມແລ້ວ ທີ່ຈະຂະຫຍາຍຝູງເຮືອ ບິນຂອງຕົນ. ອີຣ່ານໄດ້ເຮັດຂໍ້ຕົກລົງໄປແລ້ວ ກັບບໍລິສັດ Airbus ຂອງຢູໂຣບ ເພື່ອຊື້ເຮືອບິນໂດຍສານຈຳນວນໜຶ່ງ ທີ່ຄອຍຖ້າການພິຈາລະນາຢູ່.

ບໍລິສັດ Boeing ກ່າວວ່າ ລັດຖະບານ ທ່ານໂອບາມາ ໄດ້​ໃຫ້ການ​ອະນຸມັດ​ຕໍ່ຂໍ້ ຕົກລົງຂັ້ນຕົ້ນຂອງຕົນ ກັບອີຣ່ານ ຫຼັງຈາກທີ່ໄດ້ພິຈາລະນາວ່າ ເຕຫະຣ່ານ ໄດ້ ປະຕິບັດຕາມພັນທະຕ່າງໆຂອງຕົນ ພາຍໃຕ້ຂໍ້ຕົກລົງນິວເຄລຍ.

“Boeing ຈະສືບຕໍ່ປະຕິບັດຕາມ ການແນະນຳຂອງລັດຖະບານສະຫະລັດ ກ່ຽວກັບການ​ເຮັດ​ວຽກ​ຮ່ວມ​ກັບສາຍການບິນຂອງອີຣ່ານ ແລະ ສິ່ງໃດໆ ແລະ ສັນຍາທັງໝົດ ກັບ ສາຍການບິນຂອງອີຣ່ານ ຈະຂຶ້ນຢູ່ກັບການ​ໃຫ້ ການອະນຸມັດໂດຍລັດຖະບານ” ອີງຕາມຖະແຫລງການ ສະບັບວັນອັງຄານ ວານນີ້ ຂອງບໍລິສັດ Boeing.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Boeing Iran
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG