ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອິຣ່ານຫັນປ່ຽນ ຮູບແບບ ທາດຢູເຣນຽມ ຂອງຕົນ (ວີດີໂອລາວ-ອັງກິດ / ສະໄລດ໌ລຳດັບເຫດການ)


IAEA: Iran Turns its Enriched Uranium Into Less Harmful Form
please wait

No media source currently available

0:00 0:02:51 0:00

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້.

ອິຣ່ານ​ໄດ້​ຫັນປ່ຽນ ທາດ​ຢູ​ເຣນຽມ​ຂອງ​ຕົນ​ ທີ່​ໄດ້​ຮັບ​ການ​ເສີມ​
ສະມັດຖະ​ພາບ ​ເປັນ​ເກຣດຜະລິດ​ອາວຸດ​ໄດ້​ນັ້ນ ມາ​ເປັນ​ຮູ​ບ
​ແບບ​ທີ່​ເປັນ​ອັນຕະລາຍ​ນ້ອຍ​ລົງ ​ແລະ​ຍາກ​ຂຶ້ນ​ທີ່​ຈະ​ນຳ​ໄປ​ໃຊ້
​ຜະລິດ​ອາວຸດນິວ​ເຄລຍອິງ​ຕາມອົງການ​ພະລັງງານ​ປາລະ​ມະນູ​
ສາກົນຂອງ​ສະຫະ​ປະຊາ​ຊາດ ຊຶ່ງການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້
​ແມ່ນ​ເປັນການ​ປະຕິບັດຕາມ ຂໍ້​ຕົກລົງຊົ່ວຄາວ ທີ່ໄດ້​ບັນລຸ​ກັບ
​ບັນດາ​ອຳນາດ​ຕາ​ເວັນ​ຕົກ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ
​ອິຣ່ານ​ໃນ​ປີ​ກາຍ​ນີ້ ​ເພື່ອ​ແລກປ່ຽນ​ກັບ​ການ​ຜ່ອນຄາຍການ​ລົງ
​ໂທດຕໍ່ອິຣ່ານນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Henry Ridgwell ມີ
​ລາຍ​ງານ​ມາ​ຈາກ London ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.


ອົງການ​ພະລັງງານ​ປາລະ​ມະນູ​ສາກົນ ຫລື IAEA ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ອິຣ່ານ
​ໄດ້​ຫັນປ່ຽນ ​ທາດຢູ​ເຣນຽມ​ທີ່​ໄດ້​ຮັບ​ການ​ເສີມສະມັດ​ຖະພາບ ຫລື​ຄຸນ​ນະພາ​ບ​ ຂຶ້ນ 20
​ເປີ​ເຊັນ ທັງ​ໝົດ​ຂອງ​ຕົນນັ້ນ​ ໄປເປັນ​ຮູບ​ແບບທີ່​ອັນຕະລາຍນ້ອຍ​ລົງ​ແລ້ວ.

ທາດຢູ ​ເຣນຽມ​ທີ່​ໄດ້​ຮັບ​ການ​ເສີມສະມັດ​ຖະພາບ​ຂຶ້ນນັ້ນ ສາມາດ​ນຳ​ໄປ ​ໃຊ້​ຜະ​ລິດ
​ອາວຸດ​ນິວ​ເຄລຍ​ໄດ້. ອິຣ່ານປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ພະຍາຍາມຈະ​ເຮັດ​ລະ​ເບີດ​ນິວ
​ເຄລຍ ​ແລະ​ຢືນ​ຢັດ​ວ່າ​ໂຄງການ​ຂອງ​ຕົນ​ແມ່ນ ​ເພື່ອ​ນຳໃຊ້​ໃນ​ທາງ​ພົນລະ​ເຮືອນ.

ລາຍ​ງານ​ຂອງ​ອົງການ IAEA ມີ​ຂຶ້ນ ຫລັງ​ຈາກ​ທີ່​ອິຣ່ານກັບບັນດາ​ອຳນາດ​ຕາ​ເວັນ​ຕົກ ​
ໄດ້ ​ຕົກລົງ​ກັນ​ເມື່ອ​ວັນ​ເສົາ​ຜ່ານ​ມາ ທີ່​ຈະ​ຕໍ່​ເວລາ ​ກຳນົດ​ເສ້ນຕາຍສຳຫ​ລັບ​ໃຫ້​ບັນ​ລຸຂໍ້
ຕົກລົງ​ໄລຍະ​ຍາວ​ກັນ ກ່ຽວ​ກັບ​ອະນາຄົດ​ຂອງ​ໂຄງການ​ນິວ​ເຄລຍຂອງ​ອິຣ່ານນັ້ນ
ອອກ​ໄປ​ຈົນ​ຮອດ​ເດືອນ​ພະຈິກ.

​ແຕ່​ທ່ານ Mark Fitzpatrick ຈາກ​ສະ​ຖາ​ບັນນາໆ​ຊາດ​ສຳ​ຫລັບການສຶກສາ​ຍຸ​ທະ​ສາດ
ກ່າວ​ວ່າ ​ເລື້ອງ​ນັ້ນ​ແມ່ນ​ຍັງ​ຢູ່​ໄກ​ຫລາຍ.

​ທ່ານ Mark Fitzpatrick ​ເວົ້າ​ວ່າ “ພວກ​ເຂົາ​ເຈົ້າ​ສາມາດ​ຕົກລົງ​ກັນ​ໄດ້ ວ່າຈະ​
ຢຸດການ​ລົງ​ໂທດ ຢຸດໂຄງການ​ເສີມ​ສະມັດຖະພາບທາດ​ຢູ​ເຣນຽມ ຫາກ​ແຕ່​ວ່າ​
ອິຣ່ານບໍ່​ຍອມ​ຕົກລົງ​ທີ່​ຈະ​ຕັດ​ລົງ ​ແລະ​ນັ້ນ​ແຫລະ​ຄືບັນຫາຄາ​ຄໍ.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ໃນ​ການ​ຖະ​ແຫລ​ງຫລັງ​ຈາກ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຕົກລົງ​ ​ຕໍ່​ກຳນົດ​ເສ້ນ​ຕາຍອອກ​ໄປ​ເມື່ອ
​ວັນ​ເສົາ​ນັ້ນ ຫົວໜ້າ​ຝ່າຍ​ກິດ​ຈະ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ຢູ​ໂຣບ ກໍ​ຄື EU
ທ່ານ​ນາງ Catherine Ashton ຍອມຮັບ​ວ່າ ຍັງ​ມີ​ວຽກ​ງານ​ຫລວງຫລາຍ ລໍ​ຖ້າຢູ່​
ຂ້າງ​ໜ້າ.

ທ່ານ​ນາງ Ashton ​ເວົ້າ​ວ່າ “​ກໍ​ຈິງ​ຢູ່​ທີ່​ພວກ​ເຮົາ​ໄດ້​ທຳ ຄວາມ​ກ້າວໜ້າຢ່າ​ງ
​ເປັນ​ຮູບ​ປະ​ທຳ ກ່ຽວ​ກັບ​ບັນ​ຫາບາງ​ດ້ານ ​ແລະ​ໄດ້​ພາກັນ​ຮ່າງ​ບົດ​ເນື້ອ​ໃນ
ຂອງ​ແຜນ​ປະຕິບັດ​ກາ​ນຮອບດ້ານ​ຮ່ວມ​ກັນ ​ແຕ່​ກໍ​ຍັງ​ມີ​ຊ່​ອງຫວ່າງ​ທີ່​ສຳຄັນ​
ຫລາຍ​ຢູ່ກ່ຽວ​ກັບ​ບັນຫາ​ຫລັກ​ໆບາງ​ອັນ ທີ່​ຈະ​ຕ້ອງການ​ເວລາ ​ແລະ​ຄວາມ​ພະຍາຍາມຕື່ມ​ອີກ ຈຶ່ງ​ຈະ​ສາມາດ​ແກ້​ໄຂ​ໄດ້.”

ທ່ານ​ນາງ Catherine Ashton ມີ​ກຳນົດ​ຈະ​ກ້າວ​ລົງ​ຈາກຕຳ​ແໜ່​ງ​ຂອງ​ທ່ານ​ນາງ ໃນ
EU ກ່ອນ​ທ້າຍ​ປີ​ນີ້ ຊຶ່ງ​ເປັນ​ໄປໄດ້​ວ່າ ມັນ​ຈະສ້າງ​ຄວາມ​ຫຍຸ້ງຍາກ​ຕື່ມ​ຂຶ້ນ ​ໃຫ້​ແກ່ການ​
ເຈລະຈາ​ຕໍ່​ຮອງ​ກັນ​ໃນ​ອະນາຄົດ.

ທ່ານ Fitzpatrick ບໍ່​ແນ່​ໃຈ​ວ່າ ຈະ​ມີ​ການ​ບັນລຸ​ຂໍ້​ຕົກລົງ​ກັນໃດໆ​ໄດ້ ​ພາຍໃນ​ເວລາ 4
ເດືອນ​ຕໍ່ໜ້ານີ້.

ທ່ານ Fitzpatrick ​ເວົ້າ​ວ່າ “ ​ແຕ່​ວ່າ​ໃນ​ລະຫວ່າງ​ນີ້ ​ໂຄງການ​ຂອງ​ອິຣ່ານກໍ​ແມ່ນ
ໄດ້ຖືກອັດ​ໄວ້​ແລ້ວ. ອິຣ່ານບໍ່​ສາມາດ​ທີ່ຈະ​ຫຍັບ​ເຂົ້າ​ໄປ​ ຫາການພັດທະນາ​ອາ
ວຸດໄດ້ໃກ້​ກ່ວາ​ນີ້​ອີກ ​ແຕ່​ພວກ​ເຂົາ​ກໍ​ເວົ້າ​ວ່າ ຈັ່ງ​ໃດ ອັນ​ນັ້ນ​ກໍ​ບໍ່ແມ່ນ​ຈຸດປະສົງ​
ຂອງ
ພວກ​ເຂົາ​ຢູ່​ແລ້ວ. ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ການ​ທູດເຮັດ​ວຽກໄດ້ຜົນ ​
ໂຄງການຂອງ​ອິຣ່ານໄດ້​ຖືກ​ຢຸດ​ໄວ້ ​ເຖິງ​ແມ່ນ​ພວກ​ເຮົາ​ບໍ່​ມີ​ທາງອອກ​ຢ່າງ​ສົມ
ບູນກໍຕາມ ​ແລະ​ກໍ​ຄົງ​ຈະ​ບໍ່​ມີ​ທາງ. ​ໃນ​ໄລຍະ​ສີ່​ເດືອ​ນ ບາງທີ ພວກ​ເຮົາ​ອາດ​ຈະ​
ຕ້ອງ​ໄດ້​ມາຕີ​ລາຄາ​ກັນ​ໃໝ່ ​ແລ້ວ​ກໍ​ຢຸດ​ໂຄງການ​ຕໍ່​ໄປ ​ແລະ​ຕໍ່ເວລາ​ເສ້ນ​ຕາຍ​
ອອກ​ໄປ​ອີກ.”

ໂຮງງານນິວເຄລຍຂອງອິຣ່ານ ທີ່ເມືອງ Bushehr.
ໂຮງງານນິວເຄລຍຂອງອິຣ່ານ ທີ່ເມືອງ Bushehr.


ເພື່ອ​ແລກປ່ຽນ​ກັບການທີ່​ອິຣ່ານ​ໄດ້ຫັນປ່ຽນ ​ທາດຢູ​ເຣນຽມ
​ທີ່​ໄດ້​ຮັບ ການປັບປຸງ​ຄຸນ​ນະພາບ​ ຂຶ້ນ 20 ​ເປີ​ເຊັນ ທັງ​ໝົດ
​ຂອງ​ຕົນ ໄປເປັນ​ຮູບ​ແບບທີ່ໃຊ້​ຜະລິດ​ລະ​ເບີດ​ບໍ່​ໄດ້ນັ້ນ​
ສະຫະລັດ​ຈະ​ປ່ອຍ​ຊັບ​ສິນ​ຂອງ​ອິຣ່ານຈຳນວນ 2800 ລ້ານ​
ດອລລ່າ ທີ່​ຕົນ​ໄດ້​ກັກ​ໄວ້​ນັ້ນ ​ແຕ່ວ່າ​ການ​ລົງ​ໂທດ​ຕ່າງໆ​ຕໍ່ອິ
ຣ່ານ ​ແມ່ນ​ຈະ​ຍັງ​ຢູ່​ຄື​ເກົ່າ. ຢ່າງ​ໃດ​ກໍ​ຕາມ​ ທັງ​ສອງ​ຝ່າຍ​ກໍ
ຍິນ​ດີ​ນຳ ຄວາມ​ມຸ່ງ​ມັ້ນທີ່​ຈະ​ເຈລະຈກັນ​ຕໍ່​ໄປ ອິງ​ຕາມ ທ່ານ
Nigel Kushner ຈາກບໍລິສັດ W Legal ທີ່​ລອນ​ດອນ ຊຶ່ງ
​ເປັນ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ການ​ລົງ​ໂທດ​ແລະ​ການ​ຄ້າ​ກັບ​ອິຣ່ານ.

ທ່ານ Nigel Kushner ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ມີ​ລູກ​ຄ້າຈຳນວນ​ນຶ່ງ ທີ່ຕ້ອງການ​
ຢ່າງ​ທີ່​ສຸດ ຢາກ​ຈະ​ກັບ​ຄືນ​ໄປ​ມີ​ສາຍ​ພົວພັນ​ທາງ​ທຸລະ​ກິດ​ທີ່​ໄດ້ກຳ​ໄລ​ຫລາຍ
ທີ່​ເຂົາ​ເຈົ້າ​ເຄີຍ​ມີ​ກັບ​ອິຣ່ານນັ້ນ ແລະຂໍ້ຄວາມ​ຂອງ​ຂ້າພະ​ເຈົ້າ ສຳ​ຫລັບ​ພວ​ກ​
ເຂົາ​ເຈົ້າ​ໃນ​ເວລາ​ນີ້ ກໍ​ຄື ​ເຈົ້າ​ຈະ​ກັບ​ໄປ​ເຮັດ​ທຸລະ​ກິດ​ຄື​ເກົ່າ​ບໍ່​ໄດ້​ດອກ. ​ແຕ່​ວ່າ​ ​
ເຮັດ​ວຽກ​ການ​ຕະຫລາດ​ຂອງ​ເຈົ້າ​ໂລດ ກໍ​ຄື ບິນ​ໄປ​ອິຣ່ານ ທຳ​ການ​ພົບ​ປະ​ຫາ
ລື ສົນທະນາ​ເລື້ອງ​ຂໍ້​ຕົກ ລົງ​ຕ່າງໆ ທີ່​ເຈົ້າ​ອາດ​ຈະ​ເຮັດ​ໄດ້ ຫລັງ​ຈາກ​ທີ່​ມີ​ການ​
ຍົກເລີກ​ການ​ລົງໂທດ​ແລ້ວ ​ແຕ່​ວ່າ ​ແນ່ນ​ອນ ຕ້ອງ​ເຮັດ​ໃນ​ລັກສະນະ​ທີ່ຖືກຕ້ອງ​
ຕາມ​ກົດໝາຍ.”


ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ອິຣ່ານ ຍັງ​ບໍ່​ໄດ້​ຕັດສິນ​ໃຈ​ເທື່ອວ່າ ​ເວລາ​ໃດ ການ​ເຈລະ
ຈາ​ກັນ​ຮອບ​ຕໍ່​ໄປ ຈະ​ມີ​ຂຶ້ນ ​ແລະ​ຢູ່​ປະ​ເທດ​ໃດ ພຽງ​ແຕ່​ເວົ້າ​ວ່າ ມັນ​ຈະ​ເກີດ​ຂຶ້ນ​ໃນ​ຫລາຍໆ​ອາທິດ​ຕໍ່ໜ້າ​ນີ້.

ລຳດັບເຫດການກ່ຽວກັບ ການເຈລະຈາເລື້ອງນິວເຄລຍ ຂອງອິຣ່ານ:

(ເອົາເຄີເຊີ ວາງໃສ່ຂ້າງຊ້າຍແຖວຕັ້ງ ແລ້ວຄລິກລູກສອນເພື່ອເບິ່ງລຳດັບເຫດການ)

XS
SM
MD
LG