ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທະຫານອີຢິບ 8 ຄົນ ເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດລົດ ຢູ່ແຫຼມໄຊນາຍ


ແຜນທີ່ເມືອງ el-Arish ທີ່ແຫລມໄຊນາຍi.
ແຜນທີ່ເມືອງ el-Arish ທີ່ແຫລມໄຊນາຍi.

ທະຫານ​ອີ​ຢິບ​ແປດ​ຄົນ ​ໄດ້ເສຍ​ຊີ​ວິດ​ ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ ຢູ່ດ່ານກວດແຫ່ງ
ນຶ່ງ​ໃນ​ພາກ​ເໜືອຂອງ​ແຫລມ Sinai ​ໃນ​ວັນ​ພະຫັດ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຢິບ​ກ່າວ​ວ່າ ຢ່າງ​ໜ້ອຍຍັງ​ມີ​ທະຫານອີກ 12 ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ພວກ​ຫົວ​ຮຸນ​ແຮງ​ສາມ​ຄົນ​ໄດ້​ເສຍ​ຊີວິດໃນ​ການ​ໂຈມ​ຕີດັ່ງກ່າວ. ​ໂຄສົກ​ກອງທັບ​ອີ​ຢິບທ່ານ Mohammed Samir ກ່່າວ​ຢູ່​ໃນ​ຖະ​ແຫລ​ງການ​ທີ່ນຳ​ອອກ ​ເຜີຍຢູ່​ໃນ Facebook ຂອງ​ທ່ານ​ວ່າ ພວກ​ຫົວ​ຮຸນ​ແຮງຍັງໄດ້​ລະ​ເບີດ​ລົດ​ຫຸ້ມ​ເກາະ​ຄັນ​ນຶ່ງຢູ່​ທີ່​ດ່ານ​ກວດ​ແຫ່ງ​ນັ້ນຊຶ່ງ​ຕັ້ງ ຢູ່ໃກ້​ກັບ​ເມືອງ el-Arish ທີ່​ມີ​ບັນ​ຫາ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມຮັບຜິ​ດຊອບ​ເທື່ອ.

ກອງທັບ​ອີ​ຢິບ​ໄດ້​ທຳ​ການ​ສູ້​ລົບ​ກັບ​ກຸ່ມ​ຫົວ​ຮຸນ​ແຮງຈັດ​ອິສລາມຢູ່​ທີ່​ແຫຼມ Sinai ນັບ​ແຕ່​ທະ ຫານ​ໄດ້​ໂຄ່ນ​ລົ້ມ ​ປະທານາທິບໍດີ Mohamed Morsi ຂອງພັກພະລາດອນພາບມຸສລິມ ໃນກາງ​ປີ 2013 ຫລັງ​ຈາກ​ມີ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ ຕໍ່ຕ້ານ​ການ​ປົກຄອງ​ຂອງ​ທ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG