ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເດັກນ້ອຍ 31ຄົນ ຖືກໄຟໄໝ້ຕາຍ ໃນລົດບັສ ທີ່ໂຄລອມເບຍ (ວີດີໂອ)


colombiabusfire19may14
please wait

No media source currently available

0:00 0:01:16 0:00

ເບິ່ງວີດີໂອ ເລື້ອງນີ້

ບັນດາ​ເຈົ້າ​ໜ້າ​ທີ່​ພາວະ​ສຸກ​ເສີນ​ທີ່​ໂຄ​ລອມ​ເບຍ ກ່າວ​ວ່າ
ຢ່າງ​ໜ້ອຍ​ເດັກນ້ອຍ 31ຄົນ ຖືກ​ໄຟ​ໄໝ້​ຕາຍ ​ເວລາ​ລົດ​
ໂຮງຮຽນ​ທີ່ເຂົາ​ເຈົ້າ​ຂີ່​ໄປເກີດໄຟ​ໄໝ້​ຢູ່​ໃກ້ໆ​ກັບ​ເມືອງ
Fundacion.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ບັສ​ເຂົາ​ເຈົ້າ​ໄດ້​ເກີດ​ໄຟ​ໄໝ້​
ເປັນ​ແປວ​ໄຟ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່​ບັນທຸ​ກ
ພວກ​ເດັກນ້ອຍ​ຈາກ​ບ້ານ​ຫຼັງ​ຈາກໄປ​ຮ່ວມ​ພິທີ​ສາສະໜາ​
ໃນ​ໂບດ​ແຫ່ງ​ນ່ຶງ. ​ຢ່າງໜ້ອຍ​ມີ​ປະຊາຊົນ​ຕື່ມ​ອີກ 20 ຄົນ​
ໄດ້​ຖືກ​ໄຟ​ໄໝ້​ຢ່າງ​ສາຫັດ ​ແລະ​ຖືກ​ສົ່ງໄປ​ປິ່ນປົວທີ່​ໂຮງໝໍ
​ແຫ່ງ​ຕ່າງໆ.

ປະທານາທິບໍດີ Juan Manuel Santos ​ແຫ່ງ​ໂຄ​ລອມ​ເບຍໃນ​ການ​ກ່າວ​ຕໍ່​ທີ່​ຊຸມນຸມ
​ໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ນະຄອນ Bogota ກ່າວ​ວ່າ ທ່ານ​ຈະ​ເດີນທາງ​
ໄປ​ຍັງ​ເມືອງFundacion ​ໃນທັນທີ​ເພື່ອ​ປອບ​ໃຈ​ແລະ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ພວກ​ຄອບ
ຄົວ​ຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ນັ້ນ.

​ເວລາ​ນີ້ ການ​ສືບສວນ​ສອບ​ສວນ​ຫາ​ສາເຫດ​ຂອງ​ອຸບັດ​ເຫດ​ກຳລັງ​ດຳ​ເນີນ​ໄປ.

ລາຍ​ງານ​ຂ່າວຕ່າງໆ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ ກ່າວ​ວ່າ ຄົນ​ຂັບ​ລົດ​ບັສຄັນ​ນີ້ເອົາ​ຖັງ​ນ້ຳ
ມັນ​ໄວ້​ໃນ​ຫ້ອງ​ຄົນ​ໂດຍສານ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຕິດ​ຈັກລົດ​ຄັນ​ນີ້ຄືນ​ເວລາ​
ເກີດ​ໄຟ​ໄໝ້​ຂຶ້ນ ​ແລະ​ໄໝ້​ລຸກລາມ​ໄປ​ໃນ​ລົດ​ຢ່າງ​ວ່ອງໄວ.
XS
SM
MD
LG