ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ນາຍົກລັດຖະມົນຕີ ອັງກິດ ເພັ່ງເລັ່ງໃສ່ເລື້ອງພັດທະນາ ສາຍພົວພັນດ້ານການຄ້າກັບ ອິນເດຍ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ເດີນທາງ
ອອກຈາກຖະໜົນ Downing ທີ 10 ໃນນະຄອນຫຼວງ ລອນດອນ. 20 ກໍລະກົດ, 2016. 
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ເດີນທາງ ອອກຈາກຖະໜົນ Downing ທີ 10 ໃນນະຄອນຫຼວງ ລອນດອນ. 20 ກໍລະກົດ, 2016. 

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ Theresa May ໄດ້ເດີນທາງຮອດປະເທດ ອິນເດຍ ໃນວັນອາທິດມື້ນີ້ ໃນການຢ້ຽມຢາມສອງຝ່າຍຄັ້ງທຳອິດນອກສະຫະພາບ ຢູໂຣບ ຫຼື EU ຂອງທ່ານນາງ ເພື່ອວາງຮາກຖານສຳລັບສາຍພົວພັນການຄ້າທີ່ແຂງແກ່ນຂຶ້ນກວ່າເກົ່າ ຫຼັງຈາກການຖອນຕົວອອກຈາກ EU ກັບປະເທດທີ່ມີເສດຖະກິດໃຫຍ່ເຕີບໂຕໄວທີ່ສຸດນີ້.

ແຕ່ ອິນເດຍ ຈະກົດດັນຜູ້ນຳ ອັງກິດ ກ່ຽວກັບ ລະບຽບການອອກວີຊາທີ່ມີຄວາມເຄັ່ງຄັດ ຂຶ້ນ ເຊິ່ງມັນໄດ້ຫຼຸດຈຳນວນຂອງນັກຮຽນ ອິນເດຍ ທີ່ຈະໄປເຂົ້າຮຽນໃນມະຫາວິທະຍາໄລ ອັງກິດ ແລະ ວ່າມັນຍັງອາດຈະສົ່ງຜົນກະທົບຕໍ່ບັນດາຜູ້ຊ່ຽວຊານ ອິນເດຍ ຢູ່ໃນປະເທດ ນຳ.

ກ່ອນການຢ້ຽມຢາມນັ້ນ, ຜູ້ນຳ ອັງກິດ ໄດ້ກ່າວວ່າ ການເດີນທາງຢ້ຽມຢາມແມ່ນ ກ່ຽວກັບ “ການຂະຫຍາຍຂອບເຂດຂອງພວກເຮົາ ແລະ ລໍ່ຫຼອມການເປັນຄູ່ຮ່ວມທີ່ເຂັ້ມແຂງຂຶ້ນ ກັບບັນດາປະເທດໃນທົ່ວໂລກ” ຫຼັງຈາກການຖອນຕົວອອກຈາກສະຫະພາບ ຢູໂຣບ ຂອງ ອັງກິດ.

ໃນນະຄອນຫຼວງ ນິວ ເດລີ, ບັນດານັກສັງເກດການກ່າວວ່າ ການຢ້ຽມຢາມຄັ້ງນີ້ ຈະທົດ ສອບນະໂຍບາຍທີ່ມີຄວາມເຄັ້ງຄັດຂຶ້ນວ່າ ມັນຈະສົ່ງຜົນກະທົບຕໍ່ຄວາມພະຍາຍາມທີ່ຈະ ສ້າງຄູ່ຮ່ວມທຸລະກິດທີ່ເຂັ້ມແຂງຂຶ້ນກວ່າເກົ່າຂອງ ອັງກິດ ໄດ້ແນວໃດ.

ໃນຂະນະທີ່ ອິນເດຍ ຢາກຈະຂະຫຍາຍສາຍພົວພັນການຄ້າກັບ ອັງກິດຢູ່ນີ້, ພວກເຂົາ ເຈົ້າກໍຍັງຢາກໃຫ້ພວກນັກຮຽນ ແລະ ກຳມະກອນທີ່ມີສີມື ເດີນທາງເຂົ້າປະເທດໄດ້ງ່າຍ ຂຶ້ນອີກ.

ກ່ອນການຢ້ຽມຢາມນັ້ນ, ໂຄສົກກະຊວງການຕ່າງປະເທດ ອິນເດຍ ທ່ານ Vikas Swarup ໄດ້ກ່າວເນັ້ນເຖິງຄວາມເປັນຫ່ວງວ່າ, “ພວກນັກຮຽນ ອິນເດຍ ແລະ ສາຍພົວ ພັນຄົນຕໍ່ຄົນແມ່ນເສົາຫຼັກທີ່ສຳຄັນຂອງ ສາຍພົວພັນລະຫວ່າງ ອິນເດຍ ກັບ ອັງກິດ. ພວກເຮົາຫວັງວ່າບັນຫາການເຄື່ອນໄຫວໄປມາ ຈະຖືກຍົກຂຶ້ນໃນລະຫວ່າງການຢ້ຽມ ຢາມຄັ້ງນີ້.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG