ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຢ່າງນ້ອຍ 15 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ Bagdad


ແຜນທີ່ຂອງອີຣັກ
ແຜນທີ່ຂອງອີຣັກ
ເຈົ້າໜ້າ​ທີ່ອີຣັກ ກ່າວວ່າ ລະເບີດ 2 ລູກ ໄດ້ແຕກຂຶ້ນ ໃນລະຫວ່າງ
ພິທີສົ່ງສະການຢູ່ໃນກຸງ Bagdad ທີ່ໄດ້ສັງຫານຢ່າງນ້ອຍ 15 ຄົນ.

ຕໍາຫຼວດກ່າວວ່າ ​ເຫດລະເບີດ​ແບບຕິດຕໍ່ກັນ ​ໄດ້​ມີຂຶ້ນ ຢູ່ໃນພິທີ
ຊາປະນະກິດສົບທີ່ຈັດຂຶ້ນ ຢູ່ໃນຜາມຜາຕັ້ງໃນວັນຈັນວານນີ້
ທີ່ຄຸ້ມ Azamiyah ຊຶ່ງຜູ້ຄົນສ່ວນໃຫຍ່ເປັນຊາວຊຸນນີນັ້ນ.
ພວກເຂົາເຈົ້າກ່າວວ່າ ນອກ​ນັ້ນ​ເຫດລະເບີດຍັງ​ເຮັດ​ໃຫ້
ຢ່າງນ້ອຍ 30 ຄົນໄດ້ຮັບບາດເຈັບ.

​ເຫດລະເບີດດັ່ງກ່າວນີ້ ແມ່ນເປັນການ​ໂຈມ​ຕີຄັ້ງທີ 3 ພາຍ​ໃນ​ໄລຍະ
​ສອງມື້ທີ່ແນເປົ້າໝາຍໃສ່ພິທີຊາປະນະກິດສົບໃນກຸງ Bagdad.

ໃນວັນອາທິດຜ່ານມານີ້, ການໂຈມຕີອີກບັ້ນນຶ່ງ ໃສ່ພິທີສົ່ງສະການຂອງຊາວຊຸນນີນັ້ນ
ຍັງຜົນ ໃຫ້ມີ 12 ຄົນເສຍຊີວິດ ໃນຂະນະທີ່ການ​ໂຈມ​ຕີສະລະຊີບ 2 ຄັ້ງຊ້ອນ ໃນວັນເສົາ
ຜ່ານມານີ້ ໃສ່ພິທີຊາປະນະກິດສົບຂອງຊາວ Shiite ຍັງຜົນໃຫ້ມີ 73 ຄົນຂອງພວກທີ່
ໄປໄວ້ທຸກນັ້ນເສັຍ ຊີວິດ.

ການ​ຟື້ນຄືນຂອງເຫດການ​ໃນ​ອັນ​ທີ່​ປະກົດ​ວ່າ​ເປັນ​ການ​ສັງຫານ​ແບບ​ແກ້​ແຄ້ນ​ຢູ່ໃນອີຣັກ
ໄດ້ພາ​ໃຫ້​ມີ​ຄວາມຢ້ານກົວວ່າ ບັນຫາການຂັດແຍ້ງທາງ​ສາສະໜາອາດຈະກັບຄືນມາອີກ.
XS
SM
MD
LG