ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຖານທັບ ຊີເຣຍ ທີ່ຖືກໂຈມຕີໂດຍລູກສອນໄຟ ສະຫະລັດ ເປີດປະຕິບັດການຄືນອີກ


ອູ່ເຮືອບິນຖືກໄຟໄໝ້ ແລະ ໄດ້ຮັບຄວາມເສຍຫາຍຈາກການ
ໂຈມຕີດ້ວຍລູກສອນໄຟ Tomahawk ຂອງ ສະຫະລັດ ຢູ່
ຖານທັບອາກາດ Shayrat ຕັ້ງຢູ່ພາກຕາເວັນອອກສຽງໃຕ້
ຂອງເມືອງ Homs, ປະເທດ ຊີເຣຍ.
ອູ່ເຮືອບິນຖືກໄຟໄໝ້ ແລະ ໄດ້ຮັບຄວາມເສຍຫາຍຈາກການ ໂຈມຕີດ້ວຍລູກສອນໄຟ Tomahawk ຂອງ ສະຫະລັດ ຢູ່ ຖານທັບອາກາດ Shayrat ຕັ້ງຢູ່ພາກຕາເວັນອອກສຽງໃຕ້ ຂອງເມືອງ Homs, ປະເທດ ຊີເຣຍ.

ເຮືອບິນຮົບ ຊີເຣຍ ໄດ້ສືບຕໍ່ການບິນຫຼາຍຖ້ຽວ ຈາກຖານທັບອາກາດທີ່ໄດ້ຕົກເປັນເປົ້າ
ໝາຍການໂຈມຕີດ້ວຍລູກສອນໄຟນຳວິຖີ ຂອງ ສະຫະລັດ ໃນວັນສຸກທີ່ຜ່ານມາ, ອີງ
ຕາມເຈົ້າແຂວງຄົນໜຶ່ງ ຜູ້ທີ່ໄດ້ກ່າວວ່າ ຖານທັບດັ່ງກ່າວ ໄດ້ດຳເນີນການປະຕິບັດການ
ຈາກສິ່ງທີ່ທ່ານກ່າວວ່າ ແມ່ນ “ຂັ້ນຕອນທຳອິດ.”

ຄຳເຫັນຈາກເຈົ້າແຂວງ Homs ທ່ານ Talal Barazi ທີ່ຖືກລາຍງານໂດຍອົງການຂ່າວ Reuters ໃນວັນເສົາວານນີ້ ໄດ້ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກລັດຖະບານ ຊີເຣຍ ໄດ້ກ່າວວ່າ ການໂຈມຕີໃສ່ຖານທັບອາກາດດ້ວຍລູກສອນໄຟຂອງ ສະຫະລັດ ໄດ້ສ້າງ ຄວາມເສຍຫາຍຢ່າງກວ້າງຂວາງ.

ທ່ານ Barazi ບໍ່ໄດ້ໃຫ້ຂໍ້ມູນໃດໆເພີ່ມເຕີມ, ແລະ ທຳນຽບຫ້າແຈ ໄດ້ອ້າງອີງຄຳຖາມ
ຕ່າງໆ ກ່ຽວກັບ ສະພາບການຢູ່ຖານທັບອາກາດຕໍ່ລັດຖະບານ ດາມາສກັສ.

ບັນດານັກສັງເກດການຈາກອົງການສິ້ງຊອມສິດທິມະນຸດ ຊີເຣຍ ກ່ອນໜ້ານີ້ໄດ້ກ່າວ
ວ່າ ເຮືອບິນຮົບ ຊີເຣຍ ສາມາດທີ່ຈະບິນຂຶ້ນຈາກຖານທັບໃນວັນສຸກທີ່ຜ່ານມາ ແລະ ໄດ້ໂຈມຕີເປົ້າໝາຍພວກກະບົດໃນພາກສ່ວນທິດຕາເວັນອອກຂອງແຂວງ.

ມັນຍັງບໍ່ມີຄວາມຊັດເຈນໃນທັນທີເທື່ອວ່າ ເຮືອບິນລຳຕ່າງໆຈາກຖານທັບ Shayrat ໄດ້ເຂົ້າຮ່ວມໃນການໂຈມຕີວັນເສົາວານນີ້ ທີ່ໄດ້ເຮັດໃຫ້ພົນລະເຮືອນຢ່າງໜ້ອຍ 18 ຄົນເສຍຊີວິດໃກ້ກັບເມືອງນ້ອຍ Sheikhoun ຫຼື ບໍ່. ເມືອງທີ່ວ່ານັ້ນໄດ້ຖືກໂຈມຕີດ້ວຍ
ອາວຸດເຄມີໃນຕົ້ນສັບປະດານີ້ ເຊິ່ງບັນດາເຈົ້າໜ້າທີ່ກ່າວວ່າ ໄດ້ຖືກຍິງຈາກເຮືອບິນຮົບ
ຂອງ ຊີເຣຍ ຫຼືບໍ່ກໍ ຣັດເຊຍ, ອັນເປັນເຫດເຮັດໃຫ້ສາກົນອອກມາໂຕ້ແຍ້ງຢ່າງແຮງ ແລະ ສະຫະລັດ ກໍໄດ້ທຳການແກ້ແຄ້ນໂດຍການຍິງລູກສອນໄຟນຳວິຖີໃສ່ ໃນສາມມື້ຕໍ່ມາ.

ອົງການສິ້ງຊອມໄດ້ກ່າວວ່າ ການໂຈມຕີໃນວັນເສົາວານນີ້ ໄດ້ຖືກດຳເນີນຂຶ້ນໂດຍເຮືອ
ບິນຮົບ ຣັດເຊຍ, ເຊິ່ງໄດ້ເລີ່ມໃຫ້ການໜູນຫຼັງການປະຕິບັດການຂອງກອງທັບ ຊີເຣຍ ໃນປີກາຍນີ້.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອອກຄຳສັ່ງໃຫ້ໂຈມຕີດ້ວຍລູກສອນ
ໄຟ ໃສ່ເມືອງ Shayrat ຫຼັງຈາກເຈົ້າໜ້າທີ່ກູ້ໄພໄດ້ກ່າວວ່າ ມີປະຊາຊົນຢ່າງໜ້ອຍ 100 ໄດ້ເສຍຊີວິດ ແລະ ບາດເຈັບຫຼາຍຮ້ອຍຄົນໃນການໂຈມຕີ ດ້ວຍອາວຸດເຄມີ ຢູ່ເມືອງ Sheikhoun ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG