ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຫົວໜ້າກຸ່ມແບ່ງແຍກດິນແດນ ETA ຖືກຈັບໃນ ປະເທດຝຣັ່ງ


ຕຳຫຼວດ ຝຣັ່ງ ຢືນຢູ່ນອກເຮືອນຫຼັງໜຶ່ງ ໃນລະຫວ່າງການ
ປະຕິບັດການກວດຄົ້ນໃນເມືອງ Ascain, ພາກຕາເວັນ
ຕົກສຽງໃຕ້ຂອງ ຝຣັ່ງ. 5 ພະຈິກ, 2016.
ຕຳຫຼວດ ຝຣັ່ງ ຢືນຢູ່ນອກເຮືອນຫຼັງໜຶ່ງ ໃນລະຫວ່າງການ ປະຕິບັດການກວດຄົ້ນໃນເມືອງ Ascain, ພາກຕາເວັນ ຕົກສຽງໃຕ້ຂອງ ຝຣັ່ງ. 5 ພະຈິກ, 2016.

ສເປນ ກ່າວວ່າ ຜູ້ນຳຂອງກຸ່ມແບ່ງແຍກ Basque ETA ທີ່ຄັ້ງໜຶ່ງເຄີຍເປັນທີ່ຢ້ານກົວໄດ້ ຖືກຈັບກຸມໃນພາກຕາເວັນຕົກສຽງໃຕ້ຂອງປະເທດ ຝຣັ່ງ ໃນລະຫວ່າງການປະຕິບັດການ ຮ່ວມໂດຍກອງກຳລັງຮັກສາຄວາມປອດໄພ ຝຣັ່ງ ແລະ ສເປນ.

ທ້າວ Mikel Irastorza ໄດ້ຖືກຄວບຄຸມຕົວໄວ້ໃນວັນເສົາທີ່ຜ່ານມາໃນບ້ານແຫ່ງໜຶ່ງໃນ ເມືອງ Pyrenees ຂອງ ຝຣັ່ງ, ທີ່ຕັ້ງຢູ່ໃກ້ກັບເຂດຊາຍແດນປະເທດ ສເປນ. ກະຊວງພາຍ ໃນຂອງ ສເປນ ກ່າວວ່າ “ຜູ້ຕ້ອງສົງໄສອາຍຸ 41 ປີ ເຄີຍເປັນຜູ້ນຳອາວຸໂສທີ່ສຸດຂອງກຸ່ມ ກໍ່ການຮ້າຍ ETA ທີ່ຍັງຫຼົບໜີຢູ່.” ຜູ້ກ່ຽວໄດ້ມີຊື່ສຽງໂດ່ງດັງໃນການນຳພາອົງການແບ່ງ ແຍກລັດຖະບານໃນເວລາພຽງປີກວ່າ, ນັບຕັ້ງແຕ່ການຈັບກຸມຂອງຜູ້ນຳກ່ອນໜ້າລາວ 2 ຄົນໃນປະເທດ ຝຣັ່ງ.

ທັງສອງຄົນໄດ້ອາໄສຢູ່ໃນເຮືຶອນບ່ອນທີ່ທ້າວ Irastorza ໄດ້ຖືກຈັບກຸມ ແລະ ຖືກກັກຂັງ, ແລະ ບັນດາເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າຄາດວ່າການຈັບກຸມຈະມີີອີກໃນຄັ້ງຈະຕິດ ຕາມມາ.

ຕຳຫຼວດຄົນໜຶ່ງໄດ້ກ່າວໃນເດືອນທີ່ຜ່ານມາວ່າ ໄດ້ມີຄົນພົບປືນສັ້ນຫຼາຍກວ່າ 100 ກະ ບອກຖືກຊຸກເຊື່ອງໄວ້ໃນປ່າແຫ່ງໜຶ່ງ ທາງພາກເໜືອຂອງ ຝຣັ່ງ, ເຊິ່ງຄາດວ່າຈະເປັນ ຂອງພວກ ETA, ແຕ່ບໍ່ມີຂໍ້ມູນຢັ້ງຢືນວ່າການປະຕິບັດການດັ່ງກ່າວນັ້ນໄດ້ເຊື່ອມໂຍງກັບ ການຕາມລ່າຫາທ້າວ Irastorza ທີ່ໄດ້ຮັບຄວາມສຳເລັດນັ້ນຫຼືບໍ່, ຊຶ່ງເປັນນັກໂທດຫຼົບໜີ ໄປນັບຕັ້ງແຕ່ປີ 2008 ເປັນຕົ້ນມານັ້ນ.

ພວກ ETA ໄດ້ຖືກກ່າວຫາ ກ່ຽວກັບ ການຕາຍຂອງປະຊາຊົນ 800 ຄົນ ນັບຕັ້ງແຕ່ຊຸມປີ 1960 ເປັນຕົ້ນມາ ໃນການຜັກດັນເພື່ອສ້າງບ້ານເກີດຂອງຕົນໃຫ້ເປັນອິດສະລະຢູ່ນອກ ເຂດແດນທາງພາກເໜືອຂອງ ສເປນ ແລະ ພາກຕາເວັນຕົກສຽງໃຕ້ຂອງ ຝຣັ່ງ.

ກຸ່ມດັ່ງກ່າວໄດ້ອ່ອນແອລົງຍ້ອນການກວາດລ້າງ ແລະ ການຈັບກຸມຄົນສຳຄັນຫຼາຍຄັ້ງໃນ ທ້າຍຊຸມປີ 1990 ແລະ ຊຸມປີ 2000. ພວກ ETA ມີຊື່ຫຍໍ້ມາຈາກປະໂຫຍກ “Basque Homeland and Liberty” ບໍ່ໄດ້ຖືກເຊື່ອມໂຍງໃສ່ການຕາຍໃນເຂດແດນຂອງ ສເປນ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ, ຜູ້ເຄາະຮ້າຍຄົນສຸດທ້າຍຂອງພວກເຂົາເຊື່ອກັນວ່າແມ່ນ ຕຳຫຼວດ ຝຣັ່ງ ຄົນໜຶ່ງ ທີ່ຖືກຂ້າຕາຍໃນນະຄອນຫຼວງ ປາຣີ ໃນປີ 2010.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG