ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ການສະຫລອງບຸນ St. Patrick’s Day ຢູ່ຫລາຍແຫ່ງໃນໂລກ (ວີດິໂອ)


ພວກຄົນແຕ່ງຊຸດສີຂຽວກໍາລັງສະຫລອງບຸນວັນ St. Patrick ພ້ອມກັບດື່ມເບຍ ເມື່ອວັນທີ 17 ເດືອນມີນານີ້
ພວກຄົນແຕ່ງຊຸດສີຂຽວກໍາລັງສະຫລອງບຸນວັນ St. Patrick ພ້ອມກັບດື່ມເບຍ ເມື່ອວັນທີ 17 ເດືອນມີນານີ້
ວັນອາທິດມື້ນີ້ ເປັນວັນບຸນ St. Patrick’s Day ຊຶ່ງເປັນມື້
ທີ່ຊາວໄອຣີສ ຫລືອຽກລັງ ແລະພວກທີ່ນິຍົມທຸກສິ່ງທີ່ເປັນ
ຂອງອຽກລັງ ທໍາການສະເຫລີມສະຫລອງກັນ.

ຢູ່ທີ່ອອສເຕຣເລຍ ພວກນັກຟ້ອນຊາວອຽກລັງ ໄດ້ນໍາພາ
ການເດີນສວນ ສະໜາມແລະຂະບວນແຫ່ ຢູ່ໃນນະຄອນ
ຊິດນີ ຊຶ່ງສ້າງຄວາມມ່ວນຊື່ນໃຫ້ແກ່ພວກຜູ້ຊົມ. ໃນຂະນະທີ່ຂະບວນແຫ່ເຄື່ອນຍ້າຍ
ໄປນັ້ນ ຜູ້ຊົມທັງຫລາຍກໍພາກັນ ໂບກທຸງໄອຣິສ.

ນອກນັ້ນແລ້ວ ກໍມີພວກເປົ່າ bagpipe ທີ່ເປັນພາກສ່ວນສໍາຄັນຂອງວົງດຸລິຍາງຂອງ
ອຽກລັງນັ້ນ ສ້າງຄວາມມ່ວນຊື່ນໃຫ້ຜູ້ຊົມ ຢູ່ໃນຂະບວນແຫ່ນໍາ.

ປະເທດອອສເຕຣເຣຍ ແມ່ນເປັນນຶ່ງໃນຫລາຍໆຕົວເມືອງໃນໂລກ ລວມທັງນະຄອນ
ນີວຢອກ ທີ່ເຮັດໃຫ້ພວກໄປເບິ່ງໄປຊົມຂະບວນແຫ່ ມີຄວາມມ່ວນຊື່ນ ໃນແຕ່ລະປີ
ໃນວັນ St. Patrick’s Day.

St. Patrick’s Day ແມ່ນໄດ້ຊື່ມາຈາກນັກບຸນຜູ້ອຸປະຖໍາປະເທດໄອແລນ ຫລືອຽກລັງ.
ທ່ານເປັນຜູ້ທີ່ນໍາເອົາສາສະໜາຄຣິສເຂົ້າໄປຍັງປະເທດດັ່ງກ່າວ. ເຊື່ອກັນວ່າ St. Patrick ໄດ້ເສຍຊີວິດໄປໃນວັນທີ 17 ມີນາ ກໍຄືມື້ນີ້ເອງ ປະມານເມື່ອປີ 461.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG