ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ການ​ໂຈມ​ຕີ​ ທາງ​ອາກາດ ໃສ່ໂຮງໝໍ ໃນເຢເມນ ສັງຫານ ຢ່າງນ້ອຍ 11 ຄົນ


Yemen Airstrike
please wait
Embed

No media source currently available

0:00 0:01:05 0:00

ການ​ໂຈມ​ຕີ​ທາງ​ອາກາດ​ ໂດຍກຳລັງ​ປະສົມ ທີ່​ນຳພາ​ໂດຍ Saudi ​ໄດ້​ຖືກ​ໂຮງພະຍາ​ບານ​ແຫ່ງ​ນຶ່ງໃນແຂວງ Hajja ທາງພາກ​ເໜືອຂອງເຢ​ເມນ ​ໃນ​ວັນ​ຈັນ​ວານ​ນີ້ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 11 ຄົນ ​ແລະ​ບາດ​ເຈັບ​ອີກ 19 ຄົນ.

ອົງການ​ແພດ​ບໍ່​ມີ​ພົມ​ແດນ ທີ່​ຊາບ​ກັນ​ໃນ​ຊື່ຫຍໍ້ທີ່​ເປັນ​ພາສາ​ຝຣັ່ງວ່າ MSF ໄດ້ກ່າວ​ວ່າການ​ໂຈມ​ຕີທີ່​ວ່າ​ນີ້ ​ແມ່ນ​ເປັນ​ຄັ້ງ​ທີ 4​ ພາຍໃນໄລຍະ​ເວລາບໍ່​ຮອດນຶ່ງ​ປີ​ໃສ່​ໂຮງພະຍາບານຂອງ ຕົນ.

“ອີກ​ຄັ້ງ​ນຶ່ງ ນີ້​ແມ່ນໂຮງໝໍທີ່ເຕັມ​ໄປ​ດ້ວຍ​ພວກ​ຜູ້​ປ່ວຍ ​ແລະ​ບັນດາ​ທ່ານໝໍ​ແລະ​ພະນັກ ງານ ຂອງ​ອົງການ MSF ທັງ​ພາຍ​ໃນແລະ​ຕ່າງປະ​ເທດ ​ແມ່ນ​ໄດ້ຖືກຖິ້ມ​ລະ​ເບີດ​ໃສ່​ ​ໃນ ສົງຄາມ ບໍ່​ໄດ້​ໃຫ້​ຄວາມນັບຖືຕໍ່ສະຖານ​ທີ່​ທາງ​ການ​ແພດ ຫຼື​ແມ່ນ​ແຕ່​ພວກ​ຜູ້​ປ່ວຍ,” ຊຶ່ງ​ທ່ານ​ນາງ Teresa Sancristoval ຫົວໜ້າ​ບໍລິ​ຫານ​ໂຄງການ​ສຸກ​ເສີນຂອງ​ກຸ່ມ ​ໃນ​ເຢ​ເມນ ​ໄດ້​ກ່າວ​ໄວ້.

​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ກ່າວ​ປະນາມ​ ການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ໄດ້ເນັ້ນ​ວ່າ ​ພັກ​ຝ່າຍ​ຕ່າງໆ​ໃນ​ສົງຄາມເຢ​ເມນ​ໄດ້ທຳລາຍ ສູນ​ກາງ​ທາງ​ການ​ແພດ ຫຼາຍ​ກ່ວາ 70 ແຫ່ງໃນບັນຫາ​ຂັດ​ແຍ້​ງທີ່​ດຳ​ເນີນ​ມາ​ເປັນ​ເວລາ 2 ປີ ​ແລ້ວນັ້ນ.

“​ການ​ຫລຸດ​ໜ້ອຍ​ລົງ​ຂອງ​ຊ່ອງ​ທາງ​ໃນ​ການ​ປະຕິບັດ​ງານ​ດ້ານ​ມະນຸດສະທຳ ແລະ​ການ​ຈຳ ກັດ​ຮັດ​ແຄບ​ການ​ເຂົ້າ​ເຖິງ​ການ​ໃຫ້​ບໍລິການ​ທີ່​ຈຳ​ເປັນ​ສຳ​ຫຼັບ​ຊາວເຢ​ເມນ ​ເຮັດ​ໃຫ້ສະຖາ ນະການ​ຮ້າຍ​ແຮງ​ຂຶ້ນຕື່ມ ຍ້ອນ​ການກັບ​ຄືນ​ສູ່​ການເປັນ​ປໍ​ລະ​ປັກ​ຢ່າງ​ເຕັມ​ສ່ວນ​ນັ້ນ ຊຶ່ງ​ຍິ່ງ​ຈະ​ສ້າງຄວາມ​ເປັນ​ຫ່ວງ​ເປັນໃຍ​ຢ່າງ​ໃຫຍ່​ຫຼວງ​ຂຶ້ນ​ຕື່ມ,” ນັ້ນຄື​ຄຳ​ເວົ້າຂອງໂຄສົກ​ຂອງທ່ານ Ban ​ທີ່​ໄດ້​ກ່າວ​ຢູ່ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​.

ກ່ອນ​ໜ້ານີ້ ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ປະນາມ​ການ​ໂຈມຕີທາງ​ກາກາດ ຢູ່​ອີກ ບ່ອນ​ນຶ່ງ ທີ່​ໄດ້​ສັງຫານຢ່າງ​ນ້ອຍ 19 ຄົນ ​ໃນ​ໂຮງຮຽນ ​ທີ່ຄຸ້ມ​ບ້ານແຫ່ງ​ນຶ່ງ​ໃກ້ໆກັບຊາຍ ​ແດນ Saudi ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

ໂຄສົກ​ຂອງກຳລັງ​ປະສົມ ພາຍ​ໃຕ້​ການ​ນຳພາ​ຂອງ Saudi ທີ່​ໜຸນ​ຫຼັງ ​ປະທານາທິບໍດີ​ເຢ​ເມນ ທ່ານ Abu Rabu Mansour Hadi ​ທີ່​ນາໆ​ຊາດ​ຮັບ​ຮູ້​ນັ້ນ ໄດ້​ກ່າວ​ວ່າ ​ເປົ້າໝາຍ​ໃນ​ການ​ໂຈມ​ຕີ ​ແມ່ນ​ແນ​ໃສ່ສະຖານ​ທີ່​ຝຶກແອບ ຂອງກຸ່ມ​ຫົວ​ຮຸນ​ແຮງ Shi’ite Houthi ທີ່​ໜຸນ​ຫຼັງ​ໂດຍ​ອີຣ່ານ ​ແລະ​ຕໍ່ຕ້ານ​ລັດຖະບານ ທ່ານ Hadi.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ໄດ້​ຖິ້ມ​ໂທດ​ໃສ່ທັງ​ສອງ​ຝ່າຍ​ຂອງ​ບັນຫາ​ຂັດ​ແຍ້​ງ ໃນ​ການລ່ວງ​ລະ​ເມີດຕ່າງໆ ​ໂດ​ຍສະ​ເພາະ ການບໍ່​ສາມາດ​ໃຫ້ການ​ປົກ​ປ້ອງ​ພົນລະ​ເຮືອນ​. ການ​ດຳ​ເນີນ​ຄວາມ​ພະຍາຍາມ​ພາຍ​ໃຕ້​ການ​ນຳ​ພາ​ຂອງອົງການ​ສະຫະ​ປະຊາ​ຊາດ ໄດ້​ປະສົບ​ກັບ​ຄວາມ ​ລົ້ມ​ແຫຼວ​ທີ່​ຈະ​ເຮັດ​ໃຫ້ການຕໍ່ສູ້​ກັນ​ນີ້ຍຸຕິ​ລົງ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ​

XS
SM
MD
LG