ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຮືອບັນທຸກ ອົບພະຍົບ ທີ່ພວກ​ລູກ​ເຮືອ ​ຫລົບ​ໜີ ​ໄປເຖິງ ອີຕາລີແລ້ວ


Mediterranean Countries Flooded by Desperate Migrants
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ລາຍງານ ໂດຍຜູ້ສື່ຂ່າວວີໂອເອ Zlatica Hoke.

ເຮືອ​ບັນທຸກລຳ​ໜຶ່ງ​ ທີ່​ພົບ​ເຫັນ​ວ່າ ລ່ອງ​ລອຍ​ຢູ່​ທະ​ເລ Adriatic
ທີ່​ມີອົບພະຍົບຢ່າງ​ນ້ອຍ 600 ຄົນ​ຢູ່​ໃນ​ເຮືອນັ້ນ ໄດ້​ຖືກ​ນຳ​ເຂົ້າ
ໄປຈອດຢູ່ທ່າ​ເຮືອແຫ່ງນຶ່ງ ຂອງ​ອີຕາ​ລີ​ແລ້ວ.

ເຮືອ​ບັນທຸກ​ທີ່​ຕິດ​ທຸງ​ຂອງ​ປະ​ເທດ​ໂມລ​ໂດ​ວາລຳ​ດັ່ງກ່າວ ​ໄປ​
ເຖິງທ່າ​ເຮືອ​ ​Gallipoli ​ຢູ່ໃນພາກໃຕ້ຂອງປະເທດ ໃນ​ຕອນ​ເຊົ້າ
ວັນ​ພຸດ​ມື້​ນີ້. ​ພວກຄົນທີ່ຢູ່ໃນເຮືອ​ລຳ​ດັ່ງກ່າວ ​ໄດ້​ພົບ​ກັບ​ບັນດາ​
ພະນັກງານກາ​ແດງ ຂອງອີ​ຕາ​ລີ ​ແລະພະນັກງານສຸກ​ເສີນ
​ອື່ນໆ​ອີກ. ມາ​ເຖິງ​ຕອນ​ນີ້ ຍັງ​ບໍ່​ມີ​ຂໍ້​ມູນວ່າ ພວກອົບພະຍົບ
ເຫຼົ່ານີ້ ​ແມ່ນ​ເປັນຄົນ​ສັນ​ຊາດ​ໃດ ຫຼື ຢູ່​ໃນ​ສະພາບ​ໃດ.

ທະຫານ​ເຮືອ​ອີ​ຕາ​ລີໄດ້​ເຂົ້າຄວບ​ຄຸມ ​ເຮືອ​ລຳ​ດັ່ງກ່າວ ​ໃນ​ວັນ​ອັງຄານ​ວານ​ນີ້ ຫຼັງຈາກ​
ຄົ້ນພົບວ່າ ພວກ​ລູກ​ເຮືອ​ໄດ້​ໜີຈາກ​ເຮືອ​ໄປ​ແລ້ວ ​ແລະ ໄດ້​ຕັ້ງໃຫ້​ຈັກ​ເຮືອແລ່ນ​ໄປ​ຕຳ​
ໃສ່​ແຄມ​ຝັ່ງ.

​ເຮືອ​ລຳດັ່ງກ່າວ ​ໄດ້​ພົບ​ເຫັນເທື່ອ​ທຳ​ອິດ ​ເມື່ອ​ຕອນ​ເຊົ້າຂອງ​ມື້​ດຽວ​ກັນ ​ໃກ້ໆ​ກັບ​ເກາະ
Corfu ຂອງ​ກຣິສ ຫຼັງຈາກ​ຜູ້​ໃດ​ຜູ້​ໜຶ່ງຢູ່​ໃນ​ເຮືອ ​ໄດ້ສົ່ງ​ສັນຍານ ຮ້ອງຂໍ​ຄວາມ​ຊ່ວຍ​ເຫຼືອ
ອອກ​ໄປ.

ບັນດາ​ເຈົ້າໜ້າ​ທີ່​ກຣິສ ​ໄດ້​ຂຶ້ນ​ໄປເທິງເຮືອລຳ​ດັ່ງກ່າວ ​ແລ້ວ​ພົບ​ເຫັນ​ວ່າ ບໍ່​ມີ​ຫຍັງຜິດ
ປົກກະຕິ ​ແລະ​ໄດ້ປ່ອຍໃຫ້ເຮືອ​ລຳນີ້ ແລ່ນໄປ​ຕາມເສັ້ນ​ທາງ ຂອງ​ມັນ.

ພວກອົບພະຍົບຫຼາຍພັນ​ຄົນ ຊຶ່ງສ່ວນ​ໃຫຍ່​ ແມ່ນມາ​ຈາກ​ອາ​ຟຣິກາ​ເໜືອ ​ໄດ້​ເສຍ​ຊີວິດ​
ໃນ​ຄວາມ​ພະຍາຍາມ ທີ່​ຈະ​ຂ້າມ​ທະ​ເລ​ໄປ​ຍັງ​ຢູ​ໂຣບ ​ໃນ​ແຕ່ລະ​ປີ ​ເພື່ອ​ຫລົບໜີ​ສົງຄາມ
​ແລະ ​ຄວາມທຸກ​ຍາກ ​ຢູ່​ໃນບ້ານເກີດຂອງຕົນ.

ຈຳນວນນຶ່ງ ໄດ້ພາກັນ​ໃຊ້​ເຮືອ​ ທີ່​ບໍ່ແຂງແຮງ​ເປັນ​ອັນຕະລາຍຫຼາຍ ​ໃນ​ການເດີນທາງ
ຂະນະ​ທີ່ອີກ​ສ່ວນ​ໜຶ່ງ ວ່າຈ້າງ​ພວກ​ລັກລອບ​ເອົາ​ຄົນຂ້າມ​ຟາກ ​ທີ່​ສ່ວນ​ໃຫຍ່​ແລ້ວ​ ມັກຈະ
ຫລົບໜີໄປຈາກເຮືອ​ຂອງ​ຕົນ ແລະ ປະ​ຜູ້​ໂດຍສານ​ໄວ້​ຢູ່​ກາງ​ທະ​ເລ.

ITALY MIGRANT SHIP VIDEO
please wait

No media source currently available

0:00 0:01:24 0:00

XS
SM
MD
LG