Rumors ແມ່ນການລາຍງານທີ່ບໍ່ໄດ້ຮັບການຢືນຢັນ ແລະເປັນຂໍ້ມູນທີ່ຖືກ ຖ່າຍທອດຈາກຄົນນຶ່ງໄປຫາອີກຄົນນຶ່ງ, ເຊິ່ງສາມາດເປັນທັງເລື້ອງຈິງ ຫຼື ບໍ່ແມ່ນເລື້ອງຈິງ
To be vigilant ແມ່ນການຕິດຕາມຢ່າງລະມັດລະວັງສໍາລັບສັນຍານ ອັນຕະລາຍ
To shun ແມ່ນການບໍ່ໃຫ້ຄວາມສົນໃຈ, ຫຼີກລ້ຽງ ຫຼື ປະຕິເສດຕໍ່ບຸກຄົນ, ສະຖານທີ່ ຫຼື ແມ່ນແຕ່ກິດຈະກໍາຕ່າງໆ
ໃນຕົວຢ່າງນີ້ business incubator ແມ່ນອົງການຈັດຕັ້ງທີ່ຊ່ວຍໃຫ້ບໍລິສັດໃໝ່ ເຕີບໃຫຍ່ຂະຫຍາຍໂຕ ແລະພັດທະນາຂຶ້ນ
To infiltrate ແມ່ນການເຂົ້າຫາ ຫຼື ເຂົ້າຮ່ວມກຸ່ມ, ອົງການຈັດຕັ້ງໃດນຶ່ງແບບລັບໆ ເພື່ອໃຫ້ໄດ້ຮັບຂໍ້ມູນ ຫຼື ເຮັດໃຫ້ເກີດຄວາມເສຍຫາຍ
ປັດຈຸບັນນີ້, ຄໍາວ່າ Draconian ອະທິບາຍກ່ຽວກັບບາງສິ່ງທີ່ໂຫດຮ້າຍ ແລະຮຸນແຮງ
Hazardous ອະທິບາຍກ່ຽວກັບບາງຢ່າງທີ່ກ່ຽວຂ້ອງກັບຄວາມສ່ຽງ ຫຼື ອັນຕະລາຍ, ໂດຍສະເພາະຕໍ່ສຸຂະພາບ ຫຼື ຄວາມປອດໄພຂອງຄົນຜູ້ໃດຜູ້ນຶ່ງ
A forfeit ສາມາດເປັນການລົງໂທດຫຼືແລກປ່ຽນ ສໍາລັບສິ່ງອື່ນໆ
ໃນຕົວຢ່າງນີ້, ບຸກຄົນຈໍານວນນຶ່ງທີ່ເປັນບຸກຄົນນິລະນາມ, ບຸກຄົນເຫຼົ່ານັ້ນ ແມ່ນບຸກຄົນທີ່ບໍ່ໄດ້ຮັບການລະບຸຊື່
ການເວົ້າວ່າ ຄັ້ງທີສາມ ມັກຈະດີ ຫຼື ປະສົບຜົນສຳເລັດສະເໜີ ໝາຍເຖິງຄົນຜູ້ນຶ່ງ ໃນທີ່ສຸດກໍປະສົບຜົນສຳເລັດ ໃນຄວາມພະຍາຍາມຄັ້ງທີສາມຂອງພວກເຂົາ. ພວກເຮົາໃຊ້ສຳນວນນີ້ ເພື່ອໃຫ້ກຳລັງໃຈໃຜຄົນນຶ່ງ ຜູ້ທີ່ຫຼົ້ມແຫຼວ ໃນການເຮັດສິ່ງ ໃດສິ່ງນຶ່ງ ມາສອງສາມເທື່ອແລ້ວ.
Culpable ຍັງຫມາຍຄວາມວ່າ ມີຄວາມຜິດໃນການກະທໍາບາງຢ່າງທີ່ຜິດພາດ ຫຼື ບໍ່ຖືກຕ້ອງ
ໃນສະຖານະການທາງສັງຄົມ, stereotypes ແມ່ນຄວາມເຊື່ອກ່ຽວກັບຜູ້ຄົນ ໂດຍອີງໃສ່ພຽງແຕ່ຄຸນນະພາບອັນນຶ່ງອັນດຽວ
ການໃຫ້ອະໄພ ແລະ ລືມມັນໄປ ໝາຍເຖິງການຢຸດໃຈຮ້າຍໃຫ້ໃຜຄົນນຶ່ງ ສຳລັບສິ່ງທີ່ຄົນ ຜູ້ນັ້ນໄດ້ເຮັດ. ສຳນວນນີ້ ເຕືອນຄົນເຮົາໃຫ້ປ່ອຍແນວຄວາມຄິດທີ່ບໍ່ດີໄປ ແລະ ສຸມໃສ່ສິ່ງທີ່ດີກວ່າ.
ໃນຕົວຢ່າງນີ້ Dramatic ອະທິບາຍເຖິງການປ່ຽນແປງຢ່າງຮຸນແຮງ ຫຼື ເກີດຂຶ້ນໃນທັນທີທັນໃດ
A remittance ແມ່ນເງິນທີ່ຖືກສົ່ງໄປ, ໂດຍປົກກະຕິ ແມ່ນຖືກສົ່ງທາງໄປສະນີ, ໃນລັກສະນະຂອງການຈ່າຍເປັນເງິນ ຫຼື ຈ່າຍເປັນຂອງຂວັນ
ຖ້າສິ່ງໃດສິ່ງນຶ່ງຢູ່ປາຍນິ້ວມືຂອງເຈົ້າ, ມັນກໍສາມາດຢິບ ແລະ ໃຊ້ງານໄດ້ງ່າຍດາຍ ຄືກັບວ່າມັນຢູ່ໃນມືຂອງພວກເຮົາເອງ. ໂດຍທົ່ວໄປແລ້ວ ພວກເຮົາມັກຈະໃຊ້ສຳນວນນີ້ ເມື່ອເວົ້າເຖິງຂໍ້ມູນ ຫຼື ຊັບພະຍາກອນຕ່າງໆ
A dire ເປັນສັນຍານຂອງການເຕືອນເຖິງສິ່ງບໍ່ດີໃນອະນາຄົດ ທີ່ສາມາດເຮັດໃຫ້ເກີດຄວາມກັງວົນ ຫຼືຄວາມຢ້ານກົວຢ່າງຫຼວງຫຼາຍ
Harassment ແມ່ນພຶດຕິກໍາການຂົ່ມຂູ່ຊໍ້າແລ້ວຊໍ້າອີກ ທີ່ບໍ່ໜ້າຍິນດີ
A corona ແມ່ນແສງທີ່ແຈ້ງສະຫວ່າງ, ເປັນຄວາມຮ້ອນທີ່ແຜ່ອອກມາຈາກພື້ນຜິວຂອງດວງຕາເວັນ ຫຼື ດວງດາວອື່ນໆ
ໃນຕົວຢ່າງນີ້ 'precious' ອະທິບາຍເຖິງບາງສິ່ງທີ່ມີຄ່າຍິ່ງໃຫຍ່ ແລະມີຄວາມສໍາຄັນຫຼາຍ
ໂຫລດຕື່ມອີກ