ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໖ ຕຸລາ ໒໐໒໔

ພາສາອັງກິດ ຄໍາສັບໃນຂ່າວ Hazardous ແປວ່າ ຄວາມສ່ຽງ ຫຼື ຄວາມອັນຕະລາຍ


Hazardous ແມ່ນຄໍາຄຸນນາມ ອະທິບາຍກ່ຽວກັບບາງຢ່າງທີ່ກ່ຽວຂ້ອງກັບຄວາມສ່ຽງ ຫຼື ອັນຕະລາຍ, ໂດຍສະເພາະຕໍ່ສຸຂະພາບ ຫຼື ຄວາມປອດໄພຂອງຄົນຜູ້ໃດຜູ້ນຶ່ງ.

Welcome to the Voice of America’s News Words.

ຍິນດີຕ້ອນຮັບທຸກໆທ່ານເຂົ້າສູ່ບົດຮຽນພາສາອັງກິດ ຄໍາສັບໃນຂ່າວ ຂອງລາຍການວິທະຍຸກະຈາຍສຽງ VOA.

In Karachi, Pakistan, workers clean the streets to find gold.

ໃນນະຄອນກາຣາຈີຂອງ ປາ​ກິ​ສ​ຖານ, ບັນດາຄົນ​ງານ ໄດ້ພາກັນ​ທໍາ​ຄວາມ​ສະ​ອາດ​ຖະ​ຫນົນ​ຫົນ​ທາງ​ເພື່ອ​ຊອກ​ຫາ​ຄໍາ.

HAZARDOUS: HAZARDOUS

The workers say small pieces of gold fall from the hands and clothes of jewelers onto the streets.

ພວກ​ຄົນ​ງານກ່າວ​ວ່າ ເສດຊິ້ນສ່ວນ​ນ້ອຍໆຂອງຄໍາ ​ໄດ້ຕົກ​ຈາກ​ມື ​ແລະ​ເຄື່ອງ​ນຸ່ງ​ຂອງ​ຊ່າງ​ເຄື່ອງປະດັບທັງຫຼາຍ ລົງ​ຢູ່​ຕາມ​ຖະໜົນ.

The gold that is mixed with the street dirt is removed.

ຄໍາທີ່ປະສົມກັບຝຸ່ນຢູ່ຕາມຖະຫນົນ ໄດ້ຖືກຍ້າຍອອກໄປ.

The heat and chemicals used in the process are hazardous, but workers say the pay is worth it.

ຄວາມຮ້ອນ ແລະສານເຄມີທີ່ໃຊ້ເຂົ້າໃນຂັ້ນຕ້ອນດັ່ງກ່າວມານັ້ນ ເປັນອັນ ຕະລາຍຫຼາຍ, ແຕ່ພວກຄົນງານເຫຼົ່ານັ້ນກ່າວວ່າ ຄ່າຕອບແທນແມ່ນ ຄຸ້ມຄ່າຫຼາຍ.

Hazardous describes something that involves risk or danger, especially to one’s health or safety.

Hazardous ອະທິບາຍກ່ຽວກັບບາງຢ່າງທີ່ກ່ຽວຂ້ອງກັບຄວາມສ່ຽງ ຫຼື ອັນຕະລາຍ, ໂດຍສະເພາະຕໍ່ສຸຂະພາບ ຫຼື ຄວາມປອດໄພຂອງຄົນຜູ້ໃດຜູ້ນຶ່ງ.

Things that are hazardous must be dealt with carefully.

ສິ່ງຕ່າງໆທີ່ເປັນອັນຕະລາຍ ຈໍາເປັນຕ້ອງໄດ້ຮັບການເບິ່ງ​ແຍງ ດ້ວຍຄວາມລະມັດລະວັງທີ່ສຸດ.

Go to our website for more News Words. LearningEnglish.VOANews.com

​ກະ​ລຸ​ນາ​ເຂົ້າໄປຮຽນເພີ້ມເຕີມກ່ຽວກັບຄໍາສັບໃນຂ່າວໄດ້ ໃນເວັບໄຊທ໌ຂອງ ພວກເຮົາທີ່ LearningEnglish.VOANews.com

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG