ທ່ານ ນາມ ວີຍະເກດ ລັດຖະມົນຕີວ່າການກະຊວງອຸດສາ ຫະກໍາແລະການຄ້າ ໄດ້ຖະແຫລງຢືນຢັນວ່າການເຈລະຈາ ຄັ້ງທີ່ 6 ຮ່ວມກັບຄະນະຜູ້ຕ່າງໜ້າຖາວອນນາໆຊາດປະຈໍາ ອົງການການຄ້າໂລກຢູ່ທີ່ນະຄອນເຈນີວາ ປະເທດສວີສເຊີ ແລນດ໌ ເມື່ອທ້າຍເດືອນກັນຍາທີ່ຜ່ານມານີ້ ໄດ້ຮັບຜົນທີ່ຄືບໜ້າເປັນຢ່າງດີໃນຫລາຍດ້ານ ໂດຍສະເພາະແມ່ນການພັດ ທະນາລະບົບກົດໝາຍການຄ້າແລະພາສີໃນລາວນັ້ນຖືເປັນ ພາກສ່ວນສໍາຄັນທີ່ ຄະນະຜູ້ແທນຂອງລັດຖະບານລາວ ສາມາດເສີມສ້າງຄວາມເຂົ້າໃຈແລະເຮັດໃຫ້ບັນດາປະເທດ ສະມາຊິກໃນອົງການການຄ້າໂລກໃຫ້ການຍອມຮັບຫລາຍຂຶ້ນນັບມື້. ໂດຍກໍລະນີທີ່ຖືວ່າໄດ້ມີການພັດທະນາດີຂຶ້ນຢ່າງຊັດເຈນໃນໄລຍະກວ່າ 1 ປີທີ ຜ່ານມາ ຫລືນັບຈາກການເຈລະຈາຄັ້ງທີ່ 5 ເມື່ອປີຜ່ານມາ ເຖິງການເຈລະຈາຄັ້ງທີ່ 6 ນີ້ ກໍຄືການທີ່ສະພາແຫ່ງຊາດລາວໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການລົງທຶນສະບັບດັດແກ້ ໃໝ່ ການອອກດໍາລັດວ່າດ້ວຍການແຈ້ງລາຍງານສິນຄ້າທີ່ເກືອດຫ້າມ ທີ່ຈະຕ້ອງຂໍອະນຸຍາດ ນໍາເຂົ້າ ຫລືສົ່ງອອກ ການຮັບຮອງກົດໝາຍວ່າດ້ວຍການຫາປາ ການກະກຽມທີ່ຈະອອກດໍາ ລັດແລະລະບຽບການ ເພື່ອເລີ່ມຕົ້ນນໍາໃຊ້ມູນຄ່າແຈ້ງພາສີ ພາຍໃຕ້ສັນຍາອົງການການຄ້າ ໂລກ ແລະການຮັບຮອງເອົາກົດບັດຂອງກອງທຶນການເງິນສາກົນ ຫລື IMF ກ່ຽວກັບການ ຄຸ້ມຄອງເງິນຕາຕ່າງປະເທດ ເປັນຕົ້ນ.
ຄະນະຜູ້ແທນລາວ ທີ່ໄປເຈລະຈາເລື້ອງການເຂົ້າເປັນ ສະມາຊິກຂອງອົງການການຄ້າໂລກ ຄັ້ງທີ 6 ທີ່ ປະເທດສະວິສເຊີແລນດ໌ ເມື່ອເດືອນກັນຍາ 2010.
ພ້ອມກັນນີ້ ດ້ວຍຄວາມຄືບໜ້າຈາກການເຈ ລະຈາໃນຄັ້ງລ່າສຸດນີ້ ກໍຍັງເປັນຜົນເຮັດໃຫ້ ມີການລົງນາມຮັບຮອງເອົາຜົນການເຈລະຈາ ກ່ຽວກັບການເປີດຕະຫລາດການຄ້າສອງຝ່າຍ ລະຫວ່າງລາວກັບຈີນ ທີ່ຖືເປັນອົງປະກອບສໍາ ຄັນສ່ວນນຶ່ງ ທີ່ຈະຊ່ວຍຊຸກຍູ້ໃຫ້ລາວໄດ້ເຂົ້າ ໄປເປັນສະມາຊິກຂອງອົງການການຄ້າໂລກ ໃນໄລຍະຕໍ່ໄປອີກດ້ວຍ. ແຕ່ຢ່າງໃດກໍຕາມ ທ່ານນາມ ກໍຍອມຮັບວ່າ ຄວາມຄືບໜ້າດັ່ງ ກ່າວນີ້ ຍັງບໍ່ພຽງພໍທີ່ຈະເຮັດໃຫ້ລາວ ໄດ້ຮັບ ການຮັບຮອງຈາກນາໆຊາດ ໃນການເຂົ້າໄປ ເປັນສະມາຊິກຂອງອົງການການຄ້າໂລກ ເພາະວ່າທາງການລາວຍັງຈະຕ້ອງດໍາເນີນການພັດທະນາລະບົບກົດໝາຍ ແລະລະບຽບການ ທີ່ກ່ຽວກັບການຄ້າ ການລົງທຶນ ແລະລະບົບພາສີຕ່າງໆ ເພີ່ມຕື່ມຂຶ້ນອີກ ໂດຍແນໃສ່ການ ເຮັດໃຫ້ນານາຊາດໃຫ້ການຍອມຮັບຫລາຍຂຶ້ນອີກ ໃນການເຈລະຈາຄັ້ງທີ່ 7 ທີ່ຈະມີຂຶ້ນໃນ ກາງປີ 2011 ດັ່ງທີ່ທ່ານນາມ ໄດ້ຊີ້ແຈງວ່າ:
ທ່ານນາມ ວີຍະເກດ ລັດຖະມົນຕີ ອຸດສາຫະກໍາແລະການຄ້າ ຂອງ ສປປ ລາວ.
“ເພື່ອກະກຽມໃຫ້ກັບຮອບເຈລະຈາຕໍ່ໄປນັ້ນ ສໍາລັບ ຂະແໜງອຸດສາຫະກໍາ-ການຄ້ານີ້ ພວກເຮົາກໍໄດ້ສໍາ ເລັດກົດໝາຍວ່າດ້ວຍການປົກປ້ອງ ແລະນໍາໃຊ້ດໍາ ລັດກ່ຽວກັບໃບອະນຸຍາດນໍາເຂົ້າ ລະບຽບການແຈ້ງ ລາຍການສິນຄ້າຄຸ້ມຄອງ ແລະເກືອດຫ້າມການນໍາ ເຂົ້າແລະສົ່ງອອກ ດໍາລັດວ່າດ້ວຍແຫລ່ງກໍາເນີດ ຂອງສິນຄ້າ ແລະດໍາລັດວ່າດ້ວຍສູນແຈ້ງແລະຈຸດ ສອບຖາມຂໍ້ມູນທີ່ຕິດພັນກັບການຄ້າ ແລະພວກເຮົາ ຍັງຈະສືບຕໍ່ຮ່າງດໍາລັດວ່າດ້ວຍລະບຽບການຄຸ້ມຄອງ ການນໍາເຂົ້າແລະສົ່ງອອກ.”
ໃນປັດຈຸບັນນີ້ ມີ 2 ປະເທດແລ້ວ ທີ່ໄດ້ລົງນາມຮ່ວມກັບລາວເພື່ອຮັບຮອງຜົນການເຈລະຈາ ກ່ຽວກັບການເປີດຕະຫລາດລະຫວ່າງສອງຝ່າຍ ພາຍໃຕ້ຂອບເຂດການຄ້າຂອງອົງການການຄ້າໂລກ ກໍຄືຈີນແລະຍີ່ປຸ່ນ ຊຶ່ງກໍໝາຍຄວາມວ່າຍັງມີອີກຫລາຍປະເທດ ທີ່ມີບົດບາດຢ່າງສໍາຄັນໃນອົງການການຄ້າໂລກ ທີ່ທາງການລາວຈະຕ້ອງໄດ້ທໍາການເຈລະຈານໍາ ເພື່ອໃຫ້ ປະເທດເຫລົ່ານັ້ນຍອມຮັບທີ່ຈະເປີດຕະຫລາດຮ່ວມກັບລາວໃຫ້ໄດ້ ເຊັ່ນ ສະຫະລັດອາເມຣິກາ ແຄນາດາ ອອສເຕຣເລຍ ເກົາຫລີໃຕ້ ໄຕ້ຫວັນ ແລະສະຫະພາບຢຸໂຣບ ເປັນຕົ້ນ.
ທາງການລາວໄດ້ຍື່ນຄໍາຮ້ອງເພື່ອສະແດງເຈດຕະນາ ຂໍເຂົ້າໄປເປັນປະເທດສະມາຊິກຂອງອົງການການຄ້າໂລກ ນັບເປັນລະຍະເວລາກວ່າ 12 ປີມາແລ້ວ ໂດຍຈາກການເຈລະຈາ ທັງ 6 ເທື່ອທີ່ຜ່ານມານີ້ ກໍປາກົດວ່າທາງການລາວໄດ້ຕອບບັນດາຂໍ້ສົງໃສຕ່າງໆ ຂອງປະເທດສະມາຊິກໃນອົງການການຄ້າໂລກໄປແລ້ວ ຈໍານວນຫລາຍກວ່າ 800 ຂໍ້ ແລະກໍຍັງ ຈະຕ້ອງມີການຕອບຂໍ້ສົງໃສໄປອີກ ຈົນບໍ່ສາມາດທີ່ຈະຮູ້ໄດ້ເລຍວ່າ ລາວຈະໄດ້ຮັບການຍອມຮັບໃຫ້ເປັນສະມາຊິກຂອງອົງການການຄ້າໂລກ ເມື່ອໃດແທ້.
ທັງນີ້ໂດຍເຊື່ອວ່າ ມີສາເຫດສໍາຄັນມາຈາກການທີ່ ນາໆຊາດຍັງຄົງບໍ່ໃຫ້ການຍອມຮັບລະ ບົບກົດໝາຍ ລະບົບການເງິນ-ທະນາຄານ ລະບົບການຄຸ້ມຄອງໃນພາກບໍລິການ ແລະລະ ບົບເສດຖະກິດມະຫະພາກໃນລາວ ທີ່ຍັງຄົງຕ້ອງເພິ່ງພາຕ່າງຊາດເປັນດ້ານຫລັກ ທັງໃນດ້ານສິນຄ້າ ເງິນລົງທຶນ ແລະງົບປະມານຂອງລັດຖະບານ ທີ່ຍັງຕ້ອງຂໍການຊ່ວຍເຫລືອລ້າຈາກຕ່າງປະເທດ ຢູ່ເລື້ອຍມານັ້ນເອງ.