ໄພອັນຕະລາຍຈາກ ກໍາມັນຕະພາບລັງສີນິວເຄລຍ (ເບິ່ງວີດີໂອ)

  • Caty Weaver

ປະຊາຊົນໃນເມືອງ Koriyama ທີ່ຢູ່ໃກ້ໂຮງງານຜະລິດໄຟຟ້ານີວ ເຄລຍ Fukushima ທີ່ຖືກເສຍຫາຍນັ້ນ ໄດ້ຮັບການກວດເບິ່ງລະດັບ ກໍາມັນຕະພາບລັງສີ ທີ່ພວກເຂົາເຈົ້າໄດ້ຖືກເຜີຍແບໃສ່ ວ່າມີຫລາຍ ປານໃດ ເມື່ອວັນອັງຄານ ທີ 15 ມີນາ 2011.

ວິກິດການທີ່ໂຮງໄຟຟ້ານີວເຄລຍ Fukushima Dai-Ichi ທີ່ໄດ້ຖືກເສຍຫາຍ ຢູ່ໃນພາກ ເໜືອຂອງຍີ່ປຸ່ນນັ້ນ ໄດ້ເຮັດໃຫ້ຄວາມວິຕົກກ່ຽວກັບການສ່ຽງຕໍ່ໄພອັນຕະລາຍ ຈາກກໍາມັນ ຕະພາບລັງສີນິວເຄລຍ.ໃນວັນອັງຄານ ທີ 15 ມີນາ ຜ່ານມານີ້ ນັກຂ່າວວີໂອເອໄດ້ໂອ້ລົມ ກັບ ທ່ານ Jonathan Links ຜູ້ຊ່ຽວຊານດ້ານວິທະຍາສາດການໃຊ້ກໍາມັນຕະພາບລັງສີ ຢູ່ໃນຂະແໜງການແພດ ແລະເປັນອາຈານສອນທີ່ສະຖາບັນສາທາລະນະສຸກ Bloomberg ຂອງມະຫາວິທະຍາໄລ Johns Hopkins ທີ່ລັດ Maryland ແລະມີລາຍລະອຽດມາສະ ເໜີທ່ານ ດັ່ງຕໍ່ໄປນີ້.

ທ່ານສາດສະດາຈານ Links​ ໄດ້​ໃຫ້​ຄໍາ​ເຫັນ​ວ່າ ມີ​ແຕ່ພວກ​
ທີ່​ເຮັດ​ວຽກຢູ່​ໃນ​ໂຮງງານ​ນີວ​ເຄລຍ​ເທົ່ານັ້ນ ທີ່​ມີ​ຄວາມ​ສ່ຽງ
ຕໍ່ການໄດ້​ຮັບ​ໄພ​ອັນຕະລາຍຈາກທາດກໍາມັນ​ຕະພາບ​ລັງສີ
ທີ່​ມີ​ຄວາມ​ຮ້າຍ​ແຮງໃນ​ລະດັບ​ສູງ.

ທ່ານ Jonathan Links ກ່າວ​ວ່າ: ແນ່​ນ່ອນ ພວກ​
ເຮົາ​ບໍ່ຮູ້​ໄດ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຮັບກໍາມັນ​ຕະພາບ​ລັງ
ສີ ​ໃນ​ຂະໜາດຮ້າຍ​ແຮງ​ປານ​ໃດ ​ແຕ່​ພວກ​ທີ່ຕົກ​ຢູ່
ໃນ​ສະພາບສ່ຽງ​ຕໍ່ການ​ໄດ້​ຮັບ​ຜົນ​ກະທົບ​ຈາກທາດກໍາມັນ​ຕະພາບ​ລັງສີທີ່​ຮ້າຍ
ແຮງ​ຫລາຍ​ທີ່​ສຸດ ​ກໍ​ມີ​ແຕ່​ພວກທີ່​ເຮັດ​ວຽກ​ຢູ່​ໂຮງ​ໄຟຟ້າ​ນີວ​ເຄລຍ​ເທົ່າ​ນັ້ນ.”

ສຳລັບ​ຄົນ​ອື່ນໆນັ້ນ ທ່ານ​ເວົ້າວ່າ ອາດ​ຈະ​ມີ​ບັນຫາ​ທີ່ໜ້າ​ເປັນ​ຫ່ວງ​ ໃນ​ໄລຍະ​ຍາວ. ຄື​ພວກທີ່​ຖືກເຜີຍ​ແບ​ໃສ່​ ອາດຈະເປັນ​ໂຣກ​ມະ​ເຮັງ​ໄດ້ ​ຈາກ​ການ​ຖືກຝຸ່ນ​ລະອອງ​ຂອງກໍາມັນ​ຕະພາບ​ລັງສີຂະໜາດຕໍ່າ, ປະ​ເພດ​ທີ່​ຖືກ​ປ່ອຍ​ອອກ​ມາ​ຈາກ​ອຸບັດ​ຕິ​ເຫດນີວ​ເຄລຍນັ້ນ.


ສາດສະດາຈານ Links ໃຫ້​ຄໍາ​ເຫັນ​ເພີ້ມອີກ​ວ່າ ພວກ​ນັກ​ວິທະຍາ​ສາດ​ສາມາດ​ໃຊ້​ຄອມ​ພີ​ວ​
ເຕີ ​ເພື່ອກວດເບິ່ງ​ບ່ອນ​ທີ່ວັດຖຸ​ກໍາມັນ​ຕະພາບ​ລັງສີ​ໄດ້​ປີວ​ໄປ​ຕົກ​ໃສ່​ ແລະ​ຕິດ​ຢູ່​ນັ້ນ ໄດ້​ໂດຍ
ໄວ. ​ແລະ​ຈາກ​ນັ້ນ ພວກ​ເຂົາ​ເຈົ້າກໍ​ຈະວັດ​ແທກເບິ່ງວ່າ ​ບ່ອນ​ທີ່​ໄດ້​ຖືກແປດ​ເປື້ອນ​ໄປ​ດ້ວຍ
ກໍາ​ມັນ​ຕະພາບ​ລັງສີນັ້ນ ມີເນື້ອທີ່​ກວ້າງ​ຫລາຍ​ປານ​ໃດ. ຖ້າ​ຫາກ​ສະພາບ​ການ​ມັນ​ຮ້າຍ​ແຮງ​
ອີ່ຫລີ ພວກ​ເຈົ້າໜ້າທີ່​ກໍ​ຈະ​ໃຊ້​ມາດ​ຕະການ​ຕໍ່​ໄປ ​ເຊັ່ນ​ວ່າ​ບອກປະຊາຊົນ​ ​ບໍ່​ໃຫ້​ກິນ​ອາຫານ​
ທີ່​ປູກ​ຢູ່​ໃນ​ທ້ອງ​ຖິ່ນ​ນັ້ນ ຫລື ບໍ່​ໃຫ້​ດື່ມ​ນໍ້າ​ຈາກ​ເຂດນັ້ນ.

ທ່ານ Links ຊີ້​ແຈງວ່າ “​ແຕ່​ນັ້ນຈະ​ເປັນ ໃນກໍລະນີ​ທີ່​ວ່າ ຖ້າຫາກມີ​ການ​ປ່ອຍ​ທາ​ດ
ກໍາມັນ​ຕະພາບ​ລັງສີຢ່າງ​ຫລວງຫລາຍ ​ແລະ​ຖ້າ​ຫາກ​ມັນ​ປາກົດ​ໃຫ້​ເຫັນ​ວ່າ ຝຸ່ນລະ
ອອງ​ຂອງກໍາມັນ​ຕະພາບ​ລັງສີ​ໄດ້ປີວ​ໄປ​ຕົກໃສ່​ເນື້ອທີ່ເຂດ​ນັ້ນ ຍ້ອນ​ທິດ​ທາງ​ຂອງ​
ລົມ ແລ້ວກໍ​ຕົກ​ຈາກອາກາດ ລົງ​ໄປປົນ​ຢູ່​ນຳໍານໍ້າ ຫລື​ຢູ່​ເທິງ​ໜ້ານໍ້າ, ກົກ​ໄມ້,
ໝາກ​ໄມ້ ​ແລະ​ຜັກ ​ເປັນ​ຕົ້ນ.”

ພາບຊາກເຕົາແຍກໜ່ວຍທີ 4 ທີ່ລະເບີດຢູ່ ໂຮງງານໄຟຟ້ານິວເຄລຍ Chernobyl, ຖ່າຍເມື່ອ ວັນທີ 24 ກຸມພາ 2011. REUTERS/Gleb Garanich

ເຕົາ​ແຍກ​ປາລະ​ມະນູທີ່ໂຮງໄຟ​ຟ້າ​ນີວ​ເຄລຍ
Fukushima ​ແມ່ນ​ຕັ້ງຢູ່​ແຄມຝັ່ງ​ມະຫາ​ສະ
ມຸດ​ປາຊີ​ຟິກ. ແຕ່​ ​ສາດສະດາຈານ Links
ເວົ້າວ່າ ​ຜູ້​ຄົນ​ບໍ່ຄວນ​ວິຕົກ​ກັງວົນ​ ກ່ຽວ​ກັບ
ວັດຖຸທາດກໍາມັນ​ຕະພາບ​ລັງສີ ທີ່​ອາດຈະ​ຮົ່ວ
ໄຫລ​ໄປ​ໃສ່​ມະຫາ​ສະມຸດນັ້ນ.

ທ່ານ​ Jonathan Links ອະທິບາຍ​ວ່າ
“ແມ່ນແຕ່​ໃນ​ກໍ​ລະ​ນີທີ່ເກີດອຸບັດ​ຕິ​ເຫດ
ຮ້າຍ​ແຮງ​ທີ່​ສຸດນັ້ນ ນໍ້າ​ທະ​ເລ​ກໍ​ສາມາດ
ເຮັດ​ໃຫ້​ທາດກໍາມະ​ພາບລັງສີຈາງ​ໄປ​ໄດ້
ຫລາຍ​. ສະນັ້ນ ລະດັບຂອງກໍາ
ມັນ​ຕະ
ພາບ​ລັງສີ​ທີ່ເກາະກຸ່ມ​ກັນ​ ຢູ່​ໃນ​ນໍ້າ​ທະ​ເລ​ ນັ້ນ ກໍ​ຈະ​ຍັງຕໍ່າຫລາຍຢູ່.”

ປະ​ເທດ​ຍີ່ປຸ່ນ​ເປັນ​ປະ​ເທດ​ດຽວເທົ່ານັ້ນ ທີ່​ຖືກ​ລະ​ເບີດ​ປະລາ​ມະນູຖິ້ມ​ໃສ່. ສະນັ້ນ ທ່ານ​ສາດສະດາຈານ Links ​ເວົ້າວ່າ ຄວາມ​ຊົງ​ຈໍາ​ທີ່​ມີ​ມາ​ແຕ່​ສົງຄາມ​ໂລກ​ຄັ້ງທີ 2 ນັ້ນ ຈະ​ກໍ່ໃຫ້ເກີດ “ຄວາມ​ຮູ້ສຶກ​ອ່ອນ​ໄຫວ​ທາງ​ຈິດຕະສາດ” ຢ່າງແຮງ ຕໍ່ການ​ຖືກ​ເຜີຍ​ແບ​ໃສ່ ກຳ​ມັນຕະ​ພາບລັງສີ.

ເດັກຍິງອາຍຸ 9 ປີ ຢູ່ຢູເຄຣນຖືກ ຜ່າຕັດຢູ່ສະຖາບັນປິ່ນປົວໂຣກມະ ເຮັງຕ່ອມໄທຣອຍທີ່ນະຄອນຫລວງ ກຽບຍ້ອນໄດ້ຮັບຜົນກະທົບຈາກ ທາດກໍາມະພາບລັງສີທີ່ສືບທອດ ມາຈາກແມ່ຂອງນາງ (File Photo)

ເດືອນໜ້າຍີ້ກໍ​ຈະ​ຮອດ​ວັນ​ຄົບຮອບ​ 25 ປີແຫ່ງ​ການລະ​ເບີດ​ແລະໄຟ​ໄໝ້ ທີ່​ໄດ້​ທຳລາຍເຕົາ​ແຍກ​ປາລະ​ມະນູແຫ່ງ​ນື່ງ ​ທີ່ໂຮງ​ໄຟ​ຟ້າ​ນີວ​ເຄລຍ Chernobyl ຢູ່ ຢູ​ເຄຣນ. ເຫດ ການ​ດັ່ງກ່າວທີ່​ເກີດ​ຂຶ້ນ​ໃນປີ 1986 ນັ້ນ​ແມ່ນ​ເປັນ​ອຸບັດ​ຕິ​ເຫດ​ທີ່​ຮ້າຍ​ແຮງ​ທີ່​ສຸດ ຢູ່​ໃນ​ອຸດ​ສາຫະ​ກໍາ​ພະລັງງານ​ນີວ​ເຄລຍຂອງ​ໂລກ.

ລາຍ​ງານ​ໃໝ່ສະບັບນຶ່ງຂອງ​ອົງການ​ສະຫະ​ປະຊາ​ຊາດແຈ້ງ​ໃຫ້​ຊາບວ່າ ​ໄດ້ມີ​ການກວດ​ພົບເຫັນກໍລະນີຄົນເປັນ​ໂຣກມະ​ເຮັງ​ຕ່ອມ​ໄທ​ຣອຍ ຫລາຍ​ກວ່າ 6 ພັນ​ຄົນ. ພວກ​ຄົນ​ເຫລົ່ານີ້ ​ແມ່ນ​ເປັນ​ພວກທີ່​ຍັງ​ເປັນ​ເດັກ​ເລັກ​ເດັກນ້ອຍ​ຢູ່ ໃນ​ເວລາ​ນັ້ນ ຢູ່ໃນ​ເຂດ​ທີ່​ໄດ້​ຮັບ ຜົນ​ກະທົບ​ຈາກ​ທາດ​ກຳມະ​ພາບ​ລັງສີ ຢູ່​ໃນ ​ປະ​ເທດ ​ເບ​ລາຣຸສ, ຣັດ​ເຊຍ ​ແລະຢູ​ເຄຣນ. ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ​ມາ​ຮອດປີ 2005 ​ນັ້ນ ພວກ​ຄົນ​ທີ່​ເປັນໂຣກມະ​ເຮັງດັ່ງ​ກ່າ​ວ ​ໄດ້​ເສຍ​ຊີວິດ​ໄປ 15 ຄົນ.

ຮູບກຣາຟິກນີ້ສະແດງໃຫ້ເຫັນວ່າ ກໍາມັນຕະພາບ ລັງສີນິວເຄລຍ ຈາກຍີ່ປຸ່ນ ສາມາດປິວຂ້າມມະຫາ ສະມຸດປາຊີຟິກ ໄປຮອດສະຫະລັດໄດ້ ແຕ່ຈະເປັນ ອັນຕະລາຍຕໍ່ສຸຂະພາບໜ້ອຍຫລາຍ ເພາະມີລະດັບ ທີ່ຕໍ່າແລະຈາງລົງຫລາຍ.

ການ​ເປັນໂຣກມະ​ເຮັງຂອງ​ຄົນ​ພວກ​ນັ້ນ ສ່ວນ​ໃຫຍ່​ແມ່ນມີ​ສາ ​ເຫດ​ມາ​ຈາກ​ການ​ດື່ມ​ນົມ ​ທີ່​ຖືກ​ແປດ​ເປື້ອນໄປ​ດ້ວຍ​ທາດກໍາ​ມັນ ​ຕະພາບ​ລັງສີ ຊຶ່ງບີບອອກມາ​ຈາກ​ງົວ​ທີ່​ກິນ​ຫຍ້າທີ່​ເກີດ​ຢູ່​ບ່ອນ​ທີ່​ວັດຖຸທາດກຳ​ມັນ​ຕະພາບ​ລັງສີ​ ຕົກ​ໃສ່.

ນີ້ຄື​ລາຍ​ງານຂ່າວສຸຂະ​ພາບ ຂອງ​ພະ​ແນ​ກວີ​ໂອ​ເອ​ ພາສາ ອັງກິດພິ​ເສດ ຫລື VOA Special English Health Report ທີ່ຂຽນ​ໂດຍ Caty Weaver. ທ່ານ​ສາມາດຊອກ​ອ່ານ​ ຂ່າວ​ຄືບໜ້າຫລ້າ​ສຸດ ກ່ຽວກັບ​ເລື້ອງນີ້​ໄດ້​ ທີ່​ເວັບ​ໄຊ໌ທ໌ voaspecialenglish.com.