ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນໃຊ້ເຮຣີຄອບເຕີ້ ແລະລົດດັບໄຟ ເຂົ້າຊ່ອຍ (ເບິ່ງວີດີໂອ)


ເຮືອບິນເຮຣີຄອບເຕີ້ທະຫານຂອງຍີ່ປຸ່ນ ສາດນໍ້າລົງໃສ່ ເຕົາແຍກນິວເຄລຍໜ່ວຍທີ 3 ແລະໜ່ວຍທີ 4 ຂອງ ໂຮງໄຟຟ້ານິວເຄລຍ Fukushima (17 ມີນາ 2011)
ເຮືອບິນເຮຣີຄອບເຕີ້ທະຫານຂອງຍີ່ປຸ່ນ ສາດນໍ້າລົງໃສ່ ເຕົາແຍກນິວເຄລຍໜ່ວຍທີ 3 ແລະໜ່ວຍທີ 4 ຂອງ ໂຮງໄຟຟ້ານິວເຄລຍ Fukushima (17 ມີນາ 2011)

ທະຫານແລະຕຳຫຼວດຍີ່ປຸ່ນໄດ້ຫັນໄປໃຊ້ການສາດນໍ້າລົງ
ມາຈາກເຮືອບິນເຮຣີຄອບເຕີ້ແລະລົດດັບໄຟໃນຄວາມພະ
ຍາຍາມຄັ້ງສຸດທ້າຍເພື່ອເຮັດໃຫ້ທ່ອນເຊື້ອໄຟທີ່ຮ້ອນຢ່າງ
ເປັນອັນຕະລາຍນັ້ນເຢັນລົງຢູ່ທີ່ໂຮງໄຟຟ້ານິວເຄລຍ Fu-
kushima ຂອງຍີ່ປຸ່ນທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນ
ດິນໄຫວນັ້ນ.

ເຈົ້າໜ້າທີ່ກ່າວໃນວັນພະຫັດມື້ນີ້ວ່າ ພວກເຂົາເຈົ້າຫວັງວ່າ
ໃນໄວໆນີ້ຕົນຈະສາມາດຕໍ່ໄຟຟ້າໄປຍັງໂຮງໄຟຟ້າດັ່ງກ່າວ
ຊຶ່ງພາໃຫ້ມີຄວາມຫວັງເພີ່ມຂຶ້ນໃນການນຳໃຊ້ເຄື່ອງປໍ້ານໍ້າ
ທີ່ມີປະສິດທິຜົນຫຼາຍຂຶ້ນ ເພື່ອນໍາເອົານໍ້າໄປແຊ່ທ່ອນເຊື້ອ
ໄຟ ທີ່ເຕົາແຍກ 6 ໜ່ວຍຂອງໂຮງໄຟຟ້າດັ່ງກ່າວ.

ແຕ່ກຳມັນຕະພາບລັງສີໃນລະດັບສູງຢູ່ທີ່ໂຮງໄຟຟ້າຊຶ່ງຕັ້ງປະມານ 240 ຫຼັກກິໂລແມັດ
ຫ່າງຈາກກຸງໂຕກຽວໄປທາງທິດເໜືອນັ້ນ ເຮັດໃຫ້ເປັນການຍາກຫຼາຍທີ່ພວກຄົນງານ
ຈະຢູ່ທີ່ນັ້ນໄດ້ດົນໄປກວ່າຫຼາຍນາທີໃນແຕ່ລະເທື່ອ ແລະການກວດເບິ່ງກຳມັນຕະພາບ
ລັງສີໃນຂັ້ນຕົ້ນແນະໃຫ້ເຫັນວ່າເຮືອບິນເຮຣີຄອບເຕີ້ ລຳທຳອິດທີ່ໄປສາດນໍ້າລົງໃສ່
ໂຮງໄຟຟ້ານັ້ນບໍ່ມີຜົນຫຍັງຫຼາຍ.

ເຮືອບິນເຮລີຄອບເຕີ້ຂົນເອົານໍ້າຈາກທະເລ ເພື່ອໄປ ຖີ້ມລົງໃສ່ເຕົາແຍກນິວເຄລຍທີ່ຖືກເສຍຫາຍ ຢູ່ໂຮງ ໄຟຟ້າ Fukushima Daiichi, ວັນທີ 17 ມີນາ 2011. REUTERS/Yomiuri
ເຮືອບິນເຮລີຄອບເຕີ້ຂົນເອົານໍ້າຈາກທະເລ ເພື່ອໄປ ຖີ້ມລົງໃສ່ເຕົາແຍກນິວເຄລຍທີ່ຖືກເສຍຫາຍ ຢູ່ໂຮງ ໄຟຟ້າ Fukushima Daiichi, ວັນທີ 17 ມີນາ 2011. REUTERS/Yomiuri
ສະຫະລັດແລະປະເທດອື່ນໆ
ໄດ້ແນະນຳໃຫ້ພົນລະເມືອງ
ຂອງຕົນ ຢູ່ຫ່າງຈາກໂຮງໄຟຟ້າ
ທີ່ມີບັນຫາດັ່ງກ່າວໃນລັດສະໝີ
ຢ່າງນ້ອຍ 80 ຫຼັກກິໂລແມັດ
ຊຶ່ງເປັນລັດສະໝີທີ່ໄກກວ່າເຂດ
ການຫ້າມຂອງຍີ່ປຸ່ນແລະລັດຖະ
ບານຂອງປະເທດຕ່າງໆໄດ້ອົບ
ພະຍົບຫຼືຍົກຍ້າຍພະນັກງານ
ສະຖານທູດຂອງຕົນອອກຈາກ ກຸງໂຕກຽວ.

ປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ໄດ້ໂທ
ລະສັບໄປໂອ້ລົມກັບນາຍົກລັດ
ຖະມົນຕີຍີ່ປຸ່ນທ່ານ Naoto
Kan ຢູ່ທີ່ກຸງໂຕກຽວ ໃນຕອນ
ເຊົ້າຂອງວັນພະຫັດມື້ນີ້ ເພື່ອສະ
ແດງຄວາມປະທັບໃຈ ໃນຄວາມ
ກ້າຫານຂອງປະຊາຊົນຊາວຍີ່ປຸ່ນ
ແລະສະເໜີໃຫ້ຄວາມຊ່ອຍເຫຼືອ
ຂອງສະຫະລັດໃໝ່ອີກ ທັງໃນ
ເລື້ອງທີ່ກ່ຽວກັບວິກິດການນິວ ເຄລຍນໍາດ້ວຍ.

ການໂທລະສັບໂອ້ລົມທີ່ວ່ານີ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກເຈົ້າໜ້າທີ່ດ້ານພະລັງງານນິວ
ເຄລຍ ທີ່ກຸງວໍຊິງຕັນກ່າວວ່າ ພວກເຂົາເຈົ້າເຊື່ອວ່າ ນໍ້າໃນອ່າງເກັບຄວາມເຢັນ ຂອງເຕົາ
ແຍກໜ່ວຍທີ 4 ຂອງໂຮງໄຟຟ້າໄດ້ບົກແຫ້ງໝົດແລ້ວໂດຍເຮັດໃຫ້ທ່ອນເຊື້ອໄຟສົ່ງກຳມັນ
ຕະພາບລັງສີອອກໃສ່ອາກາດ. ຖ້າທ່ອນເຊື້ອໄຟຫາກຮ້ອນພໍ ທ່ອນເຊື້ອໄຟເຫຼົ່ານີ້ສາມາດ
ເປື່ອຍ ຫຼືໃໝ້ອອກມາເຖິງຂ້າງນອກຂອງບ່ອນເກັບໄດ້ ໂດຍຈະປ່ອຍກຳມັນຕະພາບລັງສີ
ໃນລະດັບສູງອອກສູ່ອາກາດ.

XS
SM
MD
LG