ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີກໍາມັນຕະພາບລັງສີ ເຈືອປົນ ຢູ່ໃນອາຫານ ທີ່ຍີ່ປຸ່ນ


ຮູບຖ່າຍທາງອາກາດ ຂອງໂຮງໄຟຟ້ານິວເຄລຍ Fukushima Daiichi ທີ່ໄດ້ຮັບຄວາມເສັຍຫາຍ (18 ມີນາ 2011)
ຮູບຖ່າຍທາງອາກາດ ຂອງໂຮງໄຟຟ້ານິວເຄລຍ Fukushima Daiichi ທີ່ໄດ້ຮັບຄວາມເສັຍຫາຍ (18 ມີນາ 2011)

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນກ່າວໃນວັນເສົາ
ມື້ນີ້ວ່າລະດັບກຳມັນຕະພາບລັງສີທີ່ເພີ່ມຂຶ້ນໄດ້ພົບເຫັນ
ຢູ່ໃນນໍ້ານົມແລະຜັກຫົມໃກ້ໆໂຮງໄຟຟ້ານິວເຄລຍທີ່ໄດ້
ຮັບຄວາມເສຍຫາຍໃນແຂວງ Fukushima.

ທ່ານ Yukio Edano ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ
ວ່າ ເຖິງແມ່ນລະດັບກຳມັນຕະພາບລັງສີໄດ້ກາຍຂີດມາດ
ຕະຖານທີ່ລັດຖະບານກຳນົດໄວ້ກໍຈິງ ແຕ່ອາຫານທີ່ຖືກ
ກວດສອບນີ້ ບໍ່ໄດ້ເປັນໄພອັນຕະລາຍຕໍ່ສຸຂະພາບໃນທັນ
ທີ. ນີ້ແມ່ນເທື່ອທຳອິດທີ່ໄດ້ມີການພົບເຫັນກຳມັນຕະພາບ
ລັງສີຢູ່ໃນອາຫານ ນັບແຕ່ໄດ້ເກີດແຜ່ນດິນໄຫວແລະຟອງ
ຍັກສຸນາມິ ໃນວັນທີ 11 ມີນາຜ່ານມາຊຶ່ງໄດ້ກໍ່ໃຫ້ເກີດວິ ກິດການນິວເຄລຍນັ້ນ.

ຮູບກຣາຟິກນີ້ສະແດງໃຫ້ເຫັນວ່າ ກໍາມັນຕະພາບ ລັງສີນິວເຄລຍຈາກຍີ່ປຸ່ນ ສາມາດປິວໄປຮອດ ສະຫະລັດໄດ້ ແຕ່ຈະເປັນອັນຕະລາຍຕໍ່ສຸຂະພາບ ໜ້ອຍຫລາຍ ເພາະມີລະດັບທີ່ຕໍ່າແລະຈາງຫລາຍ.
ຮູບກຣາຟິກນີ້ສະແດງໃຫ້ເຫັນວ່າ ກໍາມັນຕະພາບ ລັງສີນິວເຄລຍຈາກຍີ່ປຸ່ນ ສາມາດປິວໄປຮອດ ສະຫະລັດໄດ້ ແຕ່ຈະເປັນອັນຕະລາຍຕໍ່ສຸຂະພາບ ໜ້ອຍຫລາຍ ເພາະມີລະດັບທີ່ຕໍ່າແລະຈາງຫລາຍ.

ຂະນະດຽວກັນ ໜ່ວຍດັບໄຟ
ຂອງຍີ່ປຸ່ນເລີ່ມທຳການຊີດນໍ້າ
ເຂົ້າໃສ່ເຕົາແຍກໜ່ວຍທີ 3 ຄືນ
ອີກ ໃນຕອນບ່າຍຂອງວັນເສົາ
ມື້ນີ້ ຫຼັງຈາກໄດ້ໂຈະການປະຕິ
ບັດງານມາຊົ່ວໄລຍະນຶ່ງ ເພື່ອ
ໃຫ້ພວກນາຍຊ່າງຕໍ່ສາຍໄຟຟ້າ
ໄປຍັງໂຮງໄຟຟ້ານິວເຄລຍ ທີ່
ໄດ້ຮັບຄວາມເສຍຫາຍຈາກໄພສຸ
ນາມິ ໃນຄວາມພະຍາຍາມເພື່ອ
ຢາກໃຫ້ປໍ້ານໍ້າທີ່ຢຸດທໍາງານນັ້ນ
ສາມາດແລ່ນໄດ້ອີກເພື່ອຈະເຮັດ
ໃຫ້ທ່ອນເຊື້ອໄຟທີ່ຮ້ອນເກີນຂີດ ນັ້ນ ເຢັນລົງ.

ເຈົ້າໜ້າທີ່ກ່າວວ່າ ອາດຈະໃຊ້ເວລາໄປຈົນຮອດມື້ອື່ນ ໄຟຟ້າຈຶ່ງຈະສາມາດແລ່ນເຂົ້າໄປເຖິງ
ໂຮງໄຟຟ້ານິວເຄລຍ ທີ່ໄດ້ຮັບຄວາມເສຍຫາຍນັ້ນ.

XS
SM
MD
LG