ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຍົກລະດັບ ວິກິດການນິວເຄລຍ (ເບິ່ງສະລາຍດ໌)


Indian Hindu devotees throw coloured powder at the Radha Rani temple during the Lathmar Holi festival in Barsana.
Indian Hindu devotees throw coloured powder at the Radha Rani temple during the Lathmar Holi festival in Barsana.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ກ່າວວ່າ
ວິກິດການນິວເຄລຍທີ່ໂຮງໄຟຟ້ານິວເຄລຍ Fukushi-
ma ທີ່ໄດ້ຮັບຄວາມເສຍຫາຍນັ້ນ ແມ່ນຮ້າຍແຮງຫຼາຍ.

ທ່ານ Kan ກ່າວໃນວັນສຸກມື້ນີ້ວ່າ ຕຳຫຼວດ ພະແນກ
ດັບໄຟແລະທະຫານ ພວມເອົາຊີວິດພວກເຂົາເຈົ້າເປັນ
ເດີມພັນ ເພື່ອເຮັດໃຫ້ທ່ອນເຊື້ອໄຟທີ່ມີກຳມັນຕະພາບ
ລັງສີສູງ ຢູ່ທີ່ໂຮງໄຟຟ້າດັ່ງກ່າວ ເຢັນລົງ.

ໃນວັນສຸກມື້ນີ້ ຍີ່ປຸ່ນໄດ້ຍົກລະດັບຄວາມຮ້າຍແຮງຂອງ
ວິກິດການ ທີ່ໂຮງໄຟຟ້າ Fukushima ຈາກ 4 ຂຶ້ນ
ເປັນ 5 ຂອງລະດັບການວັດແທກຄວາມຮ້າຍແຮງທາງ
ດ້ານນິວເຄລຍນາໆຊາດທີ່ມີທັງໝົດ 7 ລະດັບດ້ວຍກັນ.

ພວກດັບໄຟ ພວມຊີດນໍ້າເຂົ້າໃສ່ຕຶກອາຄານຂອງເຕົາ
ແຍກນິວເຄລຍ ທີ່ໄດ້ຮັບຄວາມເສຍຫາຍດ້ວຍທໍ່ຊີດຂະ
ໜາດໃຫຍ່. ແຕ່ພວກເຂົາເຈົ້າຕ້ອງໄດ້ຈຳກັດເວລາ ໃນການເຂົ້າໄປຢູ່ຂ້າງໃນຕຶກດັ່ງກ່າວ ຍ້ອນ ລະດັບກຳມັນຕະພາບລັງສີສູງຫຼາຍ.

ນອກນັ້ນພວກນັກວິສະວະກອນຍີ່ປຸ່ນຍັງໄດ້ຕໍ່ສາຍໄຟຟ້າສຸກເສີນໄປຍັງໂຮງໄຟຟ້າດັ່ງກ່າວ.
ການມີໄຟຟ້າໃຊ້ຢ່າງສະໝໍ່າສະເໝີອາດຈະຊ່ອຍໃຫ້ພວກຄົນງານຢູ່ທີ່ໂຮງໄຟຟ້າ Fukushi-
ma ເຮັດໃຫ້ປໍ້ານໍ້າ ແລ່ນໄດ້ອີກ.

ທ່ານ Kan ໄດ້ພະຍາຍາມທີ່ຈະໃຫ້ການຄໍ້າປະກັນຕໍ່ປະເທດຊາດໂດຍກ່າວໃນວັນສຸກມື້ນີ້ວ່າ
ທ່ານຄາດຫວັງວ່າ ໃນອະນາຄົດໃກ້ໆນີ້ສະຖານະການໂດຍທົ່ວໄປທັງໝົດ ຈະສາມາດຄວບ
ຄຸມໄດ້.

ຂະນະດຽວກັນ ຫົວໜ້າອົງການພະລັງງານປະລະມະນູສາກົນ ທ່ານ Yukiya Amano
ກ່າວວ່າ ຍີ່ປຸ່ນພວມເຮັດວຽກແຂ່ງກັບເວລາ ເພື່ອໃຫ້ເຕົາແຍກນິວເຄລຍ ທີ່ຮ້ອນແຮງນັ້ນ
ເຢັນລົງ. ທ່ານ Amano ເດີນທາງໄປເຖິງຍີ່ປຸ່ນ ໃນວັນສຸກມື້ນີ້ ເພື່ອພົບປະກັບພວກເຈົ້າ
ໜ້າທີ່ອະວຸໂສ ຂອງປະເທດດັ່ງກ່າວ ແລະຢາກຮູ້ຈັກວ່າອົງການພະລັງງານປະລະມະນູສາ
ກົນສາມາດຊ່ອຍແກ້ໄຂວິກິດການນີ້ໄດ້ແນວໃດ.

XS
SM
MD
LG