ເຄືອຂ່າຍປະຊາຊົນໄທ ເພື່ອການອານຸລັກ ຊັບພະຍາກອນທຳມະຊາດໃນເຂດລຸ່ມແມ່ນໍ້າ
ຂອງ ໄດ້ຮ່ວມກັນສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳ
ຂອງໃນລາວຕໍ່ກອງປະຊຸມສຸດຍອດຄັ້ງທີ 18 ຂອງຜູ້ນຳອາຊຽນ ຊຶ່ງໄດ້ຈັດຂຶ້ນຢູ່ກຸງຈາ
ກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 5-8 ພຶດສະພານີ້.
ກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 18 ຢູ່ກຸງຈາກາຕາປະເທດອິນໂດເນເຊຍໃນລະຫວ່າງວັນທີ 5-9 ພຶດສະພາ, 2011.
ການສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງ
ເຂື່ອນໄຊຍະບູລີດັ່ງກ່າວນີ້ ຖືເປັນການຍົກ
ລະດັບການເຄື່ອນໄຫວ ຈາກຂົງເຂດລຸ່ມແມ່
ນໍ້າຂອງ ໄປສູ່ລະດັບພູມີພາກເອເຊຍຕາເວັນ
ອອກສຽງໃຕ້ຢ່າງເປັນຮູບປະທໍາເປັນຄັ້ງທໍາ
ອິດ ເພາະວ່າ ກ່ອນໜ້ານີ້ເຄືອຂ່າຍປະຊາຊົນ
ໄທ ຈາກ 8 ຈັງຫວັດທີ່ຢູ່ລຽບຝັ່ງແມ່ນໍ້າຂອງ
ຊຶ່ງປະກອບດ້ວຍຈັງຫວັດຊຽງລາຍ, ເລີຍ,
ໜອງຄາຍ, ນະຄອນພະນົມ, ມຸກດາຫານ,
ອໍານາດຈະເລີນ, ອຸບົນລາດຊະທານີ ແລະ
ບຶງການນັ້ນ ກໍໄດ້ຮ່ວມກັນ ຍື່ນໜັງສືເຖິງ
ເອກອັກຄະລັດຖະທູດລາວ ປະຈຳປະເທດ
ໄທຢ່າງເປັນທາງການມາແລ້ວ ໃນຕອນບ່າຍ ຂອງວັນທີ 18 ເມສາທີ່ຜ່ານມາ.
ສຳລັບສາລະສຳຄັນໃນໜັງສືທີ່ຄະນະຕົວ
ແທນເຄືອຂ່າຍປະຊາຊົນໄທໄດ້ຍື່ນເຖິງເອກອັກຄະລັດຖະທູດລາວປະຈຳປະເທດໄທໃນ
ຄັ້ງນີ້ ກໍແມ່ນການສະແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່
ນ້ຳຂອງ ໃນເຂດແຂວງໄຊຍະບູລີຂອງລາວ ແລະໄດ້ສະເໜີໃຫ້ເລື່ອນການກໍ່ສ້າງອອກ
ໄປເປັນເວລາ 10 ປີ ເພື່ອທຳການສຶກສາກ່ຽວກັບການປ້ອງກັນບັນຫາຜົນກະທົບຕໍ່
ສິ່ງແວດລ້ອມທໍາມະຊາດແລະສັງຄົມຢ່າງລະອຽດຮອບຄອບເສຍກ່ອນ ດັ່ງທີ່ທ່ານນິວັດ
ໄດ້ຊີ້ແຈງກັບວີໂອເອວ່າ:
“ເນື້ອຫາໃນຈົດໝາຍ ກໍຄືຂໍໃຫ້ລັດຖະບານລາວໄດ້ຕະໜັກ ແລະລະງັບໄວ້ກ່ອນ
ເພາະວ່າມັນຈະເກີດຜົນກະທົບ ຊຶ່ງເປັນເລື້ອງທີ່ຍິ່ງໃຫຍ່ມາກສໍາລັບຄົນລຸ່ມແມ່ນໍ້າ
ຂອງ ເພາະສະນັ້ນຄະນະທີ່ທໍາການສຶກສາຂອງ MRC ທີ່ໄດ້ສຶກສາຜົນກະທົບ
ຕ່າງໆກໍໄດ້ໃຫ້ຄວາມເຫັນວ່າ ມັນຈະຕ້ອງມີການສຶກສາອີກສິບປີເປັນຢ່າງໜ້ອຍ.”
ເຄືອຂ່າຍປະຊາຊົນໄທຈາກ 8 ຈັງຫວັດໄດ້ຮ່ວມ ກັນປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະ ເທດໄທໃນຕອນບ່າຍຂອງວັນທີ 18 ເມສາ 2011, ຢູ່ບາງກອກເພື່ອຄັດຄ້ານການສ້າງເຂື່ອນໄຊຍະບູລີ
ນອກຈາກ ຍື່ນໜັງສືເຖິງເອກ
ອັກຄະລັດຖະທູດລາວ ປະຈຳ
ປະເທດໄທແລ້ວ ຄະນະຜູ້ແທນ
ເຄືອຂ່າຍປະຊາຊົນໄທ ກໍຍັງໄດ້
ຍື່ນໜັງສືທີ່ມີສາລະສຳຄັນຕໍ່ນາ
ຍົກລັດຖະມົນຕີໄທ, ຄະນະກຳ
ມາທິການ ສິ່ງແວດລ້ອມປະຈຳ
ລັດຖະສະພາໄທ ແລະກຸ່ມບໍລິ
ສັດ ຊໍ ການຊ່າງ ທີ່ຈະເປັນຜູ້
ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວອີກດ້ວຍ.
ພ້ອມກັນນີ້ ເຄືອຂ່າຍປະຊາຊົນ
ໄທກໍຍັງໄດ້ສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີດັ່ງກ່າວ ເຖິງທະນາ
ຄານພານິດ 4 ແຫ່ງ ທີ່ກຳລັງຈະພິຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການລວມໄປເຖິງການໄຟຟ້າຝ່າຍຜະຫລິດແຫ່ງປະເທດໄທ (EGAT) ທີ່ຈະຮັບຊື້ພະລັງງານໄຟຟ້າ
ແລະ ອີກ 15 ພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນແກ່ຄະນະກຳມາ
ທິການແມ່ນໍ້າຂອງ (MRC) ອີກດ້ວຍ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບການທີ່ທາງການກໍາປູເຈຍແລະຫວຽດນາມ ໃນຖານະທີ່
ເປັນປະເທດສະມາຊິກ MRC ຄືກັນກັບລາ ແລະໄທນັ້ນ ກໍໄດ້ສະແດງການຄັດຄ້ານຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີອີກດ້ວຍເຊັ່ນກັນ ໃນໂອກາດກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງ
ຄະນະກຳມາທິການແມ່ນໍ້າຂອງເມື່ອເດືອນເມສາທີ່ຜ່ານມາອີກດ້ວຍແລ້ວ ກໍຍັງເປັນຜົນເຮັດໃຫ້ໂຄງການກໍ່ສ້າງເຂື່ອນໄຊຍະບູລີບໍ່ຜ່ານການເຫັນຊອບໃນກອງປະຊຸມດັ່ງກ່າວ. ໂດຍໄດ້
ສະເໜີໃຫ້ມີການພິຈາລະນາໃນລະດັບລັດຖະມົນຕີຂອງບັນດາປະເທດໃນ MRC ຕໍ່ໄປ.
ຜູຊາຍຄົນນຶ່ງກຳລັງຂລົດຖີບຜານກອງ ເລຂາທິການຂອງຄະນະກໍາມາທິການ ແມນຂອງສາກົນຫລື MRC ປະຈໍາ ນະຄອນວຽງຈັນບອນທທາງການລາວ
ເພາະສະນັ້ນ ເມື່ອພາກປະຊາຊົນໃນເຂດລຸ່ມ
ແມ່ນໍ້າຂອງ ໄດ້ສະແດງການຄັດຄ້ານຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີ ໃນຄັ້ງຫລ້າສຸດ
ໄປສູ່ລະດັບພູມີພາກອາຊຽນແລ້ວນັ້ນ ຈຶ່ງຖື
ວ່າຈະສົ່ງຜົນກະທົບຕໍ່ຄວາມເປັນໄປໄດ້ຂອງ
ໂຄງການກໍ່ສ້າງເຂື່ອນໄຊຍະບູລີຢູ່ໃນລາວ ຢ່າງຫລີກລ່ຽງບໍ່ໄດ້.