ການລົງນາມໃນສັນຍາກູ້ຢືມເງິນທຶນ ລະຫວ່າງທາງການ
ລາວກັບທະນາຄານເພື່ອການນຳເຂົ້າແລະສົ່ງອອກຂອງ
ລັດຖະບານຈີນໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້
ໂດຍມີທ່ານສົມດີ ດວງດີ ລັດຖະມົນຕີກະຊວງການເງິນ
ຂອງລາວ ແລະທ່ານ ລີ ລູ່ກົວະ ປະທານຂອງທະນາຄານ
ເພື່ອການນຳເຂົ້າແລະສົ່ງອອກຂອງຈີນ ເປັນຜູ້ຕາງໜ້າ
ຂອງທັງສອງຝ່າຍໃນການລົງນາມດັ່ງກ່າວ.
ສັນຍາກູ້ຢືມເງິນໃນຄັ້ງຫລ້າສຸດນີ້ ມີມູນຄ່າລວມເກີນກວ່າ
32 ລ້ານໂດລາ ສຳຫລັບນໍາໃຊ້ເຂົ້າໃນການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານ
ນາຢູ່ເມືອງໂຂງ ແຂວງຈໍາປາສັກ ພ້ອມດ້ວຍການກໍ່ສ້າງ
ຂົວຂະໜາດນ້ອຍອີກ 2 ແຫ່ງ ທີ່ເຊື່ອມຕໍ່ບ້ານຫົວໂຂງ
ແຫລມກັບດອນສັນ ແລະເຊື່ອມຕໍ່ທ່າເຮືອບັກເມືອງໂຂງ
ກັບທ່າເຮືອເມືອງມູນລະປະໂມກ ຊຶ່ງເປັນສ່ວນນຶ່ງໃນແຜນ
ການພັດທະນາເຂດທ່ອງທ່ຽວຢູ່ໃນເຂດເມືອງໂຂງນັ້ນເອງ.
ປະທານ ທະນາຄານເພື່ອການສົ່ງອອກແລະນໍາເຂົ້າ ຂອງຈີນ ພົບປະກັບທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ ທີ່ນະຄອນຫລວງວຽງຈັນ.
ກ່ອນໜ້ານີ້ ເຈົ້າໜ້າທີ່ຂັ້ນສູງໃນ
ແຂວງຈໍາປາສັກກໍໄດ້ໃຫ້ການ
ຢືນຢັນວ່າ ການພັດທະນາເຂດ
ທ່ອງທ່ຽວຢູ່ໃນເຂດເມືອງໂຂງ
ໄດ້ເລີ່ມລົງມືດໍາເນີນການໃນ
ພາກປະຕິບັດຕົວຈິງແລ້ວ ໂດຍ
ໃນປະຈຸບັນ ກໍາລັງຢູ່ໃນຂັ້ນ
ຕອນຂອງການກໍ່ສ້າງບ່ອນພັກ
ອາໄສຂອງບຸກຄະລາກອນ,
ການຈັດຕຽມສະຖານທີ່ສໍາລັບ
ຮອງຮັບການກໍ່ສ້າງຂົວທີ່ເຊື່ອມ
ຕໍ່ລະຫວ່າງບ້ານຫາດກັບບ້ານ
ນາ, ການສຶກສາອອກແບບ
ພັດທະນາທ່າເຮືອຢູ່ຕາມເກາະ
ດອນຕ່າງໆ ແລະການພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຢ່າງຄົບ
ຊຸດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງຈໍາປາສັກຄົນດັ່ງກ່າວນີ້ໄດ້ໃຫ້ການຊີ້ແຈງໃນຕອນນຶ່ງວ່າ:
“ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວ ຈະໄດ້ປັບປຸງ ທ່າເຮືອຈາກດອນໂຂງໄປຫາ
ດອນອື່ນໆ ແລ້ວເພິ່ນ ກະໄດ້ກະກຽມກໍ່ສ້າງຂົວຂ້າມແມ່ນໍ້າຂອງລະຫວ່າງ ບ້ານ
ຫາດກັບບ້ານນາດ ດຽວນີ້ກໍກໍາລັງສ້າງເຮືອນພັກ, ສະຖານທີ່ພັກເຊົາຂອງຄະນະ
ກໍາມະການ ຄາດວ່າຈະລົງມືໃນປີນີ້ຕາມແຜນ”.
ພາບທໍາມະຊາດຂອງເຂດນໍ້າຕົກຕາດຝັ້ນຢູ່ທາງ ທິດໃຕ້ຂອງເມືອງໂຂງ ຊຶ່ງເປັນເຂດທີ່ກໍາລັງໄດ້ ຮັບການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວ.
ການພັດທະນາການທ່ອງທ່ຽວ
ຖືເປັນສ່ວນນຶ່ງຂອງເຂດເສດ
ຖະກິດພິເສດຄອນພະເພັງ ທີ່
ຕັ້ງຢູ່ໃນເຂດເມືອງໂຂງ ຊຶ່ງຕາມ
ແຜນການແລ້ວເຂດເສດຖະກິດ
ພິເສດດັ່ງກ່າວນີ້ ຈະມີບໍລິເວນ
ກວ້າງເຖິງ 39,000 ເຮັກຕາ
ໂດຍໄດ້ມີການຈັດແບ່ງພື້ນທີ່
ອອກເປັນ 5 ເຂດດ້ວຍກັນ ຄື
ພື້ນທີ່ໂດຍຮອບນໍ້າຕົກຄອນພະ
ເພັງນັ້ນ ກໍຈະພັດທະນາເປັນ
ເຂດທ່ອງທ່ຽວ ແລະຮອງຮັບທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວເປັນການສະເພາະ
ເຊັ່ນ:ໂຮງແຮມ, ຣີສອດ, ບ້ານພັກຕາກອາກາດ ແລະສວນສາທາລະນະໃນເຂດອຸທະຍານ ແຫ່ງຊາດ.
ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ, ສະໜາມບິນຮອງຮັບທັງເຮືອບິນ
ສ່ວນຕົວ ແລະເຮືອບິນໂດຍສານ, ສະໜາມກັອບລະດັບມາດຕະຖານສາກົນ ແລະສູນ
ບໍລິການທາງທຸລະກິດຢ່າງຄົບວົງຈອນ ທີ່ຈະມີຕະຫຼາດການຄ້າເສລີ ເປັນສ່ວນປະກອບ
ທີ່ສໍາຄັນອີກດ້ວຍ.
ດ່ານກວດຄົນເຂົ້າອອກທີ່ຊາຍແດນ ລະຫວ່າງລາວ ແລະຈີນ ຢູ່ໃກ້ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ໃນແຂວງຫຼວງນໍ້າທາ.
ໃນໄລຍະທີ່ຜ່ານມາກໍປະກົດວ່າ
ມີທັງກຸ່ມນັກທຸລະກິດຈາກຈີນ,
ເກົາຫຼີໃຕ້, ມາເລເຊຍ, ຫວຽດ
ນາມ ແລະໄທ ລວມທັງນັກທຸ
ລະກິດໃນລາວເອງນັ້ນ ຕ່າງກໍ
ໄດ້ພາກັນສະແດງເຈດຈໍານົງ
ທີ່ຈະເຂົ້າໄປລົງທຶນໃນເຂດເສດ
ຖະກິດພິເສດຄອນພະເພັງແລ້ວ
ເຖິງ 8 ບໍລິສັດ ແລະເຊື່ອວ່າຍັງ
ຈະມີອີກຫຼາຍບໍລິສັດ ທີ່ຈະພາ
ກັນຫຼັ່ງໄຫຼເຂົ້າໄປລົງທຶນເພີ່ມ ຂຶ້ນອີກ ໃນໄລຍະຕໍ່ໄປ.
ໃນປັດຈຸບັນມີເຂດເສດຖະກິດພິເສດຢູ່ແລ້ວ 3 ແຫ່ງກໍຄື ເຂດເສດຖະກິດພິເສດສະຫວັນ
-ເຊໂນ ຢູ່ແຂວງສະຫວັນນະເຂດ, ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ຢູ່ແຂວງຫຼວງ
ນໍ້າທາ ແລະເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ແຂວງບໍ່ແກ້ວ. ສ່ວນທີ່ຈະສ້າງຕັ້ງ
ເພີ່ມຂຶ້ນອີກ 7 ແຫ່ງນັ້ນກໍຄືຢູ່ທີ່ແຂວງຄໍາມ່ວນ, ຊຽງຂວາງ, ຫົວພັນ, ເຊກອງ, ອັດຕະ
ປື, ຜົ້ງສາລີ ແລະຈໍາປາສັກ.