ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ຈີນຈະລົງທຶນສ້າງຂົວ ຂ້າມແມ່ນໍ້າຂອງ ຢູ່ດອນໂຂງ ແຂວງຈໍາປາສັກ


ພິທີເຊັນສັນຍາກູ້ຢືມເງິນ ລະຫວ່າງລາວແລະຈີນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ ລວມທັງຂົວຢູ່ເຂດ ເມືອງໂຂງ ແຂວງຈໍາປາສັກ ນໍາດ້ວຍ ທີ່ຈັດຂຶ້ນໃນຕົ້ນປີ 2011

ກຸ່ມລົງທຶນຈາກຈີນ ຈະດໍາເນີນການກໍ່ສ້າງຂົວຂ້າມນໍ້າຂອງ ຢູ່ດອນໂຂງແຂວງຈໍາປາສັກ ສໍາເລັດພາຍໃນກາງປີ 2014 ໂດຍຖືເປັນສ່ວນນຶ່ງຂອງການພັດທະນາເຂດເສດຖະກິດ ພິເສດຄອນພະເພັງ.

ເຈົ້າໜ້າທີ່​ຂັ້ນ​ສູງ​ໃນແຂວງ​ຈໍາປາ​ສັກ​ ໄດ້​ໃຫ້ການຢືນຢັນ​ວ່າ ການ​ພັດທະນາ​ເຂດທ່ອງທ່ຽວ
ຢູ່​ໃນ​ເຂດ​ເມືອງ​ໂຂງໄດ້​ເລີ່​ມລົງມື​ດໍາ​ເນີນ​ການ ​ໃນພາກ​ປະຕິບັດ​ຕົວ​ຈິງ​ແລ້ວ​ ນັບແຕ່ກາງປີ
2011 ເປັນຕົ້ນມາ ແລະຈົນເຖິງ​ປັດຈຸ​ບັນນີ້ ກໍໄດ້ຄືບໜ້າເປັນຢ່າງດີໃນຫລາຍໆດ້ານ ໂດຍ
ບໍ່ວ່າຈະເປັນການກໍ່ສ້າງບ່ອນ​ພັກ​ອາ​ໄສ​ຂອງ​ບຸກຄະ​ລາກ​ອນ, ​ການກໍ່ສ້າງ​ຂົວທີ່​ເຊື່ອມຕໍ່​
ລະຫວ່າງ​ບ້ານ​ຫາດ​ກັບ​ບ້ານນາ, ການ​ສຶກສາ​ອອກ​ແບບພັດທະນາທ່າ​ເຮືອ​ຢູ່​ຕາມ​ເກາະ
ດອນ​ຕ່າງໆ ​ແລະການ​ພັດທະນາ​ສິ່ງອໍານວຍ​ຄວາມ​ສະດວກ​ໃຫ້ແກ່ນັກ​ທ່ອງ​ທ່ຽວກໍຕາມ
ຕ່າງກໍໄດ້ດໍາເນີນໄປຢ່າງຕັ້ງໜ້າ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ແຂວງ​ຈໍາປາ​ສັກຄົນ​ດັ່ງກ່າວ​ນີ້​
ໄດ້​ໃຫ້ການຢືນຢັນວ່າ:

ເພື່ອຮອງ​ຮັບ​ໃຫ້​ແກ່​ການທ່ອງທ່ຽວ ຈະ​ໄດ້​ປັບປຸງ ທ່າ​ເຮືອ​ຈາກດອນ​ໂຂງ
​ໄປ​ຫາ
ດ​ອນອື່ນໆ ແລ້ວ​ເພິ່ນ ກະ​ໄດ້​ກະກຽມກໍ່ສ້າງ​ຂົວ​ຂ້າມ​ແມ່​ນໍ້າຂອງ​ລະ
ຫວ່າງ ບ້ານ
ຫາດ​ກັບ​ບ້ານ​ນາ ລະກະກໍ່​ສ້າງ​ເຮືອນພັກ, ສະຖານ​ທີ່​ພັກ​ເຊົາ
ຂອງຄະນະ​
ກໍາມະການ”.

ສໍາລັບການກໍ່ສ້າງຂົວຂ້າມນໍ້າຂອງນັ້ນ ທາງການລາວໄດ້ຮັບການສະໜັບສະໜູນເງິນ ກູ້ຢືມຈາກທະນາຄານການຄ້າ ຂາອອກ-ຂາເຂົ້າ ແຫ່ງປະເທດຈີນ ໃນມູນຄ່າຫຼາຍກວ່າ
32 ລ້ານໂດລາ ແລະ ທາງການລາວໄດ້ສົມທົບອີກ 2 ລ້ານໂດລາ ຊຶ່ງກໍເຮັດໃຫ້ຂົວດັ່ງ
ກ່າວນີ້ມີມູນຄ່າກໍ່ສ້າງລວມເກີນກວ່າ 34 ລ້ານໂດລາ ທີ່ຮັບຜິດຊອບໂດຍສະຖາບັນສໍາ
ຫຼວດແລະອອກແບບການຂົນສົ່ງ ຈາກມົນທົນຢູນໜານຂອງທາງການຈີນ ໂດຍຈະໃຊ້
ເວລາດໍາເນີນກໍ່ສ້າງໃຫ້ແລ້ວສໍາເລັດພາຍໃນ 36 ເດືອນ ຫຼືພາຍໃນກາງປີ 2014 ເປັນ
ຢ່າງຊ້າ.

ທັງນີ້ຂົວຂ້າມນໍ້າຂອງດັ່ງກ່າວຈະມີຄວາມຍາວ 718.8 ແມັດ ແລະກວ້າງ 11 ແມັດທີ່ ແບ່ງເປັນສອງຊ່ອງຈາລະຈອນສໍາລັບຍານພາຫະນະທີ່ກວ້າງເບື້ອງລະ 4 ແມັດ. ສ່ວນ
ອີກ 3 ແມັດ ທີ່ເຫຼືອນັ້ນ ກໍຈະເປັນທາງຍ່າງ ເບື້ອງລະ 1.5 ແມັດ ແລະບໍ່ມີທາງລົດໄຟ
ຢູ່ກາງຂົວແຕ່ຢ່າງໃດ.

ຄອນພະເພັງທີ່ແຂວງຈໍາປາສັກ
ຄອນພະເພັງທີ່ແຂວງຈໍາປາສັກ

ເຈົ້າໜ້າທີ່ລາວບອກວ່າ ການ
​ພັດທະນາ​ດັ່ງກ່າວນີ້ຖື​ເປັນ
​ສ່ວນນຶ່ງຂອງ​ເຂດ​ເສດຖະກິດ
​ພິ​ເສດ​ຄອນ​ພະ​ເພັງ ທີ່ຕັ້ງ​ຢູ່ໃນ
​ເຂດ​ເມືອງ​ໂຂງ ​ຊຶ່ງຕາມແຜນ
ການ​ແລ້ວ​ເຂດ​ເສດຖະກິດ​ພິ
​ເສດ​ດັ່ງກ່າວ​ນີ້​ ຈະ​ມີບໍລິ​ເວນ
​ກວ້າງ​ເຖິງ 39,000 ​ເຮັກຕາ
ໂດຍ​ໄດ້​ມີ​ການຈັດ​ແບ່ງ​ພື້ນ​ທີ່​
ອອກ​ເປັນ 5 ​ເຂດ​ດ້ວຍ​ກັນ​ ຄື​
ພື້ນ​ທີ່​ໂດຍ​ຮອບ​ນໍ້າ​ຕົກ​ຄອນ​
ພະ​ເພັງ​ນັ້ນ ກໍ​ຈະ​ພັດທະນາ
ເປັນເຂດ​ທ່ອງ​ທ່ຽວ ​ແລະຮອງ​ຮັບທຸລະ​ກິດ​ທີ່​ກ່ຽວຂ້ອງ ກັບ​ການທ່ອງທ່ຽວ​ເປັນ​ການ
ສະ​ເພາະ ​ເຊັ່ນ: ໂຮງ​ແຮມ, ຣີສອດ, ບ້ານ​ພັກ​ຕາກ​ອາກາດ ​ແລະສວນສາ​ທາ​ລະນະໃນ
​ເຂດ​ອຸ​ທະຍານ​ແຫ່ງ​ຊາດເປັນຕົ້ນ.

ສ່ວນ​ນອກ​ນັ້ນ​ ກໍຈະ​ເປັນ​ເຂດສູນ​ການ​ຄ້າ​ປອດ​ພາສີ, ສະໜາມບິນ​ຮອງ​ຮັບ ​ທັງເຮືອ​ບິນ
ສ່ວນ​ຕົວ ​ແລະເຮືອບິນ​ໂດຍສານ, ສະໜາມກັອບລະດັບ​ມາດຕະຖານສາກົນ ​ແລະສູນ
ບໍລິການ​ທາງທຸລະ​ກິດ​ຢ່າງ​ຄົບ​ວົງ​ຈອນ​ ທີ່​ຈະມີ​ຕະຫຼາດການ​ຄ້າ​ເສລີເປັນສ່ວນ​ປະ​ກອບ
ທີ່ສໍາຄັນ​ອີກ​ດ້ວຍ.

ການເຊັນສັນຍາລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ລົງທຶນ ພັດທະນາເຂດທ່ອງທ່ຽວຢູ່ເຂດເມືອງໂຂງ ທີ່ຈັດຂຶ້ນໃນຕົ້ນປີ 2011
ການເຊັນສັນຍາລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ລົງທຶນ ພັດທະນາເຂດທ່ອງທ່ຽວຢູ່ເຂດເມືອງໂຂງ ທີ່ຈັດຂຶ້ນໃນຕົ້ນປີ 2011

ໃນ​ໄລຍະ​ທີ່​ຜ່ານ​ມາກໍປະກົດ​ວ່າ
ມີທັງ​ກຸ່ມ​ນັກທຸລະກິດ​ຈາກ​ຈີນ,
ເກົາຫຼີ​ໃຕ້, ມາ​ເລ​ເຊຍ, ຫວຽດ
ນາມ ​ແລະໄທ​ ລວມ​ທັງນັກທຸ
ລະກິດ​ໃນ​ລາວ​ເອງ​ນັ້ນ ​ຕ່າງ​ກໍ​
ໄດ້​ພາກັນ​ສະ​ແດງ​ເຈດ​ຈໍານົງທີ່
​ຈະ​ເຂົ້າ​ໄປ​ລົງ​ທຶນໃນ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ
​ແລ້ວເຖິງ 8 ບໍລິສັດ ​ແລະໃນ
ກາງປີ 2011 ກໍມີລາຍງານວ່າ
ທາງການແຂວງຈໍາປາສັກ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາເຂດ
ຕົວເມືອງທ່ອງທ່ຽວ ດອນໂຂງ-ຄອນພະເພັງ ຮ່ວມກັບບໍລິສັດສາວນາງກໍ່ສ້າງຂົວທາງ-
ຊົນລະປະທານຈໍາກັດ ຢ່າງເປັນທາງການແລ້ວ.

ສ່ວນກຸ່ມທຸລະກິດຈາກຈີນ ທີ່ຮັບຜິດຊອບການກໍ່ສ້າງຂົວຂ້າມນໍ້າຂອງຢູ່ດອນໂຂງດັ່ງກ່າວນີ້ ກໍກໍາລັງຢູ່ໃນລະຫວ່າງການລໍຖ້າການອະນຸມັດຈາກທາງການລາວ ເພື່ອອະນຸຍາດໃຫ້ເຂົ້າໄປ ລົງທຶນພັດທະນາໃນດ້ານຕ່າງໆ ຂອງເຂດເສດຖະກິດພິເສດຄອນພະເພັງ ຊຶ່ງເຊື່ອວ່າ ຈະບໍ່
ມີຂໍ້ຂັດຂ້ອງໃດໆ ຈາກທາງການລາວຢ່າງແນ່ນອນ ເນື່ອງຈາກທາງການລາວຖືວ່າ ຈີນຄືຫຸ້ນ
ສ່ວນຍຸທະສາດ ໃນການພັດທະນາລາວນັ້ນເອງ.

XS
SM
MD
LG