ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ເລີ່​ມລົງມື​​ພັດທະນາ ບ່ອນທ່ອງ​ທ່ຽວ ຢູ່​​ເຂດ ເສດຖະກິດພິເສດຄອນພະເພັງ​


ການເຊັນສັນຍາລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ລົງທຶນ ພັດທະນາເຂດທ່ອງທ່ຽວຢູ່ເຂດເມືອງໂຂງ
ຊຶ່ງເປັນສ່ວນໜຶ່ງຂອງເຂດເສດຖະກິດພິເສດຄອນພະເພັງໃນແຂວງຈໍາປາສັກ
ການເຊັນສັນຍາລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ລົງທຶນ ພັດທະນາເຂດທ່ອງທ່ຽວຢູ່ເຂດເມືອງໂຂງ ຊຶ່ງເປັນສ່ວນໜຶ່ງຂອງເຂດເສດຖະກິດພິເສດຄອນພະເພັງໃນແຂວງຈໍາປາສັກ

ທາງ​ການ​ລາວ​ເລີ່​ມລົງມື​ດໍາ​ເນີນ​ການ​ພັດທະນາ​​ ເຂດ​ທ່ອງ​ທ່ຽວຢູ່​ໃນ​ເຂດ​ເມືອງ​ໂຂງ ​ທີ່​ຖື​ເປັນ​ສ່ວນໜຶ່ງຂອງ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ ​ໃນ​ແຂວງ​ຈໍາປາ​ສັກ.

ເຈົ້າໜ້າທີ່​ຂັ້ນ​ສູງ​ໃນແຂວງ​ຈໍາປາ​ສັກ​ໄດ້​ໃຫ້ການ​ຢືນຢັນ​ວ່າ
ການ​ພັດທະນາ​ເຂດ​ການທ່ອງທ່ຽວຢູ່​ໃນ​ເຂດ​ເມືອງ​ໂຂງ​ໄດ້​
ເລີ່​ມລົງມື​ດໍາ​ເນີນ​ການ​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ແລ້ວ​ໃນ​ຂະ
ນະ​ນີ້ ​ໂດຍ​ປະຈຸ​ບັນ​ກໍາລັງຢູ່​ໃນ​ຂັ້ນຕອນ​ຂອງ​ການກໍ່ສ້າງ
ບ່ອນ​ພັກ​ອາ​ໄສ​ຂອງ​ບຸກຄະ​ລາກ​ອນ, ການ​ກະກຽມສະ
ຖານ​ທີ່​ສໍາລັບ​ຮອງ​ຮັບ​ການກໍ່ສ້າງ​ຂົວທີ່​ເຊື່ອມຕໍ່​ລະຫວ່າງ​
ບ້ານ​ຫາດ​ກັບ​ບ້ານນາ, ການ​ສຶກສາ​ອອກ​ແບບ​ພັດທະນາ
ທ່າ​ເຮືອ​ຢູ່​ຕາມ​ເກາະດອນ​ຕ່າງໆ ​ແລະການ​ພັດທະນາ​ສິ່ງ
ອໍານວຍ​ຄວາມ​ສະດວກ​ໃຫ້ແກ່ນັກ​ທ່ອງ​ທ່ຽວຢ່າງ​ຄົບ​ຊຸດ
ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ແຂວງ​ຈໍາປາ​ສັກຄົນ​ດັ່ງກ່າວ​ນີ້​ໄດ້
​ໃຫ້ການຊີ້​ແຈງ​ໃນ​ຕອນນຶ່ງວ່າ:

ພື່ອຮອງ​ຮັບ​ໃຫ້​ແກ່​ການທ່ອງທ່ຽວ ຈະ​ໄດ້​ປັບປຸງ​
ທ່າ​ເຮືອ​ຈາກ
ດອນ​ໂຂງ​ໄປ​ຫາດ​ອນອື່ນໆ ແລ້ວ​ເພິ່ນ​
ກະ​ໄດ້​ກະກຽມກໍ່ສ້າງ​ຂົວ​ຂ້າມ​ແມ່​ນໍ້າຂອງ​ລະຫວ່າງ​
ບ້ານ​ຫາດ​ກັບ​ບ້ານ​ນາດ
ດຽວນີ້ກໍກໍາລັງ​ສ້າງ​ເຮືອນ
ພັກ, ສະຖານ​ທີ່​ພັກ​ເຊົາຂອງ
ະນະ​ກໍາມະການ
ຄາດ​ວ່າ​ຈະ​ລົງມື​ໃນ​ປີ​ນີ້​ຕາມ​ແຜນ”
.

ການເຊັນສັນຍາກູ້ຢືມເງິນລະຫວ່າງລາວ ແລະຈີນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ
ການເຊັນສັນຍາກູ້ຢືມເງິນລະຫວ່າງລາວ ແລະຈີນ ເພື່ອສ້າງຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ

ການ​ພັດທະນາ​ການທ່ອງທ່ຽວ
ຖື​ເປັນ​ສ່ວນນຶ່ງຂອງ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ ທີ່​
ຕັ້ງ​ຢູ່ໃນ​ເຂດ​ເມືອງ​ໂຂງ ​ຊຶ່ງຕາມ​
ແຜນການ​ແລ້ວ​ເຂດ​ເສດຖະກິດ​
ພິ​ເສດ​ດັ່ງກ່າວ​ນີ້​ ຈະ​ມີບໍລິ​ເວນ​
ກວ້າງ​ເຖິງ 39,000 ​ເຮັກຕາ
ໂດຍ​ໄດ້​ມີ​ການຈັດ​ແບ່ງ​ພື້ນ​ທີ່​
ອອກ​ເປັນ 5 ​ເຂດ​ດ້ວຍ​ກັນ​ ຄື​
ພື້ນ​ທີ່​ໂດຍ​ຮອບ​ນໍ້າ​ຕົກ​ຄອນ​ພະ​
ເພັງ​ນັ້ນ ກໍ​ຈະ​ພັດທະນາເປັນ
ເຂດ​ທ່ອງ​ທ່ຽວ ​ແລະຮອງ​ຮັບທຸລະ​ກິດ​ທີ່​ກ່ຽວຂ້ອງກັບ​ການທ່ອງທ່ຽວ​ເປັນ​ການສະ​ເພາະ
​ເຊັ່ນ: ​ໂຮງ​ແຮມ, ຣີສອດ, ບ້ານ​ພັກ​ຕາກ​ອາກາດ ​ແລະສວນສາ​ທາ​ລະນະ​ໃນ​ເຂດ​ອຸ​ທະ ຍານ​ແຫ່ງ​ຊາດ.

ພາບທໍາມະຊາດຂອງເຂດນໍ້າຕົກຕາດຝັ້ນ ຢູ່ທາງທິດໃຕ້ຂອງເມືອງໂຂງ ຊຶ່ງເປັນເຂດທີ່ກໍາລັງໄດ້ຮັບການພັດທະນາ ໃຫ້ເປັນແຫລ່ງທ່ອງທ່ຽວ.
ພາບທໍາມະຊາດຂອງເຂດນໍ້າຕົກຕາດຝັ້ນ ຢູ່ທາງທິດໃຕ້ຂອງເມືອງໂຂງ ຊຶ່ງເປັນເຂດທີ່ກໍາລັງໄດ້ຮັບການພັດທະນາ ໃຫ້ເປັນແຫລ່ງທ່ອງທ່ຽວ.

ສ່ວນ​ນອກ​ນັ້ນ​ ກໍຈະ​ເປັນ​ເຂດສູນ​
ການ​ຄ້າ​ປອດ​ພາສີ, ສະໜາມບິນ​
ຮອງ​ຮັບ​ທັງ​ເຄື່ອງ​ບິນ​ສ່ວນ​ຕົວ ​
ແລະ ​ເຄື່ອງບິນ​ໂດຍສານ, ສະ
ໜາມກັອບລະດັບ​ມາດຕະຖານ
ສາກົນ ​ແລະສູນ​ບໍລິການ​ທາງ
ທຸລະ​ກິດ​ຢ່າງ​ຄົບ​ວົງ​ຈອນ​ທີ່​ຈະ
ມີ​ຕະຫຼາດການ​ຄ້າ​ເສລີ ​ເປັນ
ສ່ວນ​ປະ​ກອບທີ່ສໍາຄັນ​ອີກ​ດ້ວຍ.

ໃນ​ໄລຍະ​ທີ່​ຜ່ານ​ມາກໍປະກົດ​ວ່າ
​ມີທັງ​ກຸ່ມ​ນັກທຸລະກິດ​ຈາກ​ຈີນ,
ເກົາຫຼີ​ໃຕ້, ມາ​ເລ​ເຊຍ, ຫວຽດນາມ ​ແລະໄທ​ ລວມ​ເຖິງ​ນັກທຸລະກິດ​ໃນ​ລາວ​ເອງ​ນັ້ນ​ ຕ່າງ
​ກໍ​ໄດ້​ພາກັນ​ສະ​ແດງ​ເຈດ​ຈໍານົງ ທີ່​ຈະ​ເຂົ້າ​ໄປ​ລົງ​ທຶນໃນ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ​
ແລ້ວ​ເຖິງ 8 ບໍລິສັດ ​ແລະ​ເຊື່ອ​ວ່າຍັງ​ຈະ​ມີ​ອີກຫຼາຍບໍລິສັດ​ທີ່​ຈະພາກັນຫຼັ່ງ​ໄຫຼ​ເຂົ້າ​ໄປ​ລົງ​ທຶນ
​ເພີ່ມ​ຂຶ້ນ​ອີກ ​ໃນ​ໄລຍະຕໍ່​ໄປ.

ຄະນະລັດຖະບານລາວກໍໄດ້ມີມັດຕິຮອງເອົາຮ່າງດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການ
ສ້າງຕັ້ງແລະ ການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຢ່າງເປັນ
ທາງການ​ເມື່ອ​ທ້າຍ​ປີ​ທີ່​ຜ່ານ​ມາ ໂດຍມີເປົ້າໝາຍທີ່ຈະສ້າງຕັ້ງ ​ແລະ​ພັດທະນາເຂດເສດຖະ
ກິດພິເສດ​ໃນ​ພື້ນທີ່​ຕ່າງໆ ໃຫ້ໄດ້ຄົບ 10 ແຫ່ງພາຍໃນປີ 2015.

ສຸະຖານທີ່ທ່ອງທ່ຽວແຫ່ງ ນຶ່ງໃນເມືອງໂຂງ
ສຸະຖານທີ່ທ່ອງທ່ຽວແຫ່ງ ນຶ່ງໃນເມືອງໂຂງ

ໃນປັດຈຸບັນມີເຂດເສດຖະກິດພິເສດຢູ່​ແລ້ວ 3 ແຫ່ງກໍຄື ​
ເຂດ​ເສດຖະກິດ​ພິ​ເສດ ສະຫວັນນະ-​ເຊ​ໂນ ຢູ່ແຂວງສະ
ຫວັນ​ນະ​ເຂດ, ເຂດ​ເສດຖະກິດ​ພິ​ເສດບໍ່​ເຕັນ​ແດນ​ຄໍາ
ຢູ່​ແຂວງຫຼວງນໍ້າທາ ​ແລະ​ເສດຖະກິດ​ພິ​ເສດ​ສາມຫຼ່ຽມ
ທອງຄໍາ​ຢູ່​ແຂວງ​ບໍ່​ແກ້ວ. ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນ
ອີກ 7 ແຫ່ງນັ້ນກໍຄືຢູ່ທີ່ແຂວງຄໍາມ່ວນ, ຊຽງຂວາງ,
ຫົວພັນ, ເຊກອງ, ອັດຕະປື, ຜົ້ງສາລີ ແລະຈໍາປາສັກ
ຊຶ່ງແຕ່ລະເຂດກໍຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບສະພາບທາງພູມີສາດ ແລະທໍາມະ
ຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ​ ເຊັ່ນ​ຢູ່​ແຂວງ​ຈໍາປາ​ສັກ​ນັ້ນ ກໍ​ຄື​ການ​ພັດທະນາ​ພື້ນທີ່​ ອ້ອມ​ຮອບ​ຄອນພະ​ເພັງ​ດັ່ງກ່າວ.

XS
SM
MD
LG