ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າແຂວງຈໍາປາສັກຍອມຮັບວ່າ ຈະບໍ່ສາມາດ ບັນລຸເປົ້າໝາຍ ຫຼຸດຜ່ອນຄວາມທຸກຍາກ


ງານຕະຫລາດນັດເພື່ອສົ່ງເສີມການທ່ອງທ່ຽງທີ່ແຂວງຈໍາປາສັກ
ງານຕະຫລາດນັດເພື່ອສົ່ງເສີມການທ່ອງທ່ຽງທີ່ແຂວງຈໍາປາສັກ

ເຈົ້າແຂວງຈໍາປາສັກຍອມຮັບວ່າ ການປະຕິບັດແຜນການຫຼຸດຜ່ອນບັນຫາຄວາມທຸກ ຍາກຂອງປະຊາຊົນໃນແຂວງຍັງຕ້ອງປະເຊີນກັບອຸປະສັກໃນຫຼາຍໆດ້ານຈຶ່ງເຮັດໃຫ້ ບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ໄດ້.

ທ່ານ ສອນໄຊ ສີພັນດອນ
ເຈົ້າແຂວງ ແລະເລຂາພັກ
ແຂວງຈໍາປາສັກ ໄດ້ຖະແຫຼງ
ຍອມຮັບວ່າ ປັດໃຈທີ່ໄດ້ສົ່ງ
ຜົນກະທົບຕໍ່ການຈັດຕັ້ງປະຕິ
ບັດແຜນການຫຼຸດຜ່ອນຄວາມ
ທຸກຍາກຂອງປະຊາຊົນໃນ
ແຂວງຈໍາປາສັກຫຼາຍທີ່ສຸດໃນ
ປະຈຸບັນນີ້ ກໍຄືບັນຫາທີ່ກ່ຽວ
ກັບລະດັບປະສິດທິພາບທີ່ຕໍ່າໃນການປະຕິບັດໜ້າທີ່ຂອງບັນດາພະນັກງານ ທີ່ກ່ຽວຂ້ອງໃນ
ພາກສ່ວນຕ່າງໆຂອງແຂວງ ເຊິ່ງເມື່ອຖືກສົມທົບກັບບັນຫາຂາດແຄນໃນດ້ານງົບປະມານນໍາ
ອີກ ກໍຍິ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການໃນທີ່ຜ່ານມານັ້ນ ບໍ່ສາມາດບັນລຸຕາມເປົ້າ
ໝາຍທີ່ວາງເອົາໄວ້ໃນຫຼາຍໆດ້ານອີກດ້ວຍ. ເຖິງແມ່ນວ່າໃນປະຈຸບັນນີ້ຢູ່ໃນແຂວງຈໍາປາສັກ ຈະຍັງຄົງມີປະຊາຊົນທີ່ມີສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງ ເຫຼືອຢູ່ພຽງ 2,372
ຄອບຄົວໃນເຂດເມືອງສຸຂຸມາ ແລະເມືອງບາຈຽງຈະເລິນສຸກ ເຊິ່ງຄິດເປັນສັດສ່ວນພຽງແຕ່
2.23% ຂອງຈໍານວນຄົວເຮືອນທັງໝົດໃນແຂວງເທົ່ານັ້ນກໍຕາມ, ຫາກແຕ່ວ່າ ດ້ວຍການທີ່
ຕ້ອງປະເຊີນກັບບັນຫາອຸປະສັກດັ່ງກ່າວ ຈຶ່ງເຮັດໃຫ້ມັນບໍ່ເປັນເລື່ອງງ່າຍເລີຍ ທີ່ຈະສາມາດ
ລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃຫ້ໝົດໄປໄດ້ດັ່ງທີ່ທ່ານ ສອນໄຊ ໄດ້ຖະແຫຼງ
ຊີ້ແຈງກ່ຽວກັບບັນຫາອຸປະສັກທີ່ເກີດຂຶ້ນດັ່ງກ່າວ ໃນຕອນໜຶ່ງວ່າ:

ທ່ານສອນໄຊ ສີພັນດອນ ເຈົ້າແຂວງໆຈໍາປາສັກ
ທ່ານສອນໄຊ ສີພັນດອນ ເຈົ້າແຂວງໆຈໍາປາສັກ

ການສ້າງໂຄງການແລະ
ການນໍາພາປະຕິບັດຕົວ
ຈິງຂອງຂະແໜງການ
ສາຍຕັ້ງຍັງບໍ່ທັນແຂງ
ແຮງເລິກເຊິ່ງ ຂາດ
ທຶ
ຮອນໃນການປະຕິບັດ
ໂຄງການ. ສ່ວນການ
ຈັດສັນພູມມີລໍາເນົາຄືນ
ໃໝ່, ການຈັດສອນອາ
ຊີບຄົງທີ່ໃຫ້ປະຊາຊົນ
ຍັງເຮັດບໍ່ທັນໄດ້ດີ, ພື້ນ
ຖານໂຄງ
ຫລ່າງດ້ານ
ເສດຖະກິດ-ສັງຄົມຍັງ
ມີບໍລິເວນເຂດຫ່າງ
ໄກ
ສອກຫຼີກ ຍັງພົບຄວາມ
ຫຍຸ້ງຍາກ
ດຍສະເພາະ
ແມ່ນເສັ້ນທາງໄຟຟ້າ

ການຕອບສະໜອງນໍ້າຮັບໃຊ້
ໃຫ້ແກ່ການຜະລິດ ການດໍາລົງຊີວິດຂອງປະຊາ
ຊົນກໍຍັງມີຄວາມຫຍຸ້ງຍາກ.”

ແຕ່ຢ່າງໃດກໍຕາມ ທາງການແຂວງຈໍາປາສັກກໍເຊື່ອໝັ້ນວ່າ ດ້ວຍການເນັ້ນໜັກການພັດ
ທະນາໃນດ້ານການທ່ອງທ່ຽວແລະບໍລິການພາຍໃນແຂວງໃຫ້ຂະຫຍາຍຕົວຫຼາຍຂຶ້ນຢ່າງ
ຕໍ່ເນື່ອງນັ້ນຈະເຮັດໃຫ້ບັນຫາຄວາມທຸກຍາກຂອງປະຊາຊົນໃນແຂວງໝົດໄປໄດ້ໃນທີ່ສຸດ
ໂດຍໃນໄລຍະ 5ປີ ທີ່ຜ່ານມາກໍປະກົດວ່າ ພາກທຸລະກິດການທ່ອງທ່ຽວໃນແຂວງຈໍາປາ
ສັກນັ້ນ ໄດ້ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍເຖິງ 10% ໃນແຕ່ລະປີ ໂດຍມີນັກທ່ອງທ່ຽວ ເດີນທາງໄປໃນແຂວງເພີ່ມຂຶ້ນຈາກ 240,000 ກວ່າຄົນໃນປີ 2009 ເປັນ 3 ແສນກວ່າ
ຄົນໃນປີ 2010 ແລະຄາດໝາຍວ່າຈະເພີ່ມຂຶ້ນເປັນ 2 ເທົ່າໃນປີ 2015.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງເຂດເສດຖະກິດພິເສດຄອນພະເພັງຂຶ້ນມາຢ່າງເປັນທາງ
ການວາງໝໍ່ໆ ມານີ້ກໍຍັງເຮັດໃຫ້ທາງການແຂວງຈໍາປາສັກເຊື່ອໝັ້ນວ່າ ຈະສາມາດສ້າງ
ວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງໄດ້ຫຼາຍໝື່ນຄົນເຊິ່ງກໍຈະຍັງຜົນເຮັດໃຫ້ສາ
ມາດລົບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໄດ້ຢ່າງແທ້ຈິງອີກດ້ວຍ.

ພາບທໍາມະຊາດຂອງຄອນພະເພັງ ທີ່ຈະມີການສ້າງເປັນເຂດທ່ອງທ່ຽວ ຂອງແຂວງຈໍາປາສັກຂອງລາວ
ພາບທໍາມະຊາດຂອງຄອນພະເພັງ ທີ່ຈະມີການສ້າງເປັນເຂດທ່ອງທ່ຽວ ຂອງແຂວງຈໍາປາສັກຂອງລາວ

ກ່ອນໜ້ານີ້ ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ
ແຂວງ​ຈໍາປາ​ສັກ​ກໍໄດ້​ໃຫ້ການ
ຢືນຢັນ​ວ່າ ການ​ພັດທະນາ​ເຂດ
ທ່ອງທ່ຽວຢູ່​ໃນ​ເຂດ​ເມືອງ​ໂຂງ
ໄດ້​ເລີ່​ມລົງມື​ດໍາ​ເນີນ​ການ​ໃນ
ພາກ​ປະຕິບັດ​ຕົວ​ຈິງ​ແລ້ວ​ ​ໂດຍ
ໃນ​ປະຈຸ​ບັນ ​ກໍາລັງຢູ່​ໃນ​ຂັ້ນ
ຕອນ​ຂອງ​ການກໍ່ສ້າງບ່ອນ​ພັກ​
ອາ​ໄສ​ຂອງ​ບຸກຄະ​ລາກ​ອນ,
ການ​ຈັດຕຽມສະຖານ​ທີ່​ສໍາລັບ​
ຮອງ​ຮັບ​ການກໍ່ສ້າງ​ຂົວທີ່​ເຊື່ອມ
ຕໍ່​ລະຫວ່າງ​ບ້ານ​ຫາດ​ກັບ​ບ້ານ
ນາ, ການ​ສຶກສາ​ອອກ​ແບບ
ພັດທະນາທ່າ​ເຮືອ​ຢູ່​ຕາມ​ເກາະດອນ​ຕ່າງໆ ​ແລະການ​ພັດທະນາ​ສິ່ງອໍານວຍ​ຄວາມ​ສະດວກ​
ໃຫ້ແກ່ນັກ​ທ່ອງ​ທ່ຽວຢ່າງ​ຄົບຊຸດ

ເຮືອທ່ອງທ່ຽງຕາມລໍາ ແມ່ນໍ້າຂອງທີ່ລ່ອງໄປຫາ ວັດພູ ຈໍາປາສັກ.
ເຮືອທ່ອງທ່ຽງຕາມລໍາ ແມ່ນໍ້າຂອງທີ່ລ່ອງໄປຫາ ວັດພູ ຈໍາປາສັກ.

ການ​ພັດທະນາ​ການທ່ອງທ່ຽວຖື​ເປັນ​ສ່ວນນຶ່ງຂອງ​ເຂດ​ເສດ
ຖະກິດ​ພິ​ເສດ​ຄອນ​ພະ​ເພັງ ທີ່​ຕັ້ງ​ຢູ່ໃນ​ເຂດ​ເມືອງ​ໂຂງ ​ຊຶ່ງ
ຕາມແຜນການ​ແລ້ວ​ເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວ​ນີ້​ ຈະ
ມີບໍລິ​ເວນກວ້າງ​ເຖິງ 39,000 ​ເຮັກຕາ ໂດຍ​ຫລ້າສຸດ ຈີນ
ກໍໄດ້ຕົກລົງໃຫ້ເງິນກູ້ຢືມໃນມູນຄ່າຫລາຍກວ່າ 32 ລ້ານ
ໂດລາ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຂົວຂ້າມແມ່ນໍ້າຂອງ
ດັ່ງກ່າວ.

XS
SM
MD
LG