ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງຈໍາປາສັກຢືນຢັນວ່າ ຈະລົບລ້າງ ຄວາມຍາກຈົນ ໃຫ້ໄດ້ພາຍໃນປີ 2015


ກອງປະຊຸມສົນທະນາ ເລື້ອງການສົ່ງເສີມການທ່ອງທ່ຽວຂອງແຂວງ ຈໍາປາສັກ ເພື່ອໃຫ້ແຂວງກາຍເປັນສູນກາງ
ການທ່ອງທ່ຽວທີ່ເຊື່ອມໂຍງກັບເພື່ອນບ້ານ
ກອງປະຊຸມສົນທະນາ ເລື້ອງການສົ່ງເສີມການທ່ອງທ່ຽວຂອງແຂວງ ຈໍາປາສັກ ເພື່ອໃຫ້ແຂວງກາຍເປັນສູນກາງ ການທ່ອງທ່ຽວທີ່ເຊື່ອມໂຍງກັບເພື່ອນບ້ານ

ເຈົ້າແຂວງຈໍາປາສັກຢືນຢັນວ່າ ຈະລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນໃນແຂວງ ໃຫ້ໄດ້ພາຍໃນປີ 2015 ແລະເຮັດໃຫ້ແຂວງຈໍາປາສັກເປັນສູນກາງການທ່ອງທ່ຽວທີ່ເຊື່ອມ ໂຍງກັບເພື່ອນບ້ານ.

ທ່ານສອນໄຊ ສີພັນດອນເຈົ້າແຂວງ ແລະເລຂາພັກແຂວງຈໍາປາສັກໄດ້ຖະແຫລງຢືນຢັນວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດຂອງການພັດທະນາເສດຖະກິດ ແລະສັງຄົມຂອງແຂວງ ໃນຊ່ວງ
ປີ 2011-2015 ນີ້ ກໍຄືການເຮັດໃຫ້ປະຊາຊົນທັງໝົດພາຍໃນແຂວງ ຫລຸດພົ້ນຈາກຄວາມ
ຍາກຈົນໃຫ້ໄດ້ໂດຍພື້ນຖານ ດ້ວຍການພັດທະນາໃຫ້ເສດຖະກິດພາຍໃນແຂວງ ມີການຂະ ຫຍາຍໂຕໃນອັດຕາສະເລ່ຍບໍ່ຕໍ່າກວ່າ 11.5% ຕໍ່ປີ ຊຶ່ງກໍຈະເປັນຜົນເຮັດໃຫ້ມູນຄ່າຜະລິດ
ຕະພັນລວມພາຍໃນ (GDP) ຂອງແຂວງ ໃນປີ 2015 ສາມາດໄລ່ສະເລ່ຍເປັນລາຍຮັບ
ຂອງປະຊາຊົນພາຍໃນແຂວງໄດ້ເຖິງ 15.6 ລ້ານກີບ ຫລື 1,955 ໂດລາຕໍ່ຄົນຕໍ່ປີ.

ໃນປັດຈະບັນນີ້ ໃນທົ່ວແຂວງຈໍາປາສັກຍັງຄົງມີປະຊາຊົນ ທີ່ຍາກຈົນຢູ່ເກືອບ 2 ໝື່ນຄອບ
ຄົວ ເພາະສະນັ້ນ ຖ້າຫາກວ່າ ການດໍາເນີນງານເປັນໄປຕາມແຜນການເປົ້າໝາຍທີ່ວາງໄວ້
ໃນທຸກໆດ້ານ ກໍຈະບໍ່ພຽງແຕ່ຈະເຮັດໃຫ້ບັນຫາຍາກຈົນໝົດໄປຈາກແຂວງຈໍາປາສັກເທົ່າ
ນັ້ນ ຫາກແຕ່ຍັງຈະເຮັດໃຫ້ 30% ຂອງຄອບຄົວທັງໝົດ ໃນແຂວງຈໍາປາສັກກາຍເປັນ
ຄອບຄົວທີ່ຮັ່ງມີອີກດ້ວຍ. ສ່ວນ 70% ທີ່ເຫລືອນັ້ນ ຈະໄດ້ຮັບການຍົກລະດັບ ໃຫ້ເປັນ
ຄອບຄົວທີ່ມີຖານະພໍຢູ່ພໍກິນ ສ່ວນການທີ່ຈະເຮັດໃຫ້ໄປເຖິງເປົ້າໝາຍດັ່ງກ່າວໄດ້ຢ່າງແທ້
ຈິງນັ້ນ ທ່ານສອນໄຊ ກໍໄດ້ໃຫ້ການຊີ້ແຈງວ່າ:

ທ່ານສອນໄຊ ສີພັນດອນ ເຈົ້າແຂວງຈໍາປາສັກ
ທ່ານສອນໄຊ ສີພັນດອນ ເຈົ້າແຂວງຈໍາປາສັກ

ໃນຕໍ່ໜ້ານີ້ກໍຄິດວ່າ ຈະໄດ້
ພ້ອມກັນສຸມໃສ່ປະຕິບັດ
ການເຊື່ອມໂຍງການທ່ອງ
ທ່ຽວກັບບັນດາເມືອງມໍລະ
ດົກ ໂລກຂອງປະເທດໃກ້
ຄຽງຈັດຕັ້ງປະຕິບັດ ແລະ
ຜັນຂະຫຍາຍກອງປະຊຸມ
ໃຫຍ່ຄັ້ງທີ 9 ຂອງພັກ
ເພື່ອເຮັດໃຫ້ແຂວງຈໍາປາ
ສັກເປັນຫົວຈັກຫລັກແຫລ່ງ
ໃນການພັດທະນາຢູ່ພາກ
ໃຕ້ຂອງ ສປປ ລາວ ນອກ
ຈາກນັ້ນ ກໍຈະໄດ້ຍູ້ແຮງການ
ພັດທະນາເສດຖະກິດໃຫ້ມີ
ການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ແຕ່ຢ່າງໃດກໍຕາມ ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງ ແລະເລຂາພັກແຂວງຈໍາປາສັກ
ກໍຍອມຮັບວ່າ ປັດໃຈທີ່ໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນຄວາມ
ທຸກຍາກຂອງປະຊາຊົນໃນແຂວງຈໍາປາສັກຫຼາຍທີ່ສຸດໃນປັດຈຸບັນນີ້ ກໍຄືບັນຫາທີ່ກ່ຽວກັບ
ລະດັບປະສິດທິພາບ ທີ່ຕໍ່າໃນການປະຕິບັດໜ້າທີ່ຂອງບັນດາພະນັກງານ ທີ່ກ່ຽວຂ້ອງໃນ
ພາກສ່ວນຕ່າງໆ ຂອງແຂວງ ເຊິ່ງເມື່ອຖືກສົມທົບກັບບັນຫາຂາດແຄນໃນດ້ານງົບປະມານ
ນໍາອີກ ກໍຍິ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນການໃນທີ່ຜ່ານມານັ້ນ ບໍ່ສາມາດບັນລຸຕາມ
ເປົ້າໝາຍ ທີ່ວາງເອົາໄວ້ໃນຫຼາຍໆດ້ານອີກດ້ວຍ.

ການເຊັນສັນຍາກູ້ຢືມເງິນລະຫວ່າງລາວ ແລະຈີນເພື່ອສ້າງຂົວ ຂ້າມແມ່ນໍ້າຂອງທີ່ແຂວງຈໍາປາສັກ
ການເຊັນສັນຍາກູ້ຢືມເງິນລະຫວ່າງລາວ ແລະຈີນເພື່ອສ້າງຂົວ ຂ້າມແມ່ນໍ້າຂອງທີ່ແຂວງຈໍາປາສັກ

ເຖິງຢ່າງໃດກໍຕາມ ທາງການ
ແຂວງຈໍາປາສັກກໍເຊື່ອໝັ້ນວ່າ
ດ້ວຍການເນັ້ນໜັກການພັດທະ
ນາໃນດ້ານການທ່ອງທ່ຽວແລະ
ບໍລິການພາຍໃນແຂວງໃຫ້ຂະ
ຫຍາຍຕົວຫຼາຍຂຶ້ນຢ່າງຕໍ່ເນື່ອງ
ນັ້ນຈະເຮັດໃຫ້ບັນຫາຄວາມ
ທຸກຍາກຂອງປະຊາຊົນໃນແຂວງ
ໝົດໄປໄດ້ໃນທີ່ສຸດ. ໂດຍໃນໄລ
ຍະ 5 ປີ ທີ່ຜ່ານມາກໍປະກົດວ່າ
ພາກທຸລະກິດການທ່ອງທ່ຽວ
ໃນແຂວງຈໍາປາສັກນັ້ນ ໄດ້ຂະ
ຫຍາຍຕົວເພີ່ມຂຶ້ນສະເລ່ຍເຖິງ 10% ໃນແຕ່ລະປີ ໂດຍມີນັກທ່ອງທ່ຽວເດີນທາງໄປໃນ
ແຂວງເພີ່ມຂຶ້ນຈາກ 240,000 ກວ່າຄົນໃນປີ 2009 ເປັນ 3 ແສນກວ່າຄົນໃນປີ 2010
ແລະຄາດໝາຍວ່າຈະເພີ່ມຂຶ້ນເປັນ 2 ເທົ່າໃນປີ 2015.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງເຂດເສດຖະກິດພິເສດຄອນພະເພັງຂຶ້ນມາຢ່າງເປັນທາງ
ການວາງໝໍ່ໆ ມານີ້ກໍຍັງເຮັດໃຫ້ທາງການແຂວງຈໍາປາສັກເຊື່ອໝັ້ນວ່າ ຈະສາມາດສ້າງ
ວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງໄດ້ຫຼາຍໝື່ນຄົນເຊິ່ງກໍຈະຍັງຜົນເຮັດໃຫ້ສາ
ມາດລົບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໄດ້ຢ່າງແທ້ຈິງອີກດ້ວຍ.

ການ​ພັດທະນາ​ການທ່ອງທ່ຽວຖື​ເປັນ​ສ່ວນນຶ່ງຂອງ​ເຂດ​ເສດຖະກິດ​ພິ​ເສດ​ຄອນ​ພະ​ເພັງ
ທີ່​ຕັ້ງ​ຢູ່ໃນ​ເຂດ​ເມືອງ​ໂຂງ ​ຊຶ່ງຕາມແຜນການ​ແລ້ວ​ເຂດ​ເສດຖະກິດ​ພິ​ເສດ​ດັ່ງກ່າວ​ນີ້​ ຈະ
ມີບໍລິ​ເວນກວ້າງ​ເຖິງ 39,000 ​ເຮັກຕາ ໂດຍ​ຫລ້າສຸດ ຈີນກໍໄດ້ຕົກລົງໃຫ້ເງິນກູ້ຢືມໃນ
ມູນຄ່າຫລາຍກວ່າ 32 ລ້ານໂດລາ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຂົວ ທີ່ເຊື່ອມຕໍ່ລະ
ຫວ່າງບ້ານຫາດກັບບ້ານນາ ແລະຄາດໝາຍວ່າ ຈະເລີ້ມລົງມືກໍ່ສ້າງພາກຕົວຈິງໃນປີນີ້.

XS
SM
MD
LG