ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂົວຂ້າມແມ່ນໍ້າຂອງ ລາວ-ໄທ ແຫ່ງທີສາມ


ຮູບແຜນຜັງຂົວຂ້າມແມ່ນໍ້າຂອງແຫ່ງທີສາມ ທີ່ສ້າງຂຶ້ນຢູ່ແຂວງຄໍາມ່ວນ ແລະນະຄອນພະນົມ ຈະເປີດໃຊ້ໃນວັນທີ 11 ເດືອນພະຈິກ 2011.
ຮູບແຜນຜັງຂົວຂ້າມແມ່ນໍ້າຂອງແຫ່ງທີສາມ ທີ່ສ້າງຂຶ້ນຢູ່ແຂວງຄໍາມ່ວນ ແລະນະຄອນພະນົມ ຈະເປີດໃຊ້ໃນວັນທີ 11 ເດືອນພະຈິກ 2011.

ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ່ 3 ລະຫວ່າງແຂວງຄໍາມ່ວນ ກັບຈັງຫວັດນະຄອນ ພະນົມ ມີກໍານົດຈະສ້າງສໍາເລັດ ແລະເປີດໃຊ້ຢ່າງເປັນທາງການ ໃນວັນທີ່ 11 ເດືອນ ພະຈິກ ປີ 2011. ສ່ວນທາງການແຂວງຄໍາມ່ວນ ກໍຈະພັດທະນາພື້ນທີ່ ຕໍ່ເນື່ອງກັບຂົວ ດັ່ງກ່າວ ທີ່ກວ້າງກວ່າ 10 ພັນເຮັກຕ້າ ໃຫ້ເປັນເຂດເສດຖະກິດພິເສດ.

ທ່ານວິດ​ທະ​ວັດ ສີ​ວິຫົກ ​ເອກ​ອັກຄະ​ລັດຖະທູດ​ໄທ ​ປະ​ຈໍາ​ນະຄອນ​ວຽງ​ຈັນ ຖະ​ແຫລ​ງຢືນ ຢັນ​ວ່າ ການ​ກໍ່ສ້າງສະພານ​ຫລື​ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ 3 ລະຫວ່າງ​ໄທ​ກັບ​ລາວ ​ທີ່​ເຊື່ອມຕໍ່​ຈາກ​ຈັງຫວັດ​ນະຄອນ​ພະນົມ​ ມາ​ຍັງ​ເມືອງ​ທ່າ​ແຂກ​ໃນ​ແຂວງ​ຄໍາ​ມ່ວນ​ຂອງ​ລາວ​ນັ້ນ​ໄດ້​ຄືບ​ໜ້າ​ໄປ​ຢ່າງ​ວ່ອງ​ໄວ ​ໂດຍ​ໃນ​ໄລຍະ 16 ​ເດືອນ​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າການ​ກໍ່ສ້າງ​ໄດ້​ຄືບ​ໜ້າ​ໄປ​ແລ້ວ​ເກີນ​ກວ່າ 53% ຂອງ​ແຜນການ​ທັງ​ໝົດ ຊຶ່ງ​ດ້ວຍ​ຜົນ​ຈາກ​ການ​ດໍ​າ​ເນີນ​ງານ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ຄະນະ​ຮັບຜິດຊອບ​ຂອງ​ທາງ​ການ​ໄທ​ກັບ​ລາວ​ ​ພິຈາລະ​ນາເຫັນ​ພ້ອມນໍາ ກັນວ່າ​ ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 3 ລະຫວ່າງ​ລາວ-​ໄທ​ດັ່ງກ່າວ​ນີ້ ຈະ​ສາ​ມາດ​ດໍາ​ເນີນ​ການ​ ກໍ່ສ້າງ​ໃຫ້​ສໍາ​ເລັດ​ໄດ້ ພາຍ​ໃນ​ປີ 2011 ຢ່າງ​ແນ່ນອນ ຈຶ່ງ​ໄດ້​ມີ​ມະຕິ​ຕົກລົງ​ຮ່ວມ​ກັນ​ວ່າ​ ຈະ​ເປີດ​ນໍາ​ໃຊ້​ຂົວ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການ​ໃນ​ປີ​ດຽວ​ກັນ​ນັ້ນ ພ້ອມ​ທັງ​ຍັງ​ຈະ​ເລັ່ງດໍາ​ເນີນ​ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 4 ຢູ່​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ​ກັບ​ອໍາ​ເພີ​ຊຽງ​ຂອງ ຈັງຫວັດ​ຊຽງ​ຮາ​ຍ​ ໃຫ້​ສຳເລັດ​ໄວ​ທີ່​ສຸດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານວິດ​ທະ​ວັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສະພານ​ມິດຕະພາບ​ໄທ-ລາວ​ແຫ່ງ​ທີ່ 3 ທີ່​ນະຄອນ​ພະນົມ​ກັບ​ແຂວງ​ຄໍາ​ມ່ວນ​ນີ້​ ກໍ​ຕັ້ງ​ໃຈ​ໄວ້ວ່າ​ຈະ​ເປີດ​ໃຊ້​ໃນ​ປີໜ້າ​ນີ້ ຄື​ໃນ​ວັນ​ທີ່ 11 ​ເດືອນ​ພຶດສະຈິກາ ປີ 2011. ສ່ວນ​ສະພານ​ມິດຕະພາບ​ແຫ່ງ​ທີ່ 4 ທີ່​ໄດ້​ລົງ​ນາມ​ກັນ​ທີ່​ຊຽງ​ຣາ​ຍ​ໄປ​ແລ້ວ​ນັ້ນ ກໍ​ຈະ​ມີ​ການຈັດ​ພິທີ​ວາງ​ສິລາ​ເລິກ ​ໂດຍ​ສົມ​ເດັດ​ພຣະ​ເທບ​ຣັດຕະນະຣາຊສຸດາ ​ໃນ​ຊ່ວງ​ເວລາ​ອັນໃກ້​ໆນີ້​ ຕໍ່​ໄປ.”

ສໍາລັບຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 3 ລະຫວ່າງ​ລາວ-​ໄທ ດັ່ງກ່າວ​ນີ້​ ມີ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ບ້ານ ​ເວີນ​ໃຕ້ ຊຶ່ງ​ຕັ້ງ​ຢູ່ຫ່າງ​ຈາກ​ເມືອງ​ທ່າ​ແຂກ​ ປະມານ 13 ກິ​ໂລ​ແມັດ ​ແລະ​ຢູ່​ກົງ​ຂ້າມ​ກັບ​ບ້ານ​ຫົ່ມ​ໃນ​ຈັງຫວັດ​ນະຄອນ​ພະນົມ ​ຊຶ່ງຂົວ​ດັ່ງກ່າວ​ຈະ​ມີ​ຄວາມ​ກວ້າງ 13 ​ແມັດ ​ແລະ​ຍາວ 1.423 ​ແມັດ ຊຶ່ງ​ຈະ​ຕ້ອງ​ໃຊ້ງົບປະມານ​ສໍາລັບ​ດໍາ​ເນີນ​ການ ທັງ​ໝົດ​ຄິດ​ເປັນ​ມູນ​ຄ່າລວມ 1.810 ລ້ານ​ບາດ ​ໂດຍ​ມີ​ລັດຖະມານ​ໄທ​ເປັນ​ຝ່າຍ​ອອກ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ ​ແລະດໍາ​ເນີນ​ການ​ກໍ່ສ້າງ​ໂດຍ​ບໍລິສັດ ​ອິຕາ​ລຽນ-​ໄທ​ ຈາກ​ປະ​ເທດ​ໄທ.

ແຕ່ຢ່າງ​ໃດ​ກໍ​ຕາມ ສໍາລັບ​ທາງ​ການ​ຝ່າຍ​ລາວ​ແລ້ວ ກໍ​ໄດ້​ຄາດ​ຫວັງ​ໄວ້​ວ່າ ພາຍຫລັງ​ຈາກ​ຂົວ​ດັ່ງກ່າວ​ນີ້​ກໍ່ສ້າງ​ສໍາ​ເລັດ​ແລ້ວ​ແລະ​ເປີດ​ນໍາ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ໃນ ​ແຂວງ​ຄໍາ​ມ່ວນ​ຫລາຍ​ຂຶ້ນນັບ​ມື້ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ທີ່​ເຂດ​ຕໍ່​ເນື່ອງກັບ​ຂົວ​ນັ້ນ ທາງ​ການ​ແຂວງ​ຄໍາ​ມ່ວນ​ກໍ​ໄດ້ ວາງ​ແຜນການ​ທີ່​ຈະ​ພັດທະນາ​ໃຫ້​ເປັນ​ເຂດ​ເສ​ດຖະກິດ​ພິ​ເສດ​ເພື່ອ​ຮອງ​ຮັບ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຕໍ່​ໄປ ​ໂດຍ​ໃນ​ປັດຈຸບັນນີ້ ຍັງລໍຖ້າ​ພຽງ​ແຕ່​ການ​ອະນຸມັດ​ຈາກ​ຄະນະ​ລັດຖະບານ​ລາວ​ ຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ.

ເຂດ​ເສ​ດຖະກິດ​ພິ​ເສດ​ຢູ່​ຂົວ​ຂ້າ​ມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 3 ລະຫວ່າງ​ລາວ-​ໄທ​ ຢູ່​ທີ່​ເມືອງ​ທ່າ​ແຂກ​ນີ້​ ຈະ​ມີ​ລັກສະນະດຽວ​ກັນ​ກັບ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ສາມ​ຫລ່ຽມ​ຄໍາ​ໃນ​ແຂວງ​ບໍ່​ແກ້ວ ​ແລະ​ເຂດ​ເສດຖະກິດ​ພິ​ເສດ​ຢູ່​ດ່າ​ນບໍ່​ເຕັນ​ໃນ ​ແຂວງ​ຫລວງ​ນໍ້າ​ທາ ຊຶ່ງ​ກໍ​ຄື​ຈະ​ເປັນ​ເຂດ​ເສດ ຖະກິດ​ພິ​ເສດ​ທີ່​ທາງ​ການ​ລາວ​ໄດ້​ອະນຸມັດ​ສິດທິ​ສໍາ​ປະທານ ​ໃນ​ການລົງທຶນ​ແລະ​ການ​ບໍລິ ຫານ​ໃຫ້​ແກ່​ບໍລິສັດ​ຈາກ​ຕ່າງປະ​ເທດ​ທັງ​ໝົດ. ລາ​ຍງານ​ຂອງ​ພະແນ​ກ​ແຜນການ​ແລະ​ການ​ລົງທຶນ​ຂອງ​ແຂວງ​ຄໍາ​ມ່ວນເມື່ອ​ໝໍ່ໆ​ມາ​ນີ້​ ໄດ້​ບົ່ງ​ໄວ້​ວ່າ​ມີ​ບໍລິສັດ​ຕ່າງ​ຊາດ​ຫລາຍ​ກວ່າ 10 ບໍລິສັດ​ແລ້ວ ​ທີ່​ໄດ້​ພາກັນ​ສະ​ເໜີ​ຕົວ​ຂໍ​ເຂົ້າມາ​ລົງທຶນ​ຢູ່​ທີ່​ເຂດ​ຕໍ່​ເນື່ອງກັບ​ຂົວ ​ທີ່​ທາງ​ການ​ແຂວງ​ຄໍາ​ມ່ວນ​ຈະ​ພັດທະນາ​ໃຫ້​ເປັນ​ເຂດ​ເສດ​ຖະກິດ​ພິ​ເສດ​ດັ່ງກ່າວ ຊຶ່ງ​ຈະ​ມີ​ເນື້ອ​ທີ່ກວ້າງ​ກວ່າ 1 ໝື່ນ​ເຮັກ​ຕ້າ. ທາງ​ການ​ແຂວງ​ຄໍາ​ມ່ວນ​ເຊື່ອ​ໝັ້ນ​ວ່າ​ ຄະນະ​ລັດຖະບານ​ລາວ​ຈະ​ມີ​ມະຕິ​ໃຫ້​ພັດທະນາ​ພື້ນ​ທີ່​ ທີ່​ຕໍ່​ເນື່ອງກັບ​ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ 3 ລະຫວ່າງ​ລາວ-​ໄທ ດັ່ງກ່າວ​ ເປັນ​ເຂດ​ເສດຖະກິດ​ພິ​ເສດ ​ຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ທ້າຍ​ປີ​ນີ້ ​ໂດຍ​ຕໍ່​ຈາກ​ນັ້ນ ຈຶ່ງ​ຈະ​ມີ​ການ​ພິ​ຈາລະ​ນາ​ຄັດ​ເລືອກ​ເອົາ​ບໍລິສັດ​ ທັງ​ໃນ​ລາວ​ແລະ​ຈາກ​ຕ່າງປະ​ເທດ​ ເພື່ອ​ໃຫ້​ເຂົ້າມາ​ລົງທຶນ​ໃນ​ເຂດເສດຖະກິດ​ພິ​ເສດ​ດັ່ງກ່າວ​ຕໍ່​ໄປ.

ສ່ວນຂະ​ແໜງ​ການ​ລົງທຶນ​ທີ່​ທາງ​ການ​ແຂວງ​ຄໍາ​ມ່ວນ​ຈະ​ໃຫ້ການ​ສົ່ງເສີມ​ເປັນ​ກໍ​ລະ​ນີພິ​ເສດ​ນັ້ນ ກໍ​ຄື​ການ​ລົງທຶນ​ໃນ​ການ​ກໍ່ສ້າງ​ໂຮງ​ແຮມ ຣີສອດ ສະຖານ​ບັນ​ເທີ​ງຄົບ​ວົງ​ຈອນ ບ່ອນ​ກາ​ຊິ​ໂນ ສະຖານ​ທີ່​ພັກ​ພາ​ອາ​ໃສ, ຮ້ານອາຫານ, ອາ​ຄານ​ສໍານັກງານ​ໃຫ້​ເຊົ່າສູນ​ການ​ຄ້າ ​ແລະ​ໂຮງ ງານ​ອຸດສາຫະກໍາ​ເບົາ ​ເຊັ່ນ​ໂຮງງານ​ຜະລິດ​ອາຫານ​ກະປ໋ອງ, ​ໂຮງງານ​ຕັດຫຍິບ ​ແລະ​ໂຮງ ງານ​ປະກອບ​ລົດຍົນ​ເປັນ​ຕົ້ນ.

XS
SM
MD
LG