ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂ. ຄໍາມ່ວນກະກຽມດ້ານຕ່າງໆ ເພື່ອຮອງຮັບ ການລົງທຶນ ຫລັງຈາກການເປີດໃຊ້ຂົວ ຂ້າມນໍ້າຂອງ ໃນທ້າຍປີນີ້


ພິທີເຊັນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດສະເພາະພູຂຽວ, ມ. ທ່າແຂກ, ຂ. ຄໍາມ່ວນ ລະຫວ່າງລັດຖະບານລາວ ແລະບໍລິສັດ ເອັສວີ ກຣຸບ ຈໍາກັດ ໃນປີ 2010.
ພິທີເຊັນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດສະເພາະພູຂຽວ, ມ. ທ່າແຂກ, ຂ. ຄໍາມ່ວນ ລະຫວ່າງລັດຖະບານລາວ ແລະບໍລິສັດ ເອັສວີ ກຣຸບ ຈໍາກັດ ໃນປີ 2010.

ທາງການແຂວງຄໍາມ່ວນເລັ່ງກະກຽມຄວາມພ້ອມໃນທຸກໆດ້ານ ເພື່ອຮອງຮັບການລົງທຶນຂອງ ຕ່າງຊາດ ທີ່ຈະເຂົ້າໄປໃນເຂດເສດຖະກິດພິເສດທ່າແຂກແດນຄໍາ ຫຼັງຈາກເປີດໃຊ້ຂົວຂ້າມ ແມ່ນໍ້າຂອງໃນທ້າຍປີນີ້.

ເຈົ້າໜ້າທີ່ຂັ້ນສູງໃນແຂວງຄໍາມ່ວນ ໄດ້ໃຫ້ການຢືນຢັນວ່າ
ທ່ານຄໍາໃບ ດໍາລັດ, ເຈົ້າແຂວງຄໍາມ່ວນ ໃນຖານະປະທານ
ຄະນະກໍາມະການຊີ້ນໍາວຽກງານໂຄງການເຂດພິເສດທ່າ
ແຂກແດນຄໍາໄດ້ມີຄໍາສັ່ງໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງ
ພາຍໃນແຂວງ ເພື່ອໃຫ້ເລັ່ງກະກຽມຄວາມພ້ອມໃນທຸກໆ
ດ້ານ ສໍາລັບຮອງຮັບບັນດາບໍລິສັດຕ່າງຊາດ ທີ່ສົນໃຈຈະ
ເຂົ້າໄປລົງທຶນຢູ່ໃນເຂດເສດຖະກິດພິເສດທ່າແຂກແດນຄໍາ
ຊຶ່ງມີແຜນການທີ່ຈະປະກາດການສ້າງຕັ້ງຂຶ້ນ ຢ່າງເປັນທາງການພາຍໃນທ້າຍປີ 2011 ນີ້.

ໃນປັດຈຸບັນ ພາກສ່ວນທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດ ຂອງແຂວງຄໍາມ່ວນ
ກໍຢູ່ໃນລະຫວ່າງການດໍາເນີນການສໍາຫຼວດພື້ນທີ່ ທີ່ຈະຖືກກະທົບຈາກໂຄງການ ຊຶ່ງກໍພົບວ່າ ມີທີ່ດິນທໍາກິນຂອງປະຊາຊົນຄິດເປັນເນື້ອທີ່ລວມກັນປະມານ 1,053 ເຮັກຕາ ໃນເຂດ 9
ໝູ່ບ້ານ ທີ່ຈະຕ້ອງຖືກເວນຄືນໃຫ້ເປັນສ່ວນນຶ່ງຂອງເຂດເສດຖະກິດພິເສດທ່າແຂກແດນຄໍາ
ທີ່ຈະມີທີ່ຕັ້ງຢູ່ໃນເຂດທີ່ຕໍ່ເນື່ອງກັບຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-ໄທທີ່ເຊື່ອມ
ຕໍ່ຈາກເມືອງທ່າແຂກ ໄປຫາຈັງຫວັດນະຄອນພະນົມໃນເຂດພາກອີສານຂອງໄທນັ້ນເອງ.

ທ່ານຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ
ທ່ານຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ

ໂຄງການເຂດເສດຖະກິດພິເສດ
ທ່າແຂກແດນຄໍາດັ່ງກ່າວນີ້ ຈະມີ
ລັກສະນະຄືກັນກັບເຂດເສດຖະ
ກິດພິເສດບໍ່ເຕັນແດນຄໍາຢູ່ແຂວງ
ຫຼວງນໍ້າທາ ແລະເຂດເສດຖະ
ກິດພິເສດສາມຫຼ່ຽມທອງຄໍາ ຢູ່
ທີ່ແຂວງບໍ່ແກ້ວ ຊຶ່ງກໍຄືທາງການ
ລາວອານຸຍາດໃຫ້ບໍລິສັດຕ່າງ
ຊາດເປັນຜູ້ບໍລິຫານ ແລະຜູ້ລົງ
ທຶນທັງໝົດ 100% ເຕັມ ໂດຍ
ທີ່ທາງການລາວນັ້ນກໍຈະໄດ້ຮັບ
ຜົນຕອບແທນ ເປັນຄ່າສໍາປະ
ທານ ຄ່າເຊົ່າທີ່ດິນໄລຍະຍາວ,
ພາສີ ແລະຄ່າທໍານຽມຕ່າງໆລວມທັງຍັງຈະເປັນການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ
ແລະຈະເປັນການເພີ່ມຜົນຜະລິດສິນຄ້າໃນລາວ ເພື່ອສົ່ງອອກໄປຕ່າງປະເທດໄດ້ຫຼາຍຂຶ້ນ ອີກດ້ວຍ.

ກ່ອນໜ້ານີ້ ລັດຖະບານລາວກໍໄດ້ມີມັດຕິຮອງເອົາຮ່າງດໍາລັດນາຍົກລັດຖະມົນຕີ ວ່າດ້ວຍ
ການສ້າງຕັ້ງ ແລະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຢ່າງ
ເປັນທາງການແລ້ວ ຊຶ່ງກໍຖືເປັນການສົ່ງເສີມໃຫ້ມີການສ້າງຕັ້ງເຂດເສດຖະກິດພິເສດຂຶ້ນໃນ
ເຂດແຂວງຕ່າງໆ ຂອງລາວເປັນການສະເພາະ ໂດຍມີເປົ້າໝາຍທີ່ຈະດໍາເນີນການສ້າງຕັ້ງ
ເຂດເສດຖະກິດພິເສດໃຫ້ໄດ້ 10 ແຫ່ງພາຍໃນປີ 2015 ແລະເຂດເສດຖະກິດພິເສດທ່າ
ແຂກແດນຄໍາ ກໍຄືນຶ່ງໃນເປົ້າໝາຍດັ່ງກ່າວ ດັ່ງທີ່ທ່ານບໍ່ວຽງຄໍາ ວົງດາລາ ລັດຖະມົນຕີປະ
ຈໍາສໍານັກງານນາຍົກລັດຖະມົນຕີລາວ ໄດ້ໃຫ້ການຊີ້ແຈງວ່າ:

ພາບຈໍາລອງຂົວຂ້າມແມ່ນນໍ້າຂອງແຫ່ງທີ 3 ໃນ ແຂວງຄໍາມ່ວນທີ່ຈະສ້າງສໍາເລັດໃນທ້າຍປີ 2011
ພາບຈໍາລອງຂົວຂ້າມແມ່ນນໍ້າຂອງແຫ່ງທີ 3 ໃນ ແຂວງຄໍາມ່ວນທີ່ຈະສ້າງສໍາເລັດໃນທ້າຍປີ 2011

“ຄໍາລັດດັ່ງກ່າວນີ້ໄດ້ກໍາໜົດ
ນະໂຍບາຍ ຫຼັກການ ແລະ
ລະບຽບການເຄື່ອນໄຫວ ຄຸ້ມ
ຄອງ ແລະກວດກາເພື່ອສົ່ງ
ເສີມການລົງທຶນໃນເຂດເສດ
ຖະກິດພິເສດ ແລະເຂດເສດ
ຖະກິດສະເພາະ ຢູ່ ສປປ
ລາວ ໂດຍແນໃສ່ດຶງດູດການ
ລົງທຶນເຂົ້າໃນເຂດດັ່ງກ່າວ
ບົນພື້ນຖານການອານຸລັກ
ພັດທະນາທໍາມະຊາດ ສົ່ງ
ເສີມທ່າແຮງຂອງທ້ອງຖິ່ນ
ແລະປະກອບສ່ວນຢ່າງຕັ້ງ
ໜ້າເຂົ້າໃນການສ້າງສາພັດ
ທະນາເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ຮັ່ງມີ”

ໃນປັດຈຸບັນມີເຂດເສດຖະກິດພິເສດ 3 ແຫ່ງທີ່ຖືກສ້າງຕັ້ງຂຶ້ນແລ້ວຢູ່ໃນລາວ ກໍຄືຢູ່ແຂວງບໍ່
ແກ້ວ, ຫຼວງນໍ້າທາ ແລະສະຫວັນນະເຂດ ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 7 ແຫ່ງນັ້ນກໍຄືຢູ່
ທີ່ແຂວງຄໍາມ່ວນ, ຊຽງຂວາງ, ຫົວພັນ, ເຊກອງ, ອັດຕະປື, ພົງສາລີ ແລະຈໍາປາສັກ ຊຶ່ງ
ແຕ່ລະເຂດກໍ່ຈະມີລັກສະນະສະເພາະທີ່ຂຶ້ນຢູ່ກັບສະພາບທາງພູມີສາດ ແລະທໍາມະຊາດຂອງ
ແຕ່ລະພື້ນທີ່ເປັນສໍາຄັນ. ໂດຍສໍາລັບຢູ່ແຂວງຄໍາມ່ວນນີ້ກໍຍັງມີກໍາໜົດທີ່ຈະເປີດຮັບການລົງ
ທຶນຈາກຕ່າງປະເທດພ້ອມກັນກັບການເປີດໃຊ້ຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-
ໄທ ທີ່ກໍາໜົດຈະມີຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 2011 ນີ້ອີກດ້ວຍ.

XS
SM
MD
LG