ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວຊິມບັບເວ ຕ້ອງການໆປ່ຽນແປງໂດຍໄວ ລຸນຫລັງ ທ່ານມູກາເບ


Zimbabweans Want Change Post-Mugabe, and They Want it Soon
please wait

No media source currently available

0:00 0:02:31 0:00

ປະ​ເທດ​ຊິມ​ບັ​ບເວ ​ໄດ້​ປະທານາທິບໍດີ​ຄົນ​ໃໝ່​ ໃນ​ວັນ​ສຸກ​ອາທິດ​ແລ້ວນີ້ ຊຶ່ງ ເປັນສັນຍານ
​ໃຫ້​ເຫັນ ເຖິງ​ການ​ສິ້ນສຸດ​ຢ່າງ​ແນ່ນອນ ​ໃນການ​ປົກຄອງເປັນເວລາ 37 ປີຂອງທ່ານໂຣ
​ເບີດ ມູກາ​ເບ. ປັດຈຸບັນ​ນີ້ ​ຊາວ​ຊິ​ມບັບ​ເວຕ້ອງການຢາກ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ​ເຂົ້າ​ເຈົ້າ
​ຈະ​ໄດ້​ເລືອກ​ເອົາ ​ຜູ້ນຳຄົນ​ຕໍ່​ໄປຂອງເຂົາເຈົ້າ ​ແລະ​ເລືອກ​ເອົາ​ຜູ້​ທີ່ຈະ​ບໍ່​ປະປ່ອຍ​ບັນຫາ
​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົ້າ​ເຈົ້າໄວ້ ໂດຍ ທີ່ບໍ່ໄດ້ຮັບການແກ້ໄຂ​. ນັກ​ຂ່າວວີ​ໂອເອ
ອາ​ນິຕາ ພາວແວວ ມີລາຍ​ງານ​ຈາກ​ນະຄອນຮາ​ແຣເຣ ປະ​ເທດຊິ​ມບັບ​ເວ ດັ່ງ
ກິ່ງສະຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ດ້ວຍ​ການ​ສິ້ນ​ສຸດ​ລົງ ໃນຍຸກ​ສະ​ໄໝຂອງ​ທ່ານ​ມູກາ​ເບ ຊາວ​ຊິ​ມບັບ​ເວ​ແມ່ນພາກັນ​ຕື່ນ
​ເຕັ້ນ ​ແລະ​ໂຫຍ​ຫິວ​ຕໍ່​ການ​ປ່ຽນ​ແປງ.

ທ່ານ​ເອັມເມີ​ສັນ ​ນານກັ​ກວາ ປະທານາທິບໍດີ​ຄົນ​ໃໝ່ ກ່າວ​ວ່່າ “ມື້​ນີ້ ພວກ​ເຮົາ​ພາກັນ
​ມາເປັນ​ພິຍານ​ ໃນການ​ເລີ້ມ​ຕົ້ນໃໝ່​ແລະປະຊາທິປະ​ໄຕທີ່ພວມເກີດຂຶ້ນ.

ຢູ່​ທີ່​ນະ​ຄອນ​ຫລວງ ທີ່ມີແນວໂນ້ມໄປທາງຝ່າຍຄ້ານນັ້ນ ການ​ລາ​ອອກ​ຂອງທ່ານມູກາ
ເບ ໄດ້​ພາໃຫ້ການລົງທະບຽນຜູ້ມີສິດປ່ອນ​ບັດມີຊີວິດຊີວາອີກຄັ້ງນຶ່ງ. ຜູ້ອຳ ນວຍການ ຝ່າຍເລືອກຕັ້ງ ຂອງພັກຝ່າຍ​ຄ້ານ​ແອ​ມດີ​ຊີ-ທີ ​ກ່າວ​ວ່າ ​ເປັນ​ໜ້າສັນ ລະເສີນທີ່ 60,
000 ຄົນໄດ້​ພາກັນ​ລົງ​ທະບຽນ ​ຢູ່​ນ​ະຄອນຮາແຣ​ເຣໃນໄລຍະສີ່​ມື້ ​ທີ່​ຜ່ານ​ມານີ້.

ທ່ານ​ອິສລາມ ມາ​ໂດ​ຊີ ຜູ້ອຳນວຍຝ່າຍເລືອກ​ຕັ້ງຂອງພັກ​ແອມດີຊີ​-ທີທີ່​ນະຄອນ​ຮາ​ແຣ
​ເຣ ກ່າວ​ວ່າ “ຈາກ​ເວລາ​ທີ່​ປະທານາ​ທິບໍດີ​ລາອອກ​ໄປນັ້ນ ​ໄດ້​ມີ​ຜູ້ຄົນໃນຈຳນວນເພີ້ມ
ຂຶ້ນ ພາກັນມອງ​ເຫັນ​ວ່າ​ ​ມັນບໍ່ແມ່ນພວກທະຫານ ບໍ່ມັນ​ບຸກຄົນໃດບຸກຄົນນຶ່ງແຕ່ເປັນ
ກຸ່ມບຸກຄົນ ຜູ້​ທີ່​ມີຄວາມສາມາດ​ຢ່າງແທ້ຈິງ ນໍາ​ເອົາປະທາ ນາທິບໍດີທີ່ຖືກຕ້ອງຕາມ
ກົດໝາຍ ​ແລະ​ໜ້າ​ເຊື່ອ​ຖື ມາໃຫ້ພວກເຮົາ.”

ຊາວ​ຊິ​ມບັບ​ເວ​ສ່ວນໃຫຍ່ ເບິ່ງຄື​ວ່າ ມີ​ຄວາມ​ຮູ້ສຶກ​ຢ່າງ​ແຮງ​ກ້າ​ກ່ຽວ​ກັບ​ຜູ້​ຊາຍທີ່​ໄດ້​ນຳ
ພາ​ຊິ​ມບັ​ບເວ ມາ​ເປັນ​ເວລາ 37 ປີ ກ່ອນ​ທີ່​ຜູ້ຮອງຂອງ​ທ່ານ​ປ່ຽນ​ມາ​ເປັນ​ຝ່າຍ​ກົງກັນຂ້າມ
ທ່ານເອັມເມີ​ສັນ ນານ​ກັກ​ວາ ທີ່ຮູ້​ກັນຢູ່ໃນ​ທ້ອງ​ຖິ່ນ​ວ່າ “​ເອັດ” ​ນັ້ນ ໄດ້​ຂຶ້ນ​ກຳ​ອຳນາດໃນ
​ອາທິດ​ແລ້ວ​ນີ້ ​ເວລາ​ທະຫານ​ໄດ້​ກັກ​ໂຕ​ທ່ານ​ມູກາ​ເບ.

ທ່ານ​ແອລ​ຕັນ ຊິ​ກີ ນັກວິ​ເຄາະ​ການ​ເມືອງ​ກ່າວ​ວ່າ “ປະຊາຊົນຮັກ​ທ່ານ​ໂຣ​ເບີດ ມູກາເບ
​ແລະ​ເຂົາ​ເຈົ້າ​ບໍ່ປະສົງຢາກ​ໃຫ້​ສິ່ງ​ທີ່​ບໍ່​ດີ ​ເກີດຂຶ້ນ​ກັບທ່ານ​.”

ທ່ານ​ມໍ​ເກັນ ​ໂກ​ມີ​ຈີ ຮອງປະທານແຫ່ງ​ຊາດ ພັກແອ​ມດີ​ຊີ-ທີ ກ່າວ​ວ່າ “​ເວລາ​ຂ້າພ​ະ​ເຈົ້າ​
ເບິ່ງ​ທ່ານ​ມູກາ​ເບ ຂ້າພ​ະ​ເຈົ້າ​ຈັດ​ເອົາທ່ານ​ມູກາ​ເບ ໃຫ້ຢູ່ໃນປະເພດ ດຽວ​ກັນ ​ກັບຊາ​ດ
ດາມ ຮຸສເຊ​ນ ຟິ​ແດລ ​ກາສ​ໂຕຣ ໂມອາມາ ກາ​ດດາ​ຟີ​ ​ແຫ່ງ​ລີ​ເບຍ ສະ​ໂລໂບແດນ
ມິ​ໂລ​ໂຊ​ວິດສ໌."

ທ້າວ​ຈອຣຈ໌ ກາ​ກາ ຖິ້ມ​ໂທດ​ຄວາມໃນການ​ດິ້ນລົນທາງ​ທຸລະ​ກິດ​ຂອງ​ລາວ​ໃສ່​ເສດຖະ
ກິດທີ່ປະສົບບັນຫາ ​ແລະ​ລາວ​ໄດ້​ຖິ້ມ​ໂທດໃສ່ ທ່ານ​ມູກາ​ເບ. ຄວາ​ມຈິງ​ແລ້ວ ລະຫວ່າງ​ປີ
​ທີ່​ທ່ານ​ມູກາ​ເບປົກຄອງປະເທດນັ້ນ ມີ​ສິ່ງ​ນຶ່ງ​ທີ່ລາ​ວ​ປະ​ຕິ​ເສດ ​ບໍ່​ຂາຍ.

ທ້າວ​ກາກາ ກ່າວ​ວ່າ “ລາວ​ບໍ່ຂາຍ​ເສື້ອ​ຍືດຂອງ​ຈອມຜະ​ເດັດ​ການ​ ຊຶ່ງເປັນຜູ້​ທີ່ເຄີຍ
ຂ້າ​ຄົນມາແລ້ວ.”

ຢູ່ຕາມ​ຖະໜົນ​ຫົນທາງ​ທີ່ແອ​ອັດ​ຂອງ​ນະຄອນ​ຮາ​ແຣ​ເຣ ​ເຖິງ​ຢ່າງ​ໃດ​ກໍ​ດີ ທຸກໆ​ຄົນ​ປາກົດ
​ວ່າ​ເຫັນ​ພ້ອມ​ນຳກັນຢ່າງນຶ່ງ ຄືການ​ເລືອກ​ຕັ້ງ​ຄວນມີຂຶ້ນຕາມກຳນົດ​ເວລາ.

ທ່ານ​ໂກ​ມີ​ຈີ ກ່າວ​ວ່າ “ລັດຖະທຳ​ມະນູນ​ຊິ​ມບັບ​ເວ ກ່າວ​ວ່າ ການ​ເລືອກ​ຕັ້ງ​ຄວນມີຂຶ້ນ
ໃນລະຫວ່າງ​ວັນ​ທີ 22 ກໍລະ​ກົດ ຫາ 22 ສິງຫາ. ພວກ​ເຮົາ​ເຊື່ອວ່າ ນັ້ນ​ຕ້ອງໄດ້​ຮັກ​
ສາ​ໄວ້.”

ທ່ານ​ຊິກີ ກ່າວຕື່ມ​ວ່າ “ມັນມີ​ຄວາມ​ສໍາຄັນທີ່ຈະ​ຕ້ອງປະຕິບັດຕາມ​ລັ​ດຖະທຳ​ມະນູນ
ໃນເວລາ​ດັ່ງ​ທີ່​ໄດ້​ກຳນົດ​ໄວ້. ​ເພາະສະ​ນັ້ນ​ພວກ​ເຮົາ​ຕ້ອງ​ມີ​ການ​ເລືອກ​ຕັ້ງ.”

ບັນດາ​ຜູ້​ມີສິດປ່ອນ​ບັດ​ສ່ວນ​ໃຫຍ່​ ໄດ້ຮຽກ​ຮ້ອງ​ຢ່າງ​ງ່າຍໆ​ຕໍ່​ລັດຖະບານ​ໃໝ່ຂອງ​ເຂົາ​
ເຈົ້າ.

ທ້າວ​ເລ​ໂອ​ນາດ ມູຕູມເມ ພໍ່ຄ້າ​ທຳ​ມະ​ດາຄົນນຶ່ງ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຕ້ອງການ​ລັດ
ຖະບານ​ທີ່​ຟັງສຽງປະຊາຊົນ. ນັ້ນ​ແມ່ນ​ຊະນິດ​ລັດຖະບານ ​ທີ່​ຂ້າພະ​ເຈົ້າ​ຕ້ອງ ການ. ລັດຖະບານ​ທີ່​ສາມາດ​ຟັງ​ສຽງ​ປະຊາຊົນ​ຂອງ​ຕົນ ລັດຖະບານ​ທີ່​ສາມາດ ແກ້ໄຂ
ຄວາ​ມ​ເປັນ​ຫ່ວງ​ຂອງ​ປະຊາຊົນ.”

​ແລະດັ່ງດຽວກັນກັບ​ຊາວ​ຊິ​ມບັບ​ເວ​ຫລາຍໆ​ຄົນ ລາວ​ຕ້ອງການ​ໃຫ້​ມີການປ່ຽນແປງ​ທີ່​
ມາ​ຈາກ​ການ​ລົງ​ຄະ​ແນນ​ສຽງ ບໍ່ແມ່ນຈາກ​ລູກປືນ.

XS
SM
MD
LG