ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ຝ່າຍ​ຄ້ານ​ຂອງ ຊິມ​ບັບ​ເວ ແຕ່ງ​ຕັ້ງ ທ່ານ ຈາ​ມີ​ຊາ ເປັນ​ປະ​ທາ​ນາ​ທິ​ບໍ​ດີ


ຜູ້​ສະ​ໜັບ​ສະ​ໜູນ ການ​ເຄື່ອນ​ໄຫວ ເພື່ອ​ການ​ປ່ຽນ​ແປງ​ແບບ​ປະ​ຊາ​ທິ​ປະ​ໄຕ (MDC) ຖື​ຮູບ​ຂອງ​ຜູ້​ນຳ ທ່ານ ແນ​ລ​ສັນ ຈາ​ມີ​ຊາ
ໃນ​ລະ​ຫວ່າງ ການ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອບ 19 ປີ​ຂອງ​ພັກ​ດັ່ງ​ກ່າວ. ນະ​ຄອນຫຼວງ ຮາ​ຣາ​ເຣ, ຊິມ​ບັບ​ເວ. 27 ຕຸ​ລາ, 2018.
ຜູ້​ສະ​ໜັບ​ສະ​ໜູນ ການ​ເຄື່ອນ​ໄຫວ ເພື່ອ​ການ​ປ່ຽນ​ແປງ​ແບບ​ປະ​ຊາ​ທິ​ປະ​ໄຕ (MDC) ຖື​ຮູບ​ຂອງ​ຜູ້​ນຳ ທ່ານ ແນ​ລ​ສັນ ຈາ​ມີ​ຊາ ໃນ​ລະ​ຫວ່າງ ການ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອບ 19 ປີ​ຂອງ​ພັກ​ດັ່ງ​ກ່າວ. ນະ​ຄອນຫຼວງ ຮາ​ຣາ​ເຣ, ຊິມ​ບັບ​ເວ. 27 ຕຸ​ລາ, 2018.

ພັກ​ການ​ເຄື່ອນ​ໄຫວ ເພື່ອ​ການ​ປ່ຽນ​ແປງ​ແບບ​ປະ​ຊາ​ທິ​ປະ​ໄຕ ຫຼື MDC ທີ່​ເປັນ​ພັກ​
ຝ່າຍຄ້ານ ນຳໜ້າໂດຍທ່ານ ແນລສັນ ຈາມີຊາ ໃນວັນເສົາທີ່ຜ່ານມາ ໄດ້ “ແຕ່ງຕັ້ງ”
ທະນາຍຄວາມອາຍຸ 40 ປີນັ້ນ ເປັນປະທານາທິບໍດີຂອງປະເທດ ຊິມບັບເວ, ສອງ
ເດືອນຫຼັງຈາກປະທານາທິບໍດີ ເອັມເມີສັນ ເອັມນັນກັກວາ ໄດ້ຖືກປະກາດໃຫ້ເປັນຜູ້
ຊະນະເລີດຂອງການເລືອກຕັ້ງ ປະທານາທິບໍດີຂອງປະເທດ ໃນວັນທີ 30 ກໍລະກົດ
ທີ່ຜ່ານມາໂດຍສານລັດຖະທຳມະນູນ.

ຮອງ​ປະ​ທານ​ພັກ MDC ທ່ານ ມໍ​ເກັນ ໂຄ​ມິ​ຈິ ໄດ້​ປະ​ກາດ​ວ່າທ່ານ ຈາ​ມີ​ຊາ “ເປັນ​ປະ​
ທານາທິບໍດີແຫ່ງ ຊິມບັບເວ” ຕໍ່ໜ້າຄົນທີ່ອັດແໜ້ນໃນສະໜາມກິລາຂອງໂຮງຮຽນມັດ
ທະຍົມ Highfield ໃນນະຄອນຫຼວງ ຮາຣາເຣ ເຊິ່ງແມ່ນເຂດຊານເມືອງທີ່ມີປະຊາ
ກອນໜາແໜ້ນ ບ່ອນທີ່ພັກການເມືອງດັ່ງກ່າວໄດ້ຈັດການສະເຫຼີມສະຫຼອງວັນຄົບ
ຮອບ 19 ປີຂອງເຂົາເຈົ້ານັ້ນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ພັກ ຊາ​ນູ ພີ​ແອັ​ຟ (Zanu PF) ທີ່​ກຳ​ລັງ​ປົກ​ຄອງ​
ປະເທດຢູ່ຄຽດແຄ້ນ, ເຊິ່ງໄດ້ອະທິບາຍພິທີມອບຕຳແໜ່ງຂອງທ່ານ ຈາມີຊາ ວ່າເປັນ
ການທໍລະຍົດ, ໂດຍເນັ້ນວ່າ ທ່ານ ເອັມນັນກັກວາ ໄດ້ຖືກເລືອກໃຫ້ເປັນປະທານາທິ
ບໍດີ ຊິມບັບເວ ແບບປະຊາທິປະໄຕ. ໃນການຕັດສິນຢ່າງເປັນເອ​ກະ​ສັນ​ໃນ​ເດືອນ​ສິງ
ຫາທີ່ຜ່ານມາ, ຜູ້ພິພາກສາ 9 ທ່ານ ໃນສານລັດຖະທຳມະນູນ ນຳໜ້າໂດຍຫົວໜ້າຕຸ
ລາການ ທ່ານ ມາລາບາ ໄດ້ກ່າວວ່າ ທ່ານ ຈາມີຊາ ບໍ່ສາມາດທີ່ຈະພິສູດການກ່າວຫາ
ກ່ຽວກັບ ການສໍ້ໂກງການເລືອກຕັ້ງປະທານາທິບໍດີໄດ້.

ມາດ​ຕາ​ທີ 94 ຂອງ​ລັດ​ຖະ​ທຳ​ມະ​ນູນ ຊິມ​ບັບ​ເວ ໄດ້​ກຳ​ນົດ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ຖືກ​
ເລືອກ ໃຫ້ເຂົ້າດຳລົງຕຳແໜ່ງໃນເວລາທີ່ເຂົາເຈົ້າ, ຮັບຄຳສາບານຂອງປະທານາທິບໍ
ດີ ແລະ ຮອງປະທານາທິບໍດີ ໃນວັນທີ 9 ຫຼັງຈາກເຂົາເຈົ້າໄດ້ຖືກປະກາດເລືອກເອົາ,
ຕໍ່ໜ້າຫົວໜ້າຕຸລາການ ຫຼື ຜູ້ພິພາກສາອາວຸໂສຄົນຕໍ່ໄປທີ່ຫວ່າງລົງ ຫຼື ໃນກໍລະນີມີ
ການຂັດແຍ້ງຕໍ່ຄວາມຖືກຕ້ອງ ກ່ຽວກັບ ການເລືອກຕັ້ງຂອງເຂົາເຈົ້າ, ພາຍໃນ 48
ຊົ່ວໂມງຫຼັງຈາກສານລັດຖະທຳມະນູນ ໄດ້ປະກາດໃຫ້ເຂົາເຈົ້າເປັນຜູ້ຊະນະເລີດ.
ທ່ານ ເອັມນັນກັກວາ ໄດ້ເຂົ້າຮັບຕຳແໜ່ງໂດຍສອດຄ່ອງກັບຂໍ້ກຳນົດດັ່ງກ່າວນີ້ຂອງ
ລັດຖະທຳມະນູນ.

ແຕ່​ປະ​ທານ​ພັກ MDC ທ່ານ ທາ​ບີ​ຕາ ຄູ​ມາ​ໂລ ໄດ້​ກ່າວ​ວ່າ ການ​ແຕ່ງ​ຕັ້ງ​ທ່ານ ຈາ​ມີ​ຊາ
ໄດ້ຖືກດຳເນີນໂດຍພັກ, ເຮັດໃຫ້ລາວເປັນປະທານາທິບໍດີຂອງປະຊາຊົນ.” ປະຊາຊົນ
ຊິມບັບເວ ໄດ້ອອກສຽງແລ້ວ ແລະ ໄດ້ສາບານປະທານາທິບໍດີຂອງເຂົາເຈົ້າ ຜູ້ທີ່ແມ່ນ
ທະນາຍຄວາມ ແນລສັນ ຈາມີຊາ ໃຫ້ເປັນປະທານາທິບໍດີຂອງ ຊິມບັບເວ ແລະ ປະຊາ
ຊົນຜູ້ທີ່ໄດ້ເຂົ້າຮ່ວມການຊຸມນຸມໃນສະໜາມກິລາ ກວານຊູຣາ ໄດ້ປະກາດໃຫ້ທ່ານ
ເປັນປະທານາທິບໍດີທີ່ຖືກເລືອກເອົາຢ່າງເໝາະສົມຂອງສາທາລະນະລັດ ຊິມບັບເວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG