ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ມູ​ກາ​ເບ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ ຂອງ​ຊິມ​ບັບ​ເວ ​ເສຍ​ຊີ​ວິດ​ແລ້ວ


ທ່ານ ໂຣ​ເບີດ ມູ​ກາ​ເບ (Robert Mugabe), ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຊິມ​ບັບ​ເວ ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ, ທ່ານ​ນາງ Grace ໄປ​ບ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຢູ່​ໃນ​ນະ​ຄອນ Harare ຂອງ ຊິມ​ບັບ​ເວ ໃນ​ວັນ​ທີ 30 ກໍ​ລະ​ກົດ, 2018
ທ່ານ ໂຣ​ເບີດ ມູ​ກາ​ເບ (Robert Mugabe), ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຊິມ​ບັບ​ເວ ແລະ​ພັນ​ລະ​ຍາ​ຂອງ​ເພິ່ນ, ທ່ານ​ນາງ Grace ໄປ​ບ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປຢູ່​ໃນ​ນະ​ຄອນ Harare ຂອງ ຊິມ​ບັບ​ເວ ໃນ​ວັນ​ທີ 30 ກໍ​ລະ​ກົດ, 2018

ທ່ານ ໂຣ​ເບີດ ມູ​ກາ​ເບ (Robert Mugabe), ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຊິມ​ບັບ​ເວ (Zimbabwe) ໄດ້​ເສຍ​ຊີ​ວິດ​ໄປ​ແລ້ວ.

ທ່ານ ເອມ​ເມີ​ສັນ ມ​ນັງ​ກາກວາ (Emmerson Mnangagwa), ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນຂອງປະ​ເທດ​ດັ່ງ​ກ່າວໄດ້ປະ​ກາດ​ຂ່າວການເສຍຊີ​ວີດ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ທ່ານ​ຢູ່​ໃນ​ບັນ​ຊີ​ທວີດ​ເຕີ​ທີ່​ເປັນ​ທາງ​ການ​ຂອງ​ທ່ານ.

ທ່ານ​ມູ​ກາ​ເບ (Mugabe) ທີ່​ມີ​ອາ​ຍຸ 95 ປີ ໄດ້​ປົກ​ຄອງຊິມ​ບັບ​ເວ (Zimbabwe) ເປັນ​ເວ​ລາ 37 ປີ ເລີ້ມ​ແຕ່​ປີ 1980 ຕອນ​ທີ່ ຊິມ​ບັບ​ເວ (Zimbabwe) ໄດ້​ຮັບ​ເອ​ກະ​ລາດ​ຈາກ​ອັງ​ກິດ​ເປັນ​ຕົ້ນ​ມາ.

ຝ່າຍ​ທະ​ຫານ​ໄດ້​ບັງ​ຄັບ​ໃຫ້​ທ່ານມູ​ກາ​ເບ (Mugabe) ລົງ​ຈາກ​ຕຳ​ໜ່ງ​ເປັນ​ຜູ້​ນຳ ຂອງ ຊິມ​ບັບ​ເວ (Zimbabwe)​ ໃນ​ປີ 2017.

ທ່ານ ມູ​ກາ​ເບ (Mugabe) ໃນ​ຕອນ​ທຳ​ອິດ​ຖືກ​ຍົກ​ຍ້ອງ​ສັນ​ລະ​ເສີນ​ວ່າ​ເປັນ​ຜູ້​ປົດ​ປ່ອຍ​ປະ​ເທດ​ຊາດ.

ແຕ່​ວ່າ ເມື່ອ​ເວ​ລາ​ຜ່ານ​ໄປ​ໄດ້​ຫລາຍ​ປີ ທ່ານ​ມັກ​ຈະ​ຖືກ​ຕຳ​ໜິ​ວ່າ ລະ​ເມີດ​ຕໍ່​ສິດ​ທິ​ມະ​ນຸດ ທີ່​ລວມ​ມີ​ການ​ທຸບ​ຕີ​, ທໍ​ລະ​ມານ ແລະ​ເຂັ່ນຂ້າ​ຜູ້​ທີ່ຄັດ​ຄ້ານ​ທາງ​ການ​ເມືອງ​ຂອງ​ທ່ານ.

ບັນ​ດາ​ປະ​ເທດ​ໃນ​ເຂດ​ຕາ​ເວັນ​ຕົກ ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ທ່ານ ມູ​ກາ​ເບ (Mugabe) ແລະ​ເຄືອ​ຂ່າຍ​ຂອງ​ທ່ານ ພາຍ​ຫລັງ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ເລີ້ມຢຶດ​ເອົາ​ດິນນາ ດິນ​ສວນຂອງຄົນ​ຜິວຂາວ​ໃນ​ປີ 2000. ຜົນ​ຜະ​ລິດ​ໃນສວນ​ ແລະ​ເສດ​ຖະ​ກິດ​ຂອງຊິມ​ບັບ​ເວ (Zimbabwe) ຕົກ​ວູບ​ລົງ ເມື່ອມີ​ການຍຶດ​ເອົາ ດິນໄປ​ໃຫ້​ພວກ​ຄົນ​ຜີວ​ດຳ​ທີ່ບໍ່​ມີ​ປະ​ສົບ​ການຫລາຍໃນ​ການ​ເຮັດ​ສວນຢູ່​ໃນເນື້ອ​ທີ່​ຂະ​ໜາດ​ໃຫຍ່.

ການ​ຕຳ​ໜິ​ເພີ້ມ​ຄວາມ​ຮ້າຍ​ແຮງ​ສູງ​ຂຶ້ນ​ໃນ​ປີ 2008 ພາຍ​ຫລັງ​ມີ​ໄພ​ເງິນ​ເຟີ້ຖບ​ຕົວ​ສູງ​ຂຶ້ນ​ເຖິງ 231 ລ້ານ​ເປີ​ເຊັນ ແລະ ຊິມ​ບັບ​ເວ (Zimbabwe) ຖືກ​ບັງ​ຄັບ​ໃຫ້ລະ​ຖິ້ມ​ສະ​ກຸນ​ເງິນ​ໂດ​ລາ ຊິມ​ບັບ​ເວ (Zimbabwe) ຂອງ​ຕົນ.

ລັດ​ຖະສະ​ພາແຫ່ງ​ຊາດ​ອາ​ຟ​ຣິ​ກາ ໄດ້​ອອກ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ເພື່ອ​ໄວ້ ອາ​ໄລ​ແກ່​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ມູ​ກາ​ເບ (Mugabe) ຜູ້​ທີ່ຖະ​ແຫລງ​ການ​ສະ​ບັບ​ນັ້ນ​ເວົ້າ​ວ່າ "ໄດ້​ເສຍ​ຊີ​ວິດ​ໄປ ໂດຍ​ໄດ້ອຸ​ທິດ​ຊີ​ວິດ​ຂອງ​ທ່ານເພື່ອຮັບ​ໃຊ້​ປະ​ເທດ​ຊາດ​ ແລະ​ປະ​ຊາ​ຊົນຂອງທ່ານ."

​ຖະ​ແຫລງ​ການ​ສະ​ບັບນັ້ນ​ຍັງ​ເວົ້າ​ອີກວ່າ ຊີ​ວິດ​ຂອງ​ທ່ານ ມູ​ກາ​ເບ "ເປັນ​ຕົວ​ຢ່າງ​ທີ່​ດີ​ໃຫ້​ແກ່ 'ຊາວອາ​ຟ​ຣິ​ກາ​ໃໝ່' - ຜູ້ທີ່​ໄດ້​ປົດ​ແອກ​ຂອງ​ພວກ​ລ່າ​ຫົວ​ເມືອງ​ຂຶ້ນອອກ, ຜູ້​ທີ່​ຕໍ່​ສູ້ເພື່ອ​ຮັບ​ປະ​ກັນ​ວ່າ​ປະ​ເທດ​ຂອງ​ທ່ານ​ມີ​ຈຸດ​ຢືນ​ທີ່​ຖືກ​ຕ້ອງ​ໃນ​ປະ​ຊາ​ຄົມ​ສາ​ກົນ: ເປັນ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ​ຕໍ່​ຊາ​ຕາ​ກຳ​ຂອງ​ຕົນ​ເອງ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Robert Mugabe, the former president of Zimbabwe, has died.

Emmerson Mnangagwa, the country's current president, announced his predecessor's death on his official Twitter account.

Mugabe, who was 95, ruled Zimbabwe for 37 years, beginning in 1980, when Zimbabwe won independence from Britain.

The military forced Mugabe to step down as Zimbabwe's leader in 2017.

Mugabe was initially hailed as a liberator of his country.

As the years went on, however, he was often criticized for human rights abuses that included the beatings, torture and killings of his political opponents.

Western countries imposed sanctions on Mugabe and his allies after his supporters began seizing white-owned farmland in 2000. Zimbabwe's farm output and economy plummeted when the land was given to blacks who had little experience in large-scale farming.

Criticism intensified in 2008, after inflation reached 231 million percent and Zimbabwe was forced to abandon its currency, the Zimbabwean dollar.

The African National Congress issued a statement mourning the death of Mugabe, who, it said, "passes away having devoted his life to the service of his country and his people."

Mugabe's life, the statment said, "came to epitomize the 'new African' - who having shrugged off the colonial yoke, would strive to ensure his country took its rightful place amongst the community of nations: firmly in charge of its own destiny."

XS
SM
MD
LG